6 ວິທີແກ້ອາການເມົາລົດງ່າຍໆ ແບບໄດ້ຜົນຈິງ!!!

6 ວິທີແກ້ອາການເມົາລົດງ່າຍ ແບບໄດ້ຜົນຈິງ, ວຽນຫົວ, ປວດຮາກຂະນະເດີນທາງຈະປ້ອງກັນແນວໃດດີ?

ເຊື່ອວ່າຖ້າຖາມຄໍາຖາມວ່າ ໃຜເຄີຍເມົາລົດແດ່ຍົກມືຂື້ນ ກໍ່ຄົງຈະມີບໍ່ໜ້ອຍທີ່ຍົກມື ເພາະອາການເມົາລົດນັ້ນມັກຈະເກີດຂື້ນໂດຍບໍ່ທັນໄດ້ຕັ້ງຕົວ, ເປັນຕອນໃດ ແລະ ເວລາໃດກໍ່ໄດ້ ເມື່ອມັນເກີດຂື້ນແລ້ວມັນຈະສ້າງຄວາມວິນວຽນ, ເຈັບຫົວ, ຄື້ນໄສ້ ໃຫ້ກັບຜູ້ທີ່ມີອາການເປັນເລື່ອຍໆ ແລະ ຮ້າຍແຮງໄປກ່ວານັ້ນ ກໍ່ຈະເຮັດໃຫ້ຜູ້ມີອາການຊະນິດນີ້ຮາກອອກມາ ຊຶ່ງເປັນການທໍລະມານບໍ່ແມ່ນໜ້ອຍແຖມຍັງເປື້ອນອີກ ດັ່ງນັ້ນມື້ນີ້ເຮົາຈຶ່ງມານໍາສະເໜີວິທີການແກ້ອາການເມົາລົດມາຝາກ

1. ພະຍາຍາມນັ່ງບໍລິເວນທີ່ເປັນຕັ່ງໜ້າ ປະສາດສ່ວນຕ່າງໆຂອງເຮົາຈະຮັບຮູ້ເຖີງການເຄື່ອນໄຫວ ລວມເຖີງອາການໂຄ້ງຂອງລົດໄດ້ ຈາກການທົດລອງພົບວ່າ ວິທີນີ້ຊ່ວຍໃຫ້ຜູ້ທີ່ມັກເມົາລົດ ມີອາການຫຼຸດລົງໄດ້ຫຼາຍ ທັງນີ້ກໍ່ເພາະປະສາດຂອງເຮົາຮັບຮູ້ການເຄື່ອນໄຫວຂອງລົດ ແລະ ປັບຕົວຕາມນັ້ນເອງ

2. ຫ້າມອ່ານໜັງສື ຫຼື ຫຼີ້ນໂທລະສັບໃນຂະນະທີ່ກໍາລັງນັ່ງລົດ ນັ້ນກໍ່ເພື່ອຈະເຮັດໃຫ້ປະສາດ ຫຼືສະມາທິຂອງເຮົາຈົດຈໍ້ຢູ່ທີ່ທາງໜ້າຂອງລົດບໍ່ໄດ້ ອາການເມົາຈຶ່ງມັກຈະເກີດຂື້ນກັບຄົນທີ່ມີພຶດຕິກໍາມັກອ່ານໜັງສື ຫຼື ຫຼີ້ນໂທສະສັບໃນລົດ ດັ່ງນັ້ນ, ຂະນະນັ່ງລົດ ເຮົາຈຶ່ງບໍ່ຄວນເບິ່ງ ຫຍັງຢູ່ທີ່ຈຸດດຽວ ແລະ ພະຍາຍາມເບິ່ງວິວທິວທັດພາຍນອກຕະຫຼອດ ກໍ່ຈະຊ່ວຍຫຼຸດອາການລົງໄດ້

3. ຈິບ ຫຼື ດື່ມນໍ້າອັດລົມໃນປະລິມານພໍເໝາະສົມ ວິທີນີ້ເໝາະສໍາຫຼັບຄົນທີ່ຮູ້ສຶກປຸ້ນທ້ອງຫຼາຍໆ ເພາະນໍ້າອັດລົມຈະໄປຊ່ວຍຂັບດັນກົດໃນກະເພາະອອກມາ ສາມາດລຸດອາການປຸ້ນທອງລົງໄດ້ພໍສົມຄວນ ແລະ ນອກຈາກນີ້ ຜູ້ທີ່ມີອາການປຸ້ນທ້ອງຄວນຫາຍໃຈເຂົ້າເລີກໆ ໃນລະຫວ່າງທີ່ເກີດອາການ ເຊີ່ງການເຮັດແບບນີ້ຈະຊ່ວຍໃຫ້ຄວາມຮູ້ສຶກເມົາຫົວນັ້ນລຸດລົງໄດ້

4. ຢາໝ່ອງ, ຢາດົມ, ຢາຫອມ ຊ່ວຍທ່ານໄດ້ ເມື່ອເລີມມີອາການເມົາຫົວ , ປຸ້ນທ້ອງ ລອງຈັບຂື້ນມາດົມຈະຊ່ວຍບັນເທົາອາການໄດ້ດີເລີຍ

5. ການກິນຢາແກ້ເມົາ ປັດຈຸບັນຢາປະເພດນີ້ມັກມີວາງຂາຍຕາມຮ້ານຂາຍຢາທົ່ວໄປ ເໝາະສໍາຫຼັບຄົນທີ່ມີອາການເມົາ ກິນກ່ອນຂື້ນລົດ 5-10 ນາທີ ຢາຕົວນີ້ຈະຊ່ວຍປັບໃຫ້ຮ່າງການມີຄວາມສົມດຸນຂອງລະບົບປະສາດ ຊ່ວຍໃຫ້ຮ່າງກາຍປັບຕົວຕາມການເຄື່ອນໄຫວຂອງລົດ ແລະ ຂະນະທີ່ຢາກໍາລັງອອກລິດ ຈະເຮັດໃຫ້ຜູ້ທີ່ກິນມີອາການຢາກນອນ ແນະນໍາວ່າໃຫ້ນອນເລີຍກໍ່ໄດ້ ເພາະການນອນຫຼັບລະຫວ່າງການເດີນທາງ ກໍ່ເປັນການແກ້ອາການເມົາລົດຊະນິດໜຶ່ງທີ່ດີເຊັ່ນກັນ

6. ກິນໝາກໄມ້ທີ່ມີລົດສົ້ມ ເຊັ່ນ: ໝາກມ່ວງ, ໝາກຂາມ ແລະ ອື່ນໆ ລົດສົ້ມຈາກໝາກໄມ້ຊະນິດນີ້ຈະສາມາດຊ່ວຍຫຼຸດອາການເມົາລົດໄດ້ພໍສົມຄວນ ແຕ່ແນະນໍາວ່າຢາກິນຫຼາຍເກີນໄປ ເພາະຈະເກີດກົດໃນກະເພາະ ແລະ ເຮັດໃຫ້ເຈັບທ້ອງແທນໄດ້

ນອກຈາກນີ້ ສໍາຫຼັບຄົນທີ່ລອງເຮັດທຸກວິທີແລ້ວແຕ່ຍັງບໍ່ໄດ້ຜົນ ແນະນໍາໃຫ້ລົງຈາກລົດ ແລ້ວຫາທີ່ຕັ້ງສະຕິປັບສົມດຸນຂອງຮ່າງກາຍຈັກເລັກນ້ອຍ ແລະ ຄ່ອຍອອກເດີນທາງຕໍ່ໄປ ການທີ່ຮ່າງກາຍໄດ້ພັກ ແລະ ປັບສົມດຸນຈະເຮັດໃຫ້ ອາການເມົາລົດຫຼຸດລົງໄດ້ເຊັ່ນກັນ.

ຂອບໃຈຫຼາຍໆທີ່ມາ: skapbpb.com

ความคิดเห็น