7 ຄວາມຈິງກ່ຽວກັບກາເຟ ທີ່ຈະເຮັດໃຫ້ເຈົ້າຕ້ອງຈັບຂຶ້ນມາດື່ມຈັກຈອກຕອນນີ້

7 ຄວາມຈິງກ່ຽວກັບກາເຟ ທີ່ຈະເຮັດໃຫ້ເຈົ້າຕ້ອງຈັບຂຶ້ນມາດື່ມຈັກຈອກຕອນນີ້

ຫຼາຍຄົນອາດບໍ່ຮູ້ວ່າ ສິນປິນເອກຂອງໂລກຢ່າງບີໂທເຟນ ຕ້ອງດື່ມກາເຟທີ່ເຮັດຈາກເມັດກາເຟ 60 ເມັດຕໍ່ມື້ ໃນຂະນະທີ່ ວອນແຕຣ໌ ນັກຂຽນຜູ້ຢິ່ງໃຫຍ່ຊາວຝຣັ່ງເສດໃນສັດຕະວັດທີ່ 18 ດື່ມກາເຟ 40-50 ແກ້ວຕໍ່ມື້ ແຖມທ່ານຍັງມີອາຍຸຍື້ນຍາວເຖິງ 83 ປີ ສະຫລຸບແລ້ວກາເຟເປັນອັນຕະລາຍຕໍ່ສຸກຂະພາບແທ້ຫລືບໍ່ ? ມື້ນີ້ຈຶ່ງພາທຸກທ່ານມາຮຽນຮູ້ຄວາມຈິງກ່ຽວກັບກາເຟ ທີ່ຈະເຮັດໃຫ້ເຈົ້າຕ້ອງຈັບກາເຟຂຶ້ນມາດື່ມຈັກແກ້ວ

1. ຊ່ວຍເພີ່ມການເຮັດວຽກງານຂອງສະຫມອງ

ນີ້ບໍ່ແມ່ນຄວາມລັບຫຍັງ ເພາະຫຼາຍຄົນຄົງຮູ້ກັນດີວ່າກາເຟນັ້ນຊ່ວຍໃຫ້ເຈົ້າຕື່ນຕົວແລະມີດສະມາທິຫລາຍຂຶ້ນ ແຕ່ນັ້ນບໍ່ແມ່ນທັງໝົດ ເພາະກາເຟທີ່ໃສ່ນ້ຳຕານອາດເຮັດໃຫ້ເຈົ້າຫົວຕື້ລົງຊົ່ວຂະນະ ເພາະການປະສົມກັນລະຫວ່າງຄາເຟອີນແລະກູໂຄດ ຈະກະຕຸ້ນບາງສ່ວນຂອງສະຫມອງ ແລະທີ່ສຳຄັນທີ່ສຸດຄື ຢ່າດື່ມກາເຟໃນຂະນະທີ່ເຈົ້າທ້ອງວ່າງ ເພາະມັນຈະໃຫ້ຜົນກົງກັນຂ້າມນັ້ນເອງ

2. ເພີ່ມຄວາມດັນຮ່າງກາຍ

ການດື່ມກາເຟຖ້ວຍນ້ອຍໆ ຈະຊ່ວຍຕໍ່ສູ້ກັບພາວະຄວາມດັນເລືອດຕ່ຳ ແຕ່ເຖິງຢ່າງນັ້ນກໍຍັງບໍ່ແນະນຳໃຫ້ຄົົນທີ່ມີພາວະສ່ຽງຕໍ່ຂອງພະຍາດຫົວໃຈເຕັ້ນຜິດປົກກະຕິດື່ມກາເຟ ສ່ວນຜູ້ມີມີພາວະສ່ຽງຕໍ່ຄວາມດັນເລືອດສູງຫລືເປັນພະຍາດຄວາມດັນເລືອດສູງ ຍັງບໍ່ມີຜົນວິໄຈທີ່ບົ່ງບອກວ່າກາເຟມີຜົນເສຍກັບພວກທ່ານແຕ່ຢ່າງໃດ

3. ລະບົບພູມິຄຸ້ມກັນແຂງແຮງຂຶ້ນ

ຈາກການສຶກສາທີ່ນຳໂດຍ ດ.ຣ ເວີໂຣນິກາ ເຊເຕຍວານ ຈາກມະຫາວິທະຍາໄລເຊົາເທິນ ແຄລິຟໍຣ໌ເນຍ ໄດ້ກ່າວວ່າ ກາເຟຊ່ວຍລຸດຄວາມສ່ຽງຕໍ່ການເສຍຊີວິດກ່ອນໄວອັນຄວນ ຍິ່ງເຈົ້າດື່ມກາເຟໄດ້ທຸກມື້ຫລາຍຂຶ້ນເທົ່າໃດ ຈະຊ່ວຍລຸດຄວາມສ່ຽງຫລາຍຂຶ້ນເທົ່ານັ້ນ ເນື່ອງຈາກກາເຟຈະສົ່ງຜົນຕໍ່ລະບົບພູມຄຸ້ມກັນໃຫ້ແຂງແຮງແລະສຸກຂະພາບດີຂຶ້ນ ນອກຈາກນັ້ນກາເຟຢັງຊ່ວຍພັດທະນາລະບົບຫົວໃຈ ຕັບ ແລະທາງເດີນອາຫານ ແຕ່ກາເຟດັ່ງກ່າວຕ້ອງເປັນກາເຟສົດຈາກທຳມະຊາດແທ້ ໆ ສ່ວນກາເຟສຳເລັດຮູບຈະໃຫ້ສານອາຫານທີ່ນ້ອຍກວ່າ ແຕ່ຈະໄດ້ສ່ວນປະສົມຂອງເຄມີທີ່ຫລາຍກວ່າ ທີ່ອາດທຳລາຍລະບົບການຍ່ອຍອາຫານຂອງເຈົ້າ

4. ຮັກສາອາການເຈັບຫົວ

ຄາເຟອີນທີ່ມີຢູ່ໃນກາເຟທຳມະຊາດ ສາມາດຮັກສາອາການເຈັບຫົວແລະໄມເກນໄດ້ ແຕ່ມັນກໍຍັງທຽບບໍ່ໄດ້ກັບຢາແກ້ປວດ ເພາະຢ່າງຢາແກ້ປວດໄມເກນເອງກໍມີສ່ວນປະສົມຂອງຄາເຟອີນຢູ່ໃນນັ້ນ ໂດຍຄາເຟອີນຈະຊ່ວຍດູດຊຶມຕົວຢາອື່ນໆ ນັ້ນຈຶ່ງເປັນເຫດຜົນທີ່ວ່າເປັນຫຍັງຄາເຟອີນເຖິງມີຢູ່ໃນຢາບາງຊະນິດ ແລະເປັນຫຍັງກາເຟເຖິງຊ່ວຍຮັກສາອາການປວດຫົວໄດ້

5. ຫລຸດອາການຄຽດແລະອາການຊຶມເສົ້າ

ກາເຟເປັນສິ່ງທີ່ຊ່ວຍຫລຸດອາການຄຽດໄດ້ເນື່ອງຈາກມັນຈະຊ່ວຍໃຫ້ເຈົ້າປົດປ່ອຍ ໂດພາມີນ ແລະ ເຊໂຣໂທນິນ ທີ່ຈະຊ່ວຍໃຫ້ເຈົ້າອາລົມດີຂຶ້ນ ກາເຟ 1 ແກ້ວຫລືກິ້ນກາເຟ ກໍສາມາດລະງັບອາລົມເຈົ້າໃຫ້ສະຫງົບລົງໄດ້ ນອກຈາກນັ້ນ ຄາເຟອີນຍັງເປັນໜຶ່ງໃນຕົວກະຕຸ້ນລະບົບປະສາດສ່ວນກລາງ (CNS) ທີ່ຈະຊ່ວຍເຮັດໃຫ້ພາວະຊຶມເສົ້າໃນຕົວຫລຸດລົງ ສິ່ງທີ່ນ່າສົນໃຈກໍຄື ຄາເຟອີນທີ່ມີຢູ່ໃນກາເຟເທົ່ານັ້ນທີ່ຈະສົ່ງຜົນດັ່ງກ່າວ ບໍ່ເໝືອນກັບຄາເຟອີນທີ່ຢູ່ໃນຊາ ນ້ຳອັດລົມ ຫລືຊັອກໂກແລດ ທີ່ບໍ່ຊ່ວຍກະຕຸ້ນລະບົບປະສາດສ່ວນກາງໄດ້ຢ່າງມີປະສິດທິພາບ

6. ຊ່ວຍໃຫ້ຄວາມຈຳດີຂຶ້ນ

ບໍ່ພຽງແຕ່ກາເຟຈະຊ່ວຍເຮັດໃຫ້ອາລົມເຈົ້າດີຂຶ້ນແລ້ວ ແຕ່ຈາກການສຶກສາພົບວ່າກາເຟຍັງຊ່ວຍເຮັດໃຫ້ເຈົ້າມີຄວາມຈຳທີ່ດີຂຶ້ນອີກດ້ວຍ ຊຶ່ງມັນສົ່ງຜົນກັບຄວາມຊົງຈຳໄລຍະສັ້ນຂອງເຈົ້າເທົ່ານັ້ນ ແຕ່ນັ້ນກໍຖືວ່າດີພຽງພໍແລ້ວ ເພາະໃນຕອນແລກຂໍ້ມູນທັງໝົດຂອງເຈົ້າຈະຖືກເກັບໄວ້ໃນຄວາມຊົງຈຳໄລຍະສັ້ນ ແລະໃນອີກ 1 ຊັ່ວໂມງຕໍ່ມາ ຄວາມຊົງຈຳສະເພາະບາງສະຖານນະການຈະຖືກສົ່ງຜ່ານໄປຢັງຫນ່ວຍຄວາມຊົງຈຳໄລຍະຍາວຕໍ່ໄປ

7. ລຸດນ້ຳໜັກ

ຫຼາຍຄົົນທີ່ດື່ມກາເຟເຄີຍຮູ້ສຶກບໍ່ຢາກກິນຫຍັງ ແລ້ວເຈົ້າເຄີຍສົງໄສຫລືບໍ່ວ່າມັນເປັນເພາະຫຍັງ ? ຄຳຕອບຄືເມື່ອລະດັບຮໍໂມນ (ຮໍໂມນຄວາມອິ່ມ) ໃນຮ່າງກາຍເຈົ້າມີຄ່າຕ່ຳລົງ ຮ່າງກາຍ ຂອງເຈົ້າກໍຈະເລີ່ມສະສົມໄຂມັນແລະນ້ຳໜັກເຈົ້າກໍຈະເພີ່ມຂຶ້ນ ແຕ່ໃນເວລາທີ່ເຈົ້າດື່ມກາເຟ ລະດັບຮໍໂມນ ໃນຮ່າງກາຍກໍຈະເພີ່ມສູງຂຶ້ນ ຊຶ່ງເຮັດໃຫ້ເຈົ້າຮູ້ສຶກບໍ່ຍາກກິນຫຍັງນັ້ນເອງ ນັ້ນຈຶ່ງເປັນເຫດຜົນທີ່ຄົນຕິດກາເຟຕ້ອງໃຊ້ເວລາເພີ່ມນ້ຳໜັກຕົວເອງໄດ້ຊ້າກວ່າຄົນທົ່ວໄປ ແລະໃນທາງກັບກັນການອອກກຳລັງກາຍຈະຊ່ວຍໃຫ້ພວກທ່ານໄດ້ຜົນລັບທີ່ໄວກວ່າຄົນປົກກະຕິນັ້ນເອງ

ສະຫລຸບແລ້ວຂໍ້ດີຂອງກາເຟນັ້ນມີຫລວງຫລາຍເລີຍ ແຕ່ສຳລັບຄໍກາເຟຕ້ອງບໍ່ລືມວ່າສິ່ງທີ່ເກີດປະໂຫຍດທີ່ແທ້ຈິງຂອງກາເຟ ກໍຄືກາເຟສົດແບບອໍແກນິກບໍ່ມີສ່ວນປະສົມຂອງສານເຄມີ ບໍ່ເໝືອນກັບກາເຟທີ່ຜ່ານການຊົງພ້ອມກັບຄີມທຽມ ນົມຂົ້ນ ນ້ຳຕານ ນົມຂົ້ນຈືດ ເຫຼົ່ານີ້ເປັນບ່ອນທຳລາຍສຸກຂະພາບຂອງເຈົ້າ ເພາະຖ້າເຈົ້າດື່ມກາສົດໆ

CR: petmaya.com

ความคิดเห็น