ດຽວນີ້ຄົນສ່ວນໃຫຍ່ ໂດຍສະເພາະໃນໄວເຮັດວຽກ ແລະໄວຊະລາ ມັກປະສົບບັນຫາຄວາມດັນເລືອດສູງກັນເປັນຈຳນວນຫຼາຍ.
1. ຫົວຜັກທຽມ: ວິທີກິນ: ກິນພ້ອມອາຫານມື້ລະ 2-3 ຄັ້ງ ເພາະຫົວຜັກທຽມມີລິດຮ້ອນ ອາດເຮັດໃຫ້ແສບກະເພາະໄດ້.
2. ຜັກສັນນາລີ: ວິທີກິນ: ຄວນເລືອກຕົ້ນສົດ, ສະອາດ ແລະແຂງແຮງດີ ວິທີທຳອິດນຳມາຕຳ ແລະຄັ້ນເອົານໍ້າມາດື່ມອີກວິທີໜຶ່ງແມ່ນນຳມາຕົ້ມສົດ 1-2 ກຳມາຕຳໃຫ້ລະອຽດ ແລ້ວເອົາມາຕົ້ມນໍ້າຈົນຟົດຈາກນັ້ນ ລອກເອົາກາກມັນອອກດື່ມກ່ອນອາຫານ ເທື່ອລະ 1-2 ບ່ວງ ວິທີສຸດທ້າຍງ່າຍສຸດຄືກິນເປັນຜັກສົດ.
3. ໝາກສົ້ມພໍດີ: ນອກຈາກຈະຊ່ວຍຫຼຸດຄວາມດັນເລືອດສູງແລ້ວຍັງຊ່ວຍຫຼຸດຄໍເລດສເຈີຣອນ, ຫຼຸດໄຂ້ ແລະແກ້ອາການນິ່ວໄດ້ອີກດ້ວຍວິທີກິນ: ໃຊ້ກີບແຫ້ງຕົ້ມນໍ້າ ຫຼືຊົງຊານໍ້າຮ້ອນດື່ມກໍ່ໄດ້.
4. ຜັກໜອກ: ຕາມຕຳລາສ່ວນຫຼາຍຜັກໜອກນິຍົມໃຊ້ບຳລຸງຫົວໃຈ, ແກ້ອ່ອນເພຍ, ຂັບໄລ່ປັດສະວະ, ແກ້ຮ້ອນໃນ ແຕ່ບາງຕຳລາກໍ່ໄໃຊ້ຫຼຸດຄວາມດັນເລືອດສູງໄດ້ເຊັ່ນກັນ ວິທີກິນ: ນຳຕົ້ມສົດ 1-2 ກຳມາຕົ້ມກັບນໍ້າ ດື່ມແທນນໍ້າຊາ ຫຼື ກິນສົດລວມກັບມື້ອາຫານ.
5. ກາຝາກໝາກມ່ວງ: ເປັນໄມ້ພຸ່ມປະສິດທີ່ຂຶ້ນເທິງກິ່ງຕົ້ນໄມ້ໃຫຍ່ ໂດຍສະເພາະຕົ້ນໝາກມ່ວງວິທີກິນ: ໃຫ້ນຳມາຕາກແຫ້ງ ຫຼື ຕາກແລ້ວຂົ້ວ ຈາກນັ້ນນຳມາຕົ້ມນໍ້າດື່ມແທນນໍ້າຊາ ແຕ່ບາງທ້ອງຖິ່ນນຳຕົ້ນກາຝາກສົດທັງກິ່ງ ແລະໃບມາຕົ້ມແລ້ວດື່ມກໍໄດ້ເຊັ່ນກັນ
ທີ່ມາ:ສຸຂະພາບ ອັບເດດ | Health Update
ความคิดเห็น
แสดงความคิดเห็น