8 ສິ່ງອັບປະມົງຄົນ ທີ່ບໍ່ຄວນເອົາໄວ້ພາຍໃນເຮືອນເດັດຂາດ ມີແຕ່ເລື່ອງບໍ່ດີ ເປັນສິ່ງອັບປະມົງຄົນຕໍ່ຄອບຄົວແລະຊີວິດ

8 ສິ່ງອັບປະມົງຄົນ ທີ່ບໍ່ຄວນເອົາໄວ້ພາຍໃນເຮືອນເດັດຂາດ ມີແຕ່ເລື່ອງບໍ່ດີ ເປັນສິ່ງອັບປະມົງຄົນຕໍ່ຄອບຄົວແລະຊີວິດ

ມື້ນີ້ເຮົາຈະມານຳສະເໜີເລື່ອງຂອງ 8 ສິ່ງອັບປະມົງຄົນ ທີ່ບໍ່ຄວນເອົາໄວ້ພາຍໃນເຮືອນເດັດຂາດ ເນື່ອງຈາກອາດເຮັດໃຫ້ຜິດຮວງຈຸ້ຍແລະອາດເຮັດໃຫ້ເກີດ ຄວາມວຸ້ນວາຍພາຍໃນເຮືອນ ເຮັດມາຫາກິນບໍ່ຂຶ້ນ ຄອບຄົວຜິດກັນ ແລະອາດຊົ່ວຮ້າຍຈົນເຖິງບ້ານແຕກ ຮູ້ແລ້ວ!! ຮີບເກັບໂຢນຖິ້ມອອກຈາກເຮືອນດ່ວນ ໄປເບິ່ງກັນເລີຍວ່າມີຫຍັງ …!!!

ຂອງເຫຼົ່ານີ້ເປັນຂອງທີ່ບໍ່ມີ ແລະບໍ່ຄວນທີ່ຈະເກັບເອົາໄວ້ໃນເຮືອນດ້ວຍ ເພາະມີແຕ່ເລື່ອງບໍ່ດີ ເປັນສິ່ງອັບປະມົງຄົນຕໍ່ຄອບຄົວ ແລະຊີວິດຂອງເຮົາໃຜທີ່ມີ ໃຫ້ຮີບເອົາຖິ້ມດ່ວນເລີຍ ກ່ອນທີ່ຊີວິດເຮົາຈະບໍ່ມີຄວາມສຸກ ມີເລື່ອງບໍ່ສະບາຍໃຈ ມີຫຍັງດ້ວຍລອງມາເບິ່ງກັນ ຢ່າໄດ້ເກັບເອົາໄວ້ ຫລືນຳເຂົ້າມາໃນເຮືອນຢ່າງເດັດຂາດ

1.ໂມງຕາຍ

ໃນທາງຮວງຈຸ້ຍບອກເອົາໄວ້ວ່າ ບໍ່ຄວນເກັບສິ່ງຂອງທີ່ເພຍເສຍຫາຍເອົາໄວ້ໃນເຮືອນ ໂດຍສະເພາະໂມງທີ່ຕາຍແລ້ວ ເພາະມັນຈະສື່ເຖິງການເສຍຊີວິດ ແລະອາດຈະນຳມາຊຶ່ງການສູນເສຍພາຍໃນເຮືອນ ຖ້າບໍ່ຢາກໂຢນຖິ້ມກໍຮີບແປງຊະ

2. ປະຕູສີດຳ

ແມ່ນເທນການແຕ່ງເຮືອນດ້ວຍປະຕູສີດຳກຳລັງມາແຮງ ແຕ່ໃນທາງຮວງຈຸ້ຍມັນກັບໝາຍເຖິງປະຕູທີ່ຈະນຳພາມາເຊິ່ງຄວາມໂຊກຮ້າຍ ເປັນປະຕູທີ່ຄອຍຖ້າເປີດຕ້ອນຮັບສິ່ງບໍ່ດີໃຫ້ເຂົ້າມາໃນເຮືອນ ຍົກເວັ້ນຖ້າໜ້າປະຕູເຮືອນຫັນໄປທາງທິດ ເໜືອ ກໍບໍ່ມີບັນຫາຫຍັງທີ່ໜ້າກັງວົນ

3. ແວ່ນ

ແວ່ນເປັນຂອງໃຊ້ທີ່ຈຳເປັນອັນໜຶ່ງໃນເຮືອນເລິຍກໍວ່າໄດ້ ແຕ່ໃນທາງຮວງຈຸ້ຍນັ້ນ ບໍ່ວ່າຈະເປັນແວ່ນດີຫລືແວ່ນແຕກ ກໍລ້ວນສື່ຄວາມຫມາຍໃນທາງລົບໂດຍມີຄວາມເຊື່ອກັນມາວ່າແວ່ນ ສາມາດດູດວິນຍານເຮັດໃຫ້ຄົນໃນບ້ານເຈັບໄຂ້ໄດ້ປ່ວຍແລະລົ້ມຕາຍໄດ້

4. ປະຕິທິນເກົ່າ

ຂໍ້ນີ້ບໍ່ໄດ້ໝາຍຄວາມເຖິງປະຕິທິນເກົ່າພຽງຢ່າງດຽວ ແຕ່ຍັງໝາຍເຖິງປະຕິທິນທີ່ສະແດງມື້ ເດືອນ ແລະປີ ທີ່ຜິດໄປຈາກປະຈຸບັນອີກດ້ວຍ ເປັນການສະທ້ອນເຖິງເຫດການທີ່ຜ່ານ ໆ ມາໃນອະດີດ ເຮັດໃຫ້ເກີດຜົນກະທົບໃນທາງລົບກັບຊີວິດຂອງຄົນໃນເຮືອນ

5. ຈານ-ຖ້ວຍແຕກ

ຕໍ່ໃຫ້ເສຍດາຍເທົ່າໃດກໍຄວນໂຢນຖິ້ມ ເພາະການເກັບຈານ-ຖ້ວຍທີ່ແຕກຫລື ເສຍຫາຍເຫຼົ່ານີ້ເອົາໄວ້ໃນເຮືອນຫລືກັບນຳມາໃຊ້ງານ ເທົ່າກັບວ່າເປັນການຕອກຍ້ຳແລະສະກົດຈິດໃຕ້ສຳນຶກຂອງເຮົາໃຫ້ເປີດຮັບແຕ່ເລື່ອງບໍ່ດີ ເຂົ້າມາໃນຊີວິດແລະເຮືອນຂອງເຮົາເອງ

6. ຕົ້ນໄມ້ມີໜາມ

ຕົ້ນໄມ້ມີໜາມ ຕົ້ນໄມ້ຕະກູນກະບອງເພັດແລະພືດຊະນິດອື່ນ ໆ ຍົກເວັ້ນກຸຫຼາບ ບໍ່ຄວນນຳມາປຸກເອົາໄວ້ໃນເຮືອນ ຫລືນຳມາປະດັບຕົກແຕ່ງພາຍໃນເຮືອນໂດຍເດັດຂາດ ເພາະຕາມຫຼັກຮວງຈຸ້ຍຖືວ່າຕົ້ນໄມ້ເຫຼົ່ານີ້ນຳມາຊຶ່ງພະລັງງານດ້ານລົບແລະຄວາມໂຊກຮ້າຍ

7. ຕົ້ນໄມ້ທີ່ຕາຍແລ້ວ

ຫາກເຈົ້າເປັນຄົົນທີ່ບໍ່ຄ່ອຍມີເວລາຫລາຍພໍທີ່ຈະເບິ່ງແຍງຕົ້ນໄມ້ກໍບໍ່ຄວນປູກ ເພາະຖ້າປ່ອຍໃຫ້ມັນຫ່ຽວແຫ້ງ ຂາດນ້ຳ ແລະຢືນຕົ້ນຕາຍຢູ່ພາຍໃນເຮືອນ ກໍເທົ່າກັບວ່າເປັນການເປີດທາງໃຫ້ສິ່ງບໍ່ດີແລະຄວາມໂຊກຮ້າຍກ້າວເຂົ້າມາໃນຊີວິດ

8. ຝາສີຂຽວ

ຫຼາຍຄົນອາດຈະຕົກໃຈວ່າ ສີຂຽວເປັນສີທຳມະຊາດຈະມີຄວາມຫມາຍເຖິງສິ່ງອັບປະມົງຄົນໄດ້ຢ່າງໃດ ຊຶ່ງຕ້ອງທວນຄວາມໄປໃນອະດີດທີ່ມີການນຳສານໜູມາທາຝາໃຫ້ເປັນສີຂຽວແລະເມື່ອຝາເລີ່ມແຫ້ງ ສານທີ່ທາໄປຈະປ່ອຍກ໊າດພິດອອກມາເພື່ອຈ້າຄົນນ ດັ່ງນັ້ນຈຶ່ງເກີດຄວາມເຊື່ອທີ່ວ່າຝາສີຂຽວເປັນຝາອັບປະມົງຄົນນັ້ນເອງ

CR: kukelee.com

ความคิดเห็น