ມັນອາດເປັນເລື່ອງຍາກຫາກເປັນສິວແລ້ວບໍ່ບີບ ເຫັນມັນເທື່ອໃດຄັນແຂ້ວຍ໋ອກໆ ວ່າສິບໍ່ບີບແຕ່ກະອົດບໍ່ໄດ້, ແຕ່ມັນຈະມີຜົນເຮັດໃຫ້ ຜິວແດງ ເປັນຮອຍດຳ ຫຼື ເປັນຫຼຸມ ຈົນເຮັດໃຫ້ໜ້າດີໆ ບໍ່ມີສິວກາຍເປັນໜ້າທີ່ບໍ່ຢາກມຫ້ເປັນ ແຕ່ເຮົາມີວິທີແກ້ມາບອກເພື່ອ ແຊຣ໌ຕໍ່ ໃຫ້ຮູ້ ຮັບຮອງໜ້າໃສຄືນມາແນ່ນອນ!
1 ລ້າງໜ້າໃຫ້ສະອາດ
2 ເອົານໍ້າກ້ອນປະກົບໃສ່
ຫຼັງຈາກລ້າງໜ້າສະອາດດີແລ້ວ ຈະສັງເກດໄດ້ບ່ອນທີ່ເຮົາບີບສິວຈະເປັນຮອຍແດງຊໍ້າ ໃຫ້ໄປເອົານໍ້າກ້ອນມາພັນດ້ວຍເຈ້ຍທິກຊູ ແລ້ວນຳມາປະກົບໃສ່ບ່ອນບີບສິວ ເພາະຈະຊ່ວຍບໍ່ໃຫ້ຜິວບວມ ແລະ ລົດການອັກເສບໄດ້
3 ທາຄຣີມປ້ອງກັນຕິດເຊື້ອ
ເພື່ອໃຫ້ສິວຫາຍໄວຍິ່ງຂຶ້ນ ຄວນຫາຢາທີ່ຮັກສາສິວມາທາໃນບໍລິເວນທີ່ເຮົາບີບ ເພື່ອທຳການຂ້າເຊື້ອແບັດທີເຣຍ ສິວຈະໄດ້ຍຸບ ແລະ ແຫ້ງໄວຂຶ້ນ ອີກທັງລົດການອັກເສບໄດ້ອີກ
4 ຢ່າຟ້າວໃຊ້ຜະລິດຕະພັນໃດໆທັງນັ້ນ
ຢ່າຟ້າວລົງຄຣີມບຳລຸງຜິວໜ້າ ເພາະມັນມີສ່ວນປະສົມຈາກນໍ້າມັນ ເພາະຈະເປັນເປັນອາຫານສິວຢ່າງດີເລີຍ ແລ້ວຈະເຮັດໃຫ້ມັນລາມໄປຫຼາຍກວ່າເກົ່າ
5 ງົດແຕ່ງໜ້າໄປກ່ອນ
ຖ້າຢາກໃຫ້ສິວເຊົາ ຢ່າຟ້າວທາພວກຄຣີມຮອງພື້ນແບບຈັດໜັກຈັດເຕັມ ເພາະມັນເປັນການລົບກວນຜິວ ສິວກໍຈະອັກເສບ ທາລິບເບົາໆໄປກ່ອນ
6 ຢ່າຈັບ
ບໍ່ວ່າເຮົາຈະງົດສິ່ງໃດໆທີ່ບອກມານັ້ນ ແຕ່ຍັງເອົາມືໄປຈັບ ຮັບຮອງວ່າຈັ່ງໃດກໍບໍ່ເຊົາ ສະນັ້ນເວລາຢາກຈັບ ໃຫ້ຈັບອັນອື່ນແທນ 555
7 ຕິດພາດສະເຕີ
ຂໍ້ສຸດທ້າຍຫາກຍັງໄປຈັບຢູ່ ແນະນຳໃຫ້ເອົາພາດສະເຕີມາຕິດ ປ້ອງກັນເຊື້ອໂລກ ແລະ ຍັງປ້ອງກັນມືເຮົາໄດ້ອີກດ້ວຍ
ຂອບໃຈທີ່ມາ www.sharetors.com
ความคิดเห็น
แสดงความคิดเห็น