6 ປະໂຫຍດຈາກການກິນກ້ວຍເປັນປະຈໍາທຸກມື້

6 ປະໂຫຍດຈາກການກິນກ້ວຍເປັນປະຈໍາທຸກມື້

1. ຊ່ວຍບັນເທົາອາການເຈັບຄໍ ແລະ ອາການເຈັບໜ້າເອິກຈາກການໄອແຫ້ງ ເຊິ່ງຄວນກິນປະມານ 5-6 ໝ່ວຍຈະຊ່ວຍໃຫ້ອາການລະຄາຍເຄື່ອງໃນຮູຄໍຫຼຸດລົງ

2. ຊ່ວຍຫຼຸດກິ່ນປາກໂດຍການກິນກ້ວຍຫຼັງຕື່ນນອນ ກ່ອນທີ່ຈະຖູແຂ້ວທຸກໆເຊົ້າຈະຊ່ວຍຫຼຸດກິ່ນປາກໄດ້ເປັນຢ່າງດີ

3. ຊ່ວຍລະບາຍທ້ອງ ແລະ ອາການທ້ອງຜຸ ສືບເນື່ອງມາຈາກລະບົບຂັບຖ່າຍບໍ່ປົກກະຕິ ເຊິ່ວການກິນກ້ວຍນໍ້າສຸກ 1-2 ໝ່ວຍກ່ອນນອນ ແລະ ດື່ມນໍ້າຕາມຫຼາຍໆ ຈະຊ່ວຍໃຫ້ຖ່າຍທ້ອງໄດ້ດີຂື້ນ;

4. ຊ່ວຍແກ້ເຈັບທ້ອງ ໝາກເພາະໃນກ້ວຍໜຶ່ງໝ່ວຍອຸດົມໄປດ້ວຍ ສານເທນນິນ ເຊິ່ງສາມາດຊ່ວຍຮັກອາການເຈັບທ້ອງແບບຮຸນແຮງໄດ້ດີ;

5. ເປຶອກກ້ວຍນໍ້າຫວ້າ ສາມາດຊ່ວຍບັນເທົາອາການຄັນ ຈາກແມງໄມ້ກັດ ແລະ ຜື່ນແດງ . ນອກນັ້ນ ຍັງສາມາດປ້ອງກັນເຊື້ອລາ ແລະ ແບັດເທີເຣຍທີ່ເກີດຈາກການເປັນໝອງ.

6. ຊ່ວຍຮັກສາໂລກກະເພາະ ວິທີເຮັດແມ່ນນໍ້າກ້ວຍນໍ້າມຝານເປັນແຜນບາງໆ ແລ້ວຕາກແດດໄວ້ 2 ແດດ ກະວ່າໃຫ້ແຫ້ງພໍດີ ແລ້ວນໍາມາບົດເປັນຜົງ ເວລາກິນແມ່ນກີນຄັ້ງລະ 1-2 ບ່ວງ ກ່ອນກີນເຂົ້າປະມານ 30 ນາທີ.

ທີ່ມາ http://skapbpb.com

ความคิดเห็น