7 ນິໄສຂອງຜູ້ຍິງ ທີ່ຜູ້ຊາຍຢາກບອກເລີກໃຫ້ມັນແລ້ວ

7 ນິໄສຂອງຜູ້ຍິງ ທີ່ຜູ້ຊາຍຢາກບອກເລີກໃຫ້ມັນແລ້ວ

ຖ້າເວົ້າເຖິງເລື່ອງລາວຂອງຄວາມຮັກ ແນ່ນອນວ່າຫລາຍໆມັນອາດຈະເປັນເລື່ອງທີ່ສວຍງາມ, ຫນ້າຈົດຈໍາກັບວັນຄືນອັນຫອມຫວານ ທີ່ໄດ້ໃຊ້ຊີວິດຢູ່ກັບຄົນທີ່ເຮົາຮັກ ເຖິງແມ່ນວ່າຈະມີຊ່ວງເວລາທີ່ຍາກລໍາບາກ ແຕ່ຖ້າຫາກສອງຄົນສາມັກຄີ ແລະ ຈັບມືກັນກ້າວໄປ ພ້ອມທີ່ຈະຜ່ານຜ່າອຸປະສັກໄປໃຫ້ໄດ້ ມັນກໍ່ຕ້ອງເປັນເລື່ອງທີ່ດີງາມ, ແຕ່ບາງຄົນກໍ່ອາດທົນຜືນກັບພຶດຕິກໍາຂອງຝ່າຍຍິງ ທີ່ບາງຄັ້ງອາດຈະໄຮ້ເຫດຜົນ ແລະ ເອົາແຕ່ໃຈບາງຄັ້ງຄາວ. ດັ່ງນັ້ນ, ຂ້າພະເຈົ້າທີມງານ ເຮຮາໜ້າຈໍ ຈິ່ງຢາກຈະຂໍບອກສາວໆທັງຫລາຍວ່າ ງໍໄດ້, ຄຽດໄດ້ ແລະ ເອົາແຕ່ໃຈໄດ້ ແຕ່ຢ່າໃຫ້ມັນເວີຫລາຍ ເພາະຜູ້ຊາຍບໍ່ມີຄວາມອົດທົນຄືກັນທຸກຄົນ ແລະ ຖ້າສາວໃດພໍ້ຄົນດີມີຄວາມອົດທົນກໍ່ຍິນດີນໍາ, ແຕ່ສາວໆບາງຄົນອາດຈະບໍ່ໂຊກດີສະເຫມີໄປ ສະນັ້ນມື້ນີ້ເຮົາຈະມາບອກທ່ານຍິງວ່າ 7 ຢ່າສະແດງພຶດຕິກໍາ 7 ຂໍ້ຕໍ່ໄປນີ້ຫລາຍເກີນໄປ ເພາະອາດຈະເຮັດໃຫ້ທ່ານເສຍນໍາຕາຫລາຍກ່ວາທີ່ຄິດໄດ້ ສ່ວນຈະເປັນແນວໃດນັ້ນຂໍເຊີນອ່ານໄດ້ເລີຍ.

7 ນິໄສຂອງຜູ້ຍິງ ທີ່ຜູຊາຍຢາກບອກເລີກ

1. ບໍ່ຟັງຫຍັງທັງນັ້ນ (ບໍ່ສົນໃຈວ່າໃຜຈະເວົ້າຫຍັງ)

ຊີວິດຂອງທຸກຄົນໃນແຕ່ລະວັນ ກໍ່ລ້ວນມີເລື່ອງລາວໃນໃຈທີ່ຢາກຈະເລົ່າອອກມາ ບໍ່ວ່າຈະເປັນເລື່ອງທີ່ເຮັດໃຫ້ມີຄວາມສຸກ ຫລື ເລື່ອງທີ່ເຮັດໃຫ້ເສຍໃຈ ເພາະການທີ່ໄດ້ເວົ້າອອກໄປກໍ່ເຫມືອນກັບການລະບາຍ, ແຕ່ປັນຫາສ່ວນໃຫຍ່ມັນກໍ່ຈະຢູ່ບ່ອນວ່າ ຈະສາມາດມາດບອກກ່າວປັນຫາທີ່ພໍ້ກັບໃຜໄດ້ແນ່, ໃນໃຈກໍ່ຄິດວ່າມີແຕ່ຄົນດຽວທີ່ຈັ່ງໃດກໍ່ຕ້ອງທົນຟັງແນ່ນອນນັ້ນກໍ່ຄື ຄົນຮັກ, ການທີ່ຄົນຮັກມາເລົ່າເຖິງປັນຫາ ຫລື ຄວາມພູມໃຈ ເຮົາກໍ່ຄວນຕັ້ງໃຈຟັງເຂົາແນ່ ເພາະຖ້າເຮົາບໍ່ຮັບຟັງ ຫລື ເຮັດໃຫ້ເຂົາຮູ້ສຶກວ່າເຈົ້າບໍ່ສົນໃຈ, ວົນແຕ່ເລື່ອງຂອງຕົນເອງ, ບໍ່ເຫັນວ່າຄົນຮັກສໍາຄັນ ອາດຈະເຮັດໃຫ້ເກີດຄວາມນ້ອຍໃຈ ແລະ ຢາກຈະໄປຫາຄົນທີ່ຍິນດີຮັບຟັງໃຫ້ມັນແລ້ວໄປ.

2. ຟັງຄວາມຫມູ່ ຫລື ເພື່ອນຍິງຫລາຍເກີນ

ອັນນີ້ກໍ່ຕາມພາສາສາວໆນັ້ນລະ ບາງຄົນຕິດຫນັງຕິດລະຄອນກໍ່ຍ້ອນຫວັງຢາກໂຣແມນຕິກນໍາເຂົາຄືກັບລະຄອນ ຫລື ຫວັງວ່າມັນຈະສວຍງາມຄືກັບໃນນິຍາຍ, ເມື່ອຄວາມຮັກບໍ່ເປັນໄປຢ່າງທີ່ຄາດຫວັງເຊັ່ນ ແຟນບໍ່ຜູກເຊືອກເກີບໃຫ້, ບໍ່ໃຫ້ນັ່ງອີງຕອນເມື່ອຍ ແບບນີ້ມັນບໍ່ຮັກເຮົາຕົວນິ ແລະ ທີ່ບໍ່ຄັກຫລາຍທີ່ສຸດກໍ່ຄື ເມື່ອມາລົມກັບຫມູ່ຜູ້ຍິງນໍາກັນ, ຄິດໃນທາງດຽວກັນ ມັນກໍ່ອາດຈະບໍ່ເຮັດໃຫ້ໄດ້ຄໍາຕອບທີ່ແທ້ຈິງ ເພາະເມື່ອເວລາສາວໆມາລົມກັນມັນກໍ່ອາດຈະມີເລື່ອງບໍ່ມີປະໂຫຍດເລື້ອຍເປື່ອຍ ເມື່ອຄິດຈະຫັນຫນ້າມາລົມກັນອີກບາງຄັ້ງມັນກໍ່ອາດສວາຍເກີນໄປ ຈົນເຖິງຂັ້ນເລີກລາການເປັນແຟນກັນກໍ່ໄດ້.

3. ເຮັດໂຕຕິດກັນຕະຫລອດເວລາ

ມີຄູ່ຮັກຫລາຍຄູ່ເຂົ້າໃຈຜິດວ່າ ເມື່ອເປັນແຟນກັນແລ້ວຈະຕ້ອງຢູ່ນໍາກັນທຸກເວລາ ຈະຫ່າງກັນນ້ອຍດຽວກໍ່ບໍ່ໄດ້, ຈື່ໄວ້ເລີຍວ່າການເຮັດແບບນີ້ເປັນສິ່ງທີ່ຜິດພາດ, ໃຫ້ລອງຄິດເຫັນຕອນຮັກກັນ, ລົມກັນໃຫມ່ໆເບິ່ງດີໆ ກໍ່ບໍ່ຄ່ອຍຈະໄດ້ພໍ້ກັນ, ເມື່ອພໍ່ກັນກໍ່ຕື່ນເຕັ້ນຈົນບໍ່ຈັກແນວຊິເວົ້າ, ຕອນທໍາອິດມັນກໍ່ດີຢູ່ຫລອກ, ແຕ່ສ່ວນຫລາຍມັກຈະຜິດພາດຕອນທີ່ຄິດວ່າຈະຕ້ອງຢູ່ດ້ວຍກັນຕະຫລອດເວລານີ້ແຫລະ, ເພື່ອເມື່ອພໍກັນຕະຫລອດຄວາມຕື່ນເຕັ້ນ, ຄວາມຄິດຮອດກໍ່ຄ່ອຍໆຫາຍໄປ ເຮັດໃຫ້ຮັກທີ່ເຄີຍຫອມຫວານອາດຈືດຈາງໄປ ຈົນເຖິງຂັ້ນເລີກລາກັນໄປກໍ່ໄດ້.

4 ຍາດເອົາໂທລະສັບແຟນມາກວດປານ FBI

ອັນນີ້ຖືໄດ້ວ່າເປັນນິໄສທີ່ບໍ່ດີຢ່າງຫນຶ່ງ ເຖິງແມ່ນວ່າຈະເປັນແຟນກັນ, ຮັກກັນສໍ່າໃດບາງຄົນອາດຈະຍອມຮັບບໍ່ໄດ້ ເພາະເມື່ອມີໂອກາດເຫມາະສົມມື້ໃດ ສາວໆຈໍາຕ້ອງຈັບມືຖືແຟນມາເບິ່ງປານຕໍາຫລອດ ຫລື ບາງຄັ້ງກໍ່ຕີນຽນລັກເບິ່ງຕອນຄົນຮັກຫລິ້ນມືຖື ເຖິງແມ່ນວ່າເຮົາຈະຄິດວ່າບໍ່ເປັນຫຍັງ ແຕ່ຢ່າລືມວ່າແຟນຂອງທ່ານອາດຈະຄິດ, ຫລາຍຄົນມັກອ້າງວ່າເປັນແຟນກັນບໍ່ຄວນມີຄວາມລັບຕໍ່ກັນ ອັນນັ້ນມັນກໍ່ຖືກຢູ່! ແຕາກໍ່ບໍ່ໄດ້ຫມາຍຄວາມວ່າຈະຢຶດອໍານາດເປັນຂອງຕົນຄົນດຽວ ກໍ່ປ່ອຍໃຫ້ເຂົາໄດ້ມີພື້ນທີ່ເປັນຂອງຕົນເອງແນ່, ຕ້ອງມີຄວາມເກງໃຈ ແລະ ໄວ້ໃຈແນ່.

5. ບໍ່ສົນໃຈ, ບໍ່ແຄໃຜທັງນັ້ນ

ອື! ທີ່ຈິງຜູ້ຍິງທີ່ເປັນໂຕຂອງໂຕເອງ ຖືໄດ້ວ່າເປັນຍິງໃນອຸດົມຄະຕິຂອງຊາຍຫລາຍຄົນ, ແຕ່ບາງຄັ້ງກໍ່ອາດຈະເປັນໂຕຂອງໂຕເອງຫລາຍເກີນໄປ, ບາງຄັ້ງແຟນນັ່ງຂ້າງໆກໍ່ຍັງບໍ່ຮູ້ຈັກເກງໃຈ, ບໍ່ເຄີຍຂໍຄໍາຄິດເຫັນຈາກເຂົາເລີຍ ທັງທີ່ຄົນເປັນແຟນກັນຈະຕ້ອງແບ່ງປັນເລື່ອງລາວຕ່າງໆໃຫ້ກັນໄດ້ຮູ້ນໍາ, ຖ້າຊິເປັນແບບນີ້ກໍ່ຢ່າມີແຟນຈະດີກວ່າ 555 (ຢ່າດ່າຄົນຂຽນເດີ).

6. ຫມັ້ນໃຈໂຕເອງເກີນຄວາມເປັນຈິງ

ອີກຫນຶ່ງສະເປັກຂອງສາວ ທີ່ຜູ້ບ່າວທັງຫລາຍມັກກໍ່ຄື ເປັນສາວເກ່ງ, ສາວຫມັ້ນ, ມີຄວາມເປັນໂຕເອງສູງ, ເຮັດທຸກຢ່າງດ້ວຍຕົນເອງໄດ້ສະບາຍ, ບໍ່ມັກເພິງພາຄົນອື່ນ, ແຕ່ກໍ່ຄວນໃຫ້ມັນສົມດຸນລະຫວ່າງຄວາມຫມັ້ນໃຈ ກັບບໍ່ຫມັ້ນໃຈແນ່, ເພາະຖ້າຫມັ້ນໃຈຈົນເວີ້ກໍ່ຈະເຮັດໃຫ້ຂາດສະເຫນ່, ເຖິງສາວໆຈະເກ່ງສໍ່າໃດຜູ້ຊາຍກໍ່ຢາກເປັນຄົນທີ່ແຂງແຮງກວ່າ, ຖ້າບໍ່ຫນັກຫລາຍກໍ່ເຮັດຕິໃຫ້ເຂົາຊ່ວຍແນ່ກໍ່ໄດ້ເດີ.

7. ເປັນຄົນຫຍາບຄາຍ ຫລື ຂາດມາລະຍາດຄວາມເປັນຜູ້ຍິງ

ແນ່ນອນວ່ານິໃສສາວໆທີ່ຜູ້ຊາຍມັກກໍ່ຄື ຄວວາມອ່ອນຫວານ, ອ່ອນນ້ອມຖ່ອມຕົນ, ຮູ້ຈັກບ່ອນຕໍ່າບ່ອນສຸງ, ແຕ່ກໍ່ບໍ່ຈໍາເປັນຕ້ອງຮຽບຮ້ອຍຄືຜ້າພັບໄວ້ກໍ່ໄດ້, ບໍ່ຈໍາເປັນຕ້ອງຫວານຈົນມົດຕອມຄືນໍ້າຕານ, ເຮັດໂຕຕາມສະບາຍ, ເຮຮາປາຕີ້ກັບຄົນຮັກແນ່ກໍ່ໄດ້, ແຕ່ຖ້າມື້ໃດເຮັດໂຕຈົນເກີນງາມ, ໃຊ້ຄໍາຫຍາບຊ້າ ແລະ ຂາດຄວາມອ່ອນນ້ອມ, ເຮັດປານສ່ຽວກັນທຸກມື້ ເຂົາອາດຈະຫມົດຮັກໃນໂຕເອຮົາກໍ່ເປັນໄດ້ເດີ.

ທີ່ມາ http://skapbpb.com

ความคิดเห็น