5 ຂໍ້ຫ້າມເວລາສະຜົມທີ່ທຸກຄົນຕ້ອງຮູ້

ການສະຜົມແບບຖືກວິທີນັ້ນຊ່ວຍເຮັດໃຫ້ຜົມມີສຸຂະພາບດີ ແລະເງົາງາມຂຶ້ນ ແລະນີ້ຄືຂໍ້ຄວນລະວັງທີ່ຫ້າມເຮັດເວລາສະຜົມ ເພາະມັນອາດເຮັດໃຫ້ໜັງຫົວເກີດຄວາມເສຍຫາຍ ລວມເຖິງເສັ້ນຜົມດ້ວຍ.

1.ຢ່າສະຜົມໂດຍກົງ:

ໜັງຫົວເປັນສິ່ງສໍາຄັນສໍາຫຼັບເສັ້ນຜົມ ກ່ອນສະຜົມໃຫ້ໃຊ້ຫວີໆຜົມທີ່ປຽກໃຫ້ສິ່ງເປິເປື້ອນ ແລະ ຝຸ່ນຕ່າງໆລອຍອອກຂຶ້ນມາ ແລະໃນຂະນະດຽວກັນໃຫ້ລ້າງໜັງຫົວ ແລະເສັ້ນຜົມໄປພ້ອມ.

ຄົນສ່ວນໃຫຍ່ຕອນທີ່ຜົມປຽກນໍ້າກໍຈະເອົາຖອກຢາສະຜົມລົງໜັງຫົວທີ່ປຽກເລີຍ ຮູ້ບໍ່ວ່າແບບນີ້ບໍ່ແມ່ນການສະຜົມທີ່ສະອາດ ກ່ອນທີ່ຈະໃສ່ຢາສະຜົມໃຫ້ໃຊ້ນໍ້າອຸ່ນຫົດຜົມ ແລະ ໜັງຫົວກ່ອນປະມານ 1 ນາທີຂຶ້ນໄປ ມັນເປັນການຊ່ວຍລ້າງສິ່ງເປິເປື້ອນອອກໄດ້ 70-80% ຈາກນັ້ນຖອກຢາສະຜົມໃສ່ຝາມື ແລະ ຫົດນໍ້າລົງເຮັດໃຫ້ເກີດຟອງ ຈາກນັ້ນຄ່ອຍໆທາໃສ່ຜົມ ແລະ ລ້າງທໍາຄວາມສະອາດຕາມປົກກະຕິ.

3. ໃຊ້ເລັບເກົາໜັງຫົວລະຫວ່າງສະຜົມ:

ໃນເລັບມືຂອງເຮົານັ້ນມີແບກທີເຣີຍອາໄສຢູ່ເປັນຈໍານວນຫຼາຍ ເມື່ອໜັງ

ຫົວມີຮອຍຂີດ ອາດຈະເຮັດໃຫ້ຕິດເຊື້ອໄດ້. ດັ່ງນັ້ນ, ເວລາສະຜົມໃຫ້ໃຊ້ນິ້ວມືນວດໜັງຫົວເບົາໆ.

4. ໃສ່ຄີມນວດຈົນເຖິງຮາກຜົມ:

ເນື່ອງຈາກຢາສະຜົມເປັນຕົວຊ່ວຍໃຫ້ຮູຂຸມຂົນເປີດອອກ ຫາກໃຊ້ຄີມນວດທາຈົນຮອດຮາກຜົມ ອາດເຮັດໃຫ້ມີການອຸດຕັນເກີດຂຶ້ນ ແນະນໍາໃຫ້ທາປາຍຜົມ ຫຼື ບໍລິເວນທີ່ຕິ່ງຫູລົງໄປ ຈະໄດ້ບໍ່ຮອດໜັງຫົວ.

5. ລ້າງຄີມນວດບໍ່ໝົດ:

ຫຼາຍຄົນເຊື່ອວ່າການນວດຜົມ ແລະ ລ້າງອອກບໍ່ໝົດຈະຊ່ວຍໃຫ້ຄີມນວດເຄືອບເສັ້ນຜົມເອົາໄວ້ ໃນຄວາມເປັນຈິງຄີມນວດຜົມທີ່ເຫຼືອຢູ່ຈະເຮັດໃຫ້ເປັນຝຸ່ນເກາະໄດ້ຢ່າງງ່າຍດາຍ ເພາະເສັ້ນຜົມໜຽວ ແລະ ຍັງເຮັດໃຫ້ຮູຂຸມຂົນເທິງໜັງຫົວອຸດຕັນ ຊຶ່ງກໍໃຫ້ເກີດການອັກເສບ.

ທີ່ມາ:www.sharetors.com

ความคิดเห็น