8 ລັກສະນະເຮືອນທີ່ມີຜີສິງ ຈະຊື້ເຮືອນຫລືໄປພັກບ່ອນໃດສັງເກດໃຫ້ດີ ກ່ອນເສຍໃຈພາຍຫຼັງ!!
ຢາກຮູ້ວ່າເຮືອນໃດມີຜີສິງ ລອງຟັງຈາກປະສົບການເຈີຜີ ເປັນຫຍັງທີ່ຄົນມີບໍ່ຢາກເຈີ ສ່ວນຄົນບໍ່ເຈີກໍຢາກມີ ແຕ່ວ່າຜີ…ບໍ່ແມ່ນຢູ່ດີໆ ກໍຈະໂຜ່ອອກມາຈ໊ະເອ໋ ຖ້າຢາກຮູ້ວ່າ ມັນກຳລັງຈະມາ ມີສັນຍານເຕືອນຫຍັງກ່ອນໜ້າລອງມາເບິ່ງເລື່ອງທີ່ເຈົ້າອາດສົນໃຈ
1. ເຮືອນຢູ່ໆກໍ່ມີກິ່ນແປກໆ
ການໄດ້ກິ່ນແປກໃນທີ່ໆບໍ່ຄວນມີິ່ນນັ້ນໆຢູ່ ເຊັ່ນ ອາບນ້ຳຢູ່ດີໆກິ່ນທູບກໍຟູມມາທັງໆທີ່ຟອງສະຜົມເຕັມຫົວຢູ່ມັນກໍ່ໜ້າຄິດ ຫລືກຳລັງເບິ່ງໜັງໃນໂຮງຢູ່ເພີນໆກໍໄດ້ກິ່ນເໝັນເນົ່າຢ່າງຮຸນແຮງໂຊຍມາໂດຍທີ່ຫາຕົ້ນຕໍທີ່ມາບໍ່ເຫັນ ຫຍັງປະມານນີ້ ກິ່ນສ່ວນຫລາຍທີ່ເປັນເອກະລັກໂດຍສະເພາະກັບເຮືອນເຮົາຄົງຈະເປັນ ກິ່ນທູບ ກິ່ນນ້ຳອົບນ້ຳປຸງ ຫລືຖ້າຮາດຄໍຂຶ້ນມາອີກໜ່ອຍກໍຄົງເປັນກິ່ນເໝັນເນົ່ານີ້ລ່ະ
2. ໄດ້ຍິນສຽງຮຽກຂວັນ
ບໍ່ວ່າຈະເປັນສຽງເຄື່ອງດົນຕີທີ່ຕອນຄ່ຳ(ຖ້າຂ້າງເຮືອນມີວົງດົນຕີກໍແລ້ວໄປ) ສຽງຮຽກຊື່ແບບບໍ່ຮູ້ທີ່ມາ ຫລືຈະເປັນສຽງຄາງ ສຽງຮ້ອງໄຫ້ ກໍຕາມແຕ່ ຫລືແມ້ກະທັ່ງສຽງກຸກກັກແປກໆ ທີ່ດັ່ງມາຈາກຫ້ອງນ້ຳດ້ວຍ ຫລືຊັ້ນລຸມຂອງເຮືອນທັງໆທີ່ບໍ່ມີຄົນຢູ່ດ້ວຍ ຖ້າໃຈກ້າຈະລອງລົງໄປເບິ່ງກໍບໍ່ວ່າກັນ
3. ເຫັນຫຍັງວູບວາບ ແວບວັບ
ຫຼາຍຄົົນທີ່ມີປະສົບການ ເຈີຜີ ຫລາຍຄົນມັກຈະບອກວ່າ ເຫັນເປັນເງົາດຳໆ ຮູບຮ່າງຄົນ ສູງໃຫຍ່ ຜູ້ຍິງ ຜູ້ຊາຍບ້່າງກໍແລ້ວແຕ່ຄົນໄປ ຫລືບາງຄົນອາດຈະເຫັນເປັນເງົາດຳໆເຄື່ອນໄຫວຢູ່ແວບໆ ທີ່ຫາງຕາ ພໍຫັນໄປກັບບໍ່ມີຫຍັງ ຖ້າເຈີແບບນີ້ຕ້ອງຖາມຕົວເອງກ່ອນວ່າບໍ່ໄດ້ຢາກນອນຈົນຕາຝາດໄປ
4. ຂົນແຂນສະແຕນອັບ
ແທ້ ໆແລ້ວບໍ່ໄດ້ເຈາະຈົ່ງສະເພາະຂົນແຂນ ຂົນຂາ ຂົນຫົວ ຖ້າເຖິງເວລາທີ່ທ່ານຈະມາມັນກໍລຸກນຳກັນທັງນັ້ນລະ ຖ້າບໍ່ໄດ້ປວດໜັກຂົນແຂນມັນຕັ້ງຂອງມັນເອງ ກໍລອງໄປຫາເສື້ອຜ້າອຸ່ນໆ ມາໃສ່ ຫລືຫາຜ້າມາຫົ່ມ ເພາະນັ້ນເຈົ້າອາດຈະກຳລັງໜາວຢູ່ກໍເປັນໄດ້ ເຮັດຕະລົກໄປໄດ້ແຕ່ເລື່ອງຂົນລຸກນີ້ຖ້າຢູ່ໃນສະຖານທີ່ທີ່ໃຊ່ ນັ້ນແປວ່າທ່ານອາດກຳລັງຢ່າງຜ່ານເຈົ້າໄປກໍເປັນໄດ້
5. ຂໍສຳຜັດໄດ້ບໍ
ເປັນຄວາມຮູ້ສຶກແບບ ມີຄົນມາຈັບແຂນ ມີໃຜບໍ່ຮູ້ມາຈັບໄຫຼ່ ຮູ້ສຶກມີມືມາຈັບທີ່ຂາ ທັງໆທີ່ກໍຢູ່ຄົນດຽວ ຈຸດໆນັ້ນ ຫລືດີບໍ່ດີມາແຕະແຂນແຕະຂາເບົາໆ ແຕ່ແທ້ ໆ ໃຜຈະໄປຮູ້ ຖ້ານອນຢູ່ຢາກຈະລືມຕາເບິ່ງ… ກໍເຊີນຕາມສະບາຍ
6. ລົມພັດຕຶງໆ
ລົມພັດຕຶ້ງໆໆໆກ້ຳພູກະດຶງເຂດເມືອງເລີຍ..ກັບມາເຂົ້າເລື່ອງ ວ່າກັນວ່າດວງວິນຍານນັ້ນເປັນທາດລົມ ດັ່ງນັ້ນແລ້ວເວລາພວກທ່ານໄປໃສ່ມາໃດມັກຈະເຮັດໃຫ້ບັນຢາກາດໃນນັ້ນແປກໄປຢ່າງຊັດເຈນ ຊຶ່ງນີ້ອາດເປັນຕົ້ນເຫດທີ່ເຮັດໃຫ້ເຈົ້າຮູ້ສຶກໜາວເຢັນເຢືອກແບບແປກໆເວລາທີ່ພວກທ່ານຍ່າງຜ່ານໄປກໍເປັນໄດ້
7. ສາຍຕາຄູ່ນັ້ນ
ຢູ່ດີໆກໍຮູ້ສຶກເໝືອນມີຫຍັງບາງຢ່າງກຳລັງຈັບຈ້ອງມາຢູ່ຕະຫລອດເວລາ ຮູ້ສຶກ ເໝືອນວ່າໃນທີ່ແຫ່ງນີ້ບໍ່ໄດ້ມີເຮົາຢູ່ພຽງຄົນດຽວ ແຕ່ພໍຫັນຫລືຈ້ອງເບີ່ງໄປ ເຮົາຢູ່ຄົນດຽວ ອາການແບບນີ້ຖ້າບໍ່ເຈີກັບຕົວຈະຮູ້ເລີຍວ່າມັນຫຼອນຂະໜາດໃດ
8. ໄຟດັບແບບສັບພັນ
ຖ້າບໍ່ໄດ້ລືມຈ່າຍຄ່າໄຟ ຫລືບໍ່ມີໃຜໄປຍຸ່ງຫຍັງກັບສະວິດໄຟ ແລ້ວເກີດເຫດການຊວນຫຼອນແບບນີ້ຂຶ້ນມັນກໍໜ້າຄິດ ວ່າກັນວ່າດວງວິນຍານຄື ພະລັງງານຮູບແບບໜຶ່ງ ຊຶ່ງອາດຈະມີຜົນຕໍ່ເຄື່ອງໃຊ້ໄຟຟ້າໄດ້ ຂໍ້ນີ້ທັງຫມົດໄປເຖິງເຫດການປະຫຼາດໆ ທັງ ໂທລະທັດເປີດປິດ ຫລືປ່ຽນຊ່ອງເອງໄດ້(ໂດຍທີ່ບໍ່ມີໃຜນັ່ງທັບລິໂມດ) ຫຍັງທຳນອງນີ້
ความคิดเห็น
แสดงความคิดเห็น