ນານາຄວາມຮູ້…!!! 9 ວິທີ ຢຸດອາການປວດເນື້ອປວດຕົວທີ່ທໍລະມານ ຂອງທຸກພາກສ່ວນຂອງຮ່າງກາຍ ໂດຍສະເພາະປວດຫົວຢ່າງຮຸນແຮງ ດ້ວຍວິທີງ່າຍໆໄດ້ຜົນ 100%
9 ວິທີ ຢຸດອາການປວດຫົວທີ່ທໍລະມານ ດ້ວຍວິທີງ່າຍໆ ມີດັ່ງນີ້:
1. ອອກກຳລັງກາຍຮັບວັນໃໝ່
ການອອກກຳລັງກາຍທຸກມື້ ນອກຈາກຈະເຮັດໃຫ້ມີສຸຂະພາບທີ່ດີແລ້ວຮ່າງກາຍຍັງມີຄວາມແຂງແຮງ ຊ່ວຍປ້ອງກັນອາການປວດຫົວໄດ້ອີກດ້ວຍ ຜົນການສືກສາຈາກອາສາສະມັກຊາວອາເມລິກາພົບວ່າ:ຜູ້ຍິງທີ່ມີອາຍຸ 30 ປີຂື້ນໄປມີແນວໂນ່ມທີ່ຈະຕ້ອງພົບກັບອາການປວດຫົວຢ່າງຮຸນແຮງ ຫຼາຍກ່ວາຜູ້ຍິງທີ່ມີອາຍຸຕ່ຳ
2. ກີນກາເຟໜື່ງຈອກອາດຊ່ວຍທ່ານໄດ້
ຫາກທ່ານຮູ້ສືກວ່າອາການປວດຫົວຂອງທ່ານເລີ່ມຈະມາ ໃຫ້ດື່ມເຄື່ອງດື່ມທີ່ມີສ່ວນປະສົມຂອງຄາເຟອີນ ຄືຊາຫຼືກາເຟຊ່ວຍແກ້ບັນຫານີ້ໄດ້ ເຈໂຮເມ່ ດິຊອນ (Jerome Dwxon) ຜູ້ຊ່ຽວຊານດ້ານການບຳບັດອາການປວດຫົວແນະນຳວ່າການບໍລິໂພກເຄື່ອງດື່ມທີ່ມີສານຄາເຟອິນ ເປັນທາງເລືອກໜື່ງທີ່ສາມາດຮັກສາອາການປວດຫົວໄດ້ດີ.
3. ກາຍຍະບຳບັດອາການປວດບໍລິເວນກົກຄໍ
ຖ້ານັ່ງເຮັດວຽກດົນໆທ່ານອາດຈະຮູ້ສືກປວດເມື່ອຍຕາມກ້າມຊີ້ນ ໂດຍສະເພາະບໍລິເວນກົກຄໍຫຼືຕົ້ນຄໍທີ່ຈະຮຸ້ສືກປວດຫຼືຕືງເປັນພິເສດວິທີກໍ່ຄືຍືດຕົວໃຫ້ຊື່ຕົງ ອ່ຽງຫູໄປທາງຊ້າຍແລະຂວາຊ້າໆສະລັບກັນປະມານ 4-5ຄັ້ງຕໍ່ 1 ເທື່ອ
4. ຄາຍຄວາມຄຽດລະດ້ວຍແສງສະຫວ່າງ
ໃຜຈະຮູ້ວ່າແສງສະຫວ່າງມີຜົນຕໍ່ອາການປວດຫົວ ໂດຍສະເພາະຈາກຫຼອດໄຟຫາກປັບແສງໃຫ້ເໝາະສົມ ຈະຊ່ວຍຫຼຸດອາການປວດຫົວໄດ້ ນອກຈາກນີ້ຄວນອອກໄປດູດອາກດພາຍນອກແດ່ ເື່ອພັກສາຍຕາ ໃຫ້ຄາຍຄວາມເມື້ອຍລ້າຈາກການເບີ່ງຄອມພີວເຕີ່
5. ຈັດໂຕະເຮັດວຽກໃຫ້ເໝາະສົມ
ຫາກນັ່ງເຮັດວຽກຢູ່ເທີງໂຕະໝົດມື້ ຕ້ອງແນ່ໃຈວ່າໂຕະເຮັດວຽກຂອງທ່ານຢູ່ໃນຕຳແໜ່ງທີ່ບໍ່ກໍ່ໃຫ້ເກີດອາການປວດຫົວ ຕຳແໜ່ງທີ່ຖືກຕ້ອງຂອງທ່ານບໍ່ຕ້ອງກໍ່ຄືຈະຕ້ອງສູງລະດັບໜ້າເອິກແລະທ່ານຄວນພະຍາຍາມນັ່ງແບບຫຼັງຊື່ໆຈະເປັນການດີ
6. ກີນອາຫານວ່າງທີ່ມີປະໂຫຍດ
ຖ້າມີອາການປວດຫົວ ຄວນຮັບປະທານອາຫານຫວ່າງທີ່ມີປະໂຫຍດເຊັ່ນ:ອາຫານເພື່ອສຸຂະພາບ ເພື່ອຊ່ວຍຮັກສາລະດົບນ້ຳຕານໃນເລືອດ ແລະ ຄວນຫຼີກລ້ຽງອາຫານສຳເລັດຮູບແລະສ່ວນປະສົມຂອງແປ້ງນົວເຊີ່ງເປັນສານທີ່ກະຕຸ້ນໃຫ້ເກີດອາການປວດຫົວ
7. ວິຕາມິນ ບີ ເສີມຫຼຸດອາການຮຸນແຮງອາການປວດຫົວ
ຜົນການສືກສາຈາກມະຫາວິທະຍາໄລຄວີນແລນ ປະເທດອ໋ອດສະເຕເລຍພົບວ່າ ການກີນອາຫານເສີມທີ່ປະກອບໄປດ້ວຍວິຕາມິນ ບີແລະໂເລດ ( ວິຕາມີນໃນກຸ່ມທີ່ລະລາຍນ້ຳໄດ້) ຊ່ວຍຫຼຸດອາການຮຸນແຮງຈາກອາການປວດຫົວຂ້າງຄຽງຫຼືໄມເກຣນໄດ້ຫຼາຍຂື້ນ
8. ດື່ມນ້ຳສະອາດໃຫ້ພຽງພໍ
ເປັນທີ່ກັນດີຢູ່ແລ້ວວ່າ ການດື່ມເຄື່ອງດື່ມທີ່ມີແອວກໍຮໍ ເປັນເຫດທີ່ເຮັດໃຫ້ເກີດພາວະຮ່າງກາຍຂາດນ້ຳຫຼື Dehydration ແລະອາການປວດຫົວໃນຕອນຕື່ນເຊົ້າຫຼືເມົາຄ້າງ ເປັນໜື່ງໃນສາເຫດຫຼັກຂອງອາການປວດຫົວ ດັ່ງນັ້ນການດື່ມນ້ຳໃນປະລິມານທີ່ພຽງພໍກໍ່ຈະເປັນອີກໜື່ງວິທີໃຫ້ທ່ານຫາຍປວດຫົວໄດ້
9. ນອນໃຫ້ຄົບ 8 ຊົ່ວໂມງຫ່າງໃກໄມເກຣນ
ການນອນພັກຜ່ອນໃຫ້ຄົບ 8 ຊົ່ວໂມງຈະຊ່ວຍປ້ອງກັນອາການປວດຫົວໂດຍສະເພາະການປວດຫົວຊຳເຮື້ອ ເພາະການພັກຜ່ອນນອນບໍ່ຫຼັບ ມີການກ່ຽວຂ່ອງກັບການ ປວດຫົວໂດຍກົງຫາກທ່ານພັກຜ່ອນພຽງພໍກໍ່ຈະຊ່ວຍຫຼຸດຄວາມຸີ່ໃນການປວດຫົວໄດ້.
ທີ່ມາ:ສຸຂະພາບ ອັບເດດ | Health Update
ความคิดเห็น
แสดงความคิดเห็น