ພະຍາດສາຍຕາສັ້ນ ທີ່ທ່ານຕ້ອງໃສ່ໃຈ

ບັນຫາທາງສາຍຕານັ້ນ ມີສາເຫດມາຈາກສາຍຕາທີ່ຜິດປົກກະຕິ, ມີບັນຫາໃນການເບິ່ງເຫັນ ແລະ ເປັນບັນຫາຕໍ່ຜູ້ທີ່ເປັນບໍ່ແມ່ນໜ້ອຍ ຍິ່ງສາຍຕາສັ້ນທີ່ເຮົາເຫັນ

ຄົນທົ່ວໄປນັ້ນໃສ່ແວ່ນບາງທີ່ມັກຈະເປັນຍັງເດັກນ້ອຍກໍ່ມີ ຜູ້ທີ່ມີບັນຫາສາຍຕາສັ້ນຕັ້ງແຕ່ນ້ອຍ ພໍ່ແມ່ຄວນທີ່ຈະເອົາໃສເປັນຢ່າງດີເພາະວ່າໃນບາງເທື່ອເດັກນ້ອຍອາດຈະບໍ່ຮູ້ຕົວເອງວ່າເປັນ ຫາກເປັນຍັງນ້ອຍກໍ່ຄວນທີ່ຈະຈັດຫາແວ່ນທີ່ສາຍຕາສັ້ນເພື່ອໃສ່ໃນການແກ້ໄຂບັນຫາ

ອາດຈະມີການປ່ຽນແວ່ນຫຼາຍເທື່ອຈົນແວ່ນທີ່ໃສ່ໜາຂື້ນ ແລະ ພົບວ່າມີຈໍານວນເດັກນ້ອຍທີ່ສາຍຕາສັ້ນເພິ່ມຫຼາຍຂື້ນ ຫາກບໍ່ແກ້ໄຂແລ້ວວຈະເປັນຜົນຂອງການຮຽນເພາະວ່າການອ່ານໜັງສືລໍາບາກລວມເຖີງການເບິ່ງເຫັນເຈ້ຍນໍາ ແລະ ມີຄວາມເຊື່ອວ່າເດັກທີ່ໃສ່ແວ່ນມັກເປັນເດັກນ້ອຍທີ່ຮຽນເກັ່ງແທ້ຈິງແລ້ວບໍ່ກ່ຽວກັນເລີຍ ເພາະຄົນທີ່ມີບັນຫາເລື່ອງສາຍຕາຈະໃສ່ແວ່ນເພື່ອອ່ານຫຼັງສືໄດ້ຊັດເຈນເທົ່ານັ້ນ ບໍ່ກ່ຽວກັບການເອົາໃຈໃສ່ໃນການຮຽນ ແຕ່ການໃສ່ແວ່ນເຮັດໃຫ້ເປັນຜົນທາງດ້ານຈິດວິທະຍາໃນການຮຽນໄດ້.

ສາຍຕາສັ້ນ ຄືການເບິ່ງເຫັນໃນໄລຍະໄກບໍ່ຊັດເຈນເຮັດໃຫ້ຍາກລໍາບາກຕໍ່ການເບິ່ງເຫັນວັດຖຸທີ່ມີຂະໜາດນ້ອຍ ຫຼື ວ່າມີຄວາມລະອຽດ , ເບິ່ງໄລຍະໄກຈະເປັນມົວໆ ດັ່ງນັ້ນຫາກຕ້ອງການທີ່ຈະເບິ່ງເຫັນໃຫ້ຊັດເຈນກໍ່ຕ້ອງເອົາສິ່ງທີ່ຕ້ອງການເບິ່ງເຂົ້າມາໃກ້ສາຍຕາ ເນື່ອງຈາກເລນຕາມີຄວາມໜາ ຫຼື ວ່າໂຄ້ງຫຼາຍກ່ວາຄົນປົກກະຕິ ລວມເຖີງໜ່ວຍຕາຍາວ ສົ່ງຜົນເຮັດໃຫ້ພາບຕົກບໍ່ຮອດຈຸດໂຟກັດ

ການເກີດສາຍຕາສັ້ນນັ້ນ ມີການສໍາຫຼວດຈາກຄົນທົ່ວໂລກວ່າຄົນທີ່ສາຍຕາສັ້ນສ່ວນຫຼາຍເປັນຊາວຈີນ ແລະ ຍີ່ປຸ່ນເປັນທີ່ສາຍຕາສັ້ນຫຼາຍກ່ວາຊາດອື່ນໆ ແລະ ຄົນໄທຖືວ່າມີບັນຫານ້ອຍຫຼາຍ ສ່ວນຫຼາຍເປັນສາຍຕາຍາວແທນ ການເກີດກໍ່ຄືການທີ່ເລນຕາມີຄວາມໜາຫຼືວ່າໂຄ້ງຫຼາຍກ່ວາປັກກະຕິ ສາຍຕາສັ້ນບໍ່ແມ່ນການພິການແຕ່ເປັນຄວາມຜິດປົກກະຕິຂອງຮ່າງກາຍຄືກັບຄົນທີ່ເກີດມາມີສີຜິວ ຄວາມສູງບໍ່ເທົ່າກັນນັ້ນແລະ ຢ່າໄດ້ວິຕົກກັງວິນເລື່ອງສາຍຕາ ຫຼື ນໍາໄປຄິດວ່າເປັນປົມດ້ອຍ ເພາະສາມາດໃຊ້ຊີວິດທົ່ວໄປໄດ້

ສາເຫດການເກີດສາຍຕາສັ້້ນ ທີ່ພົບທົ່ວໄປມີສາເຫດຈາກກໍາມະພັນ ແລະ ສາຍຕາສັ້ນທົ່ວໄປປົກກະຕິ

– ສາຍຕາສັ້ນປົກກະຕິ ມັກເກີດຈາກເລນຕາເຊື່ອມ ຫຼື ໜາກ່ວາປົກກະຕິ ສາຍຕາທີ່ພົບໄດ້ເລື່ອຍໆ ແລະ ທົ່ວໄປແຕ່ໃນບາງເທື່ອຜູ້ທີ່ເປັນຮູ້ຈັກປັບຕົວເລີຍບໍ່ຮູ້ຫຍັງຫຼາຍ ເພາະວ່າຈະສັ້ນພຽງເລັກນ້ອຍເທົ່ານັ້ນ ແຕ່ຕ້ອງອາໄສການເປ່ງສາຍຕາ ຫຼື ການນໍາວັດຖຸເຂົ້າໃກ້ ຫາກເປັນຫຼາຍອາດຈະຕ້ອງໃສ່ແວ່ນແຕ່ບໍ່ຕ້ອງປ່ຽນແວ່ນຕະຫຼອດ ເມື່ອມີອາຍຸຫຼາຍແລ້ວ

– ສາຍຕາສັ້ນຈາກກໍາມະພັນ ເປັນສາຍາສັ້ນທີ່ເກີດຈາກພໍ່ແມ່ ຫຼື ຖ່າຍທອດມາຈາກບັນພະບູລຸດ ເລີຍມັກມີອາການຕັ້ງແຕ່ຍັງນ້ອຍ ຊຶ່ງອາດຈະເລີ່ມພົບຕັ້ງແຕ່ອາຍຸໄດ້ 5-6ປີ ແລະ ຈະສັ້ນໄປເລື່ອຍໆ ເລີຍຈໍາເປັນທີ່ຈະຕ້ອງຕັດແວ່ນໃນທຸກປີ ແລ້ວຍັງພົບວ່າມີບັນຫາອື່ນຕາມມາເຊັ່ນ , ເຮັດໃຫ້ຕາເສື່ອມໄດ້ງ່າຍ, ວຸ້ນໃນຕາ, ຈໍພາບຕາຈະມີຄວາມບາງ ແລະ ເສື່ອມໄດ້ງ່າຍ,

ການປ້ອງກັນ ແລະ ການຮັກສາ

ການປ້ອກັນຄົງເປັນເລື່ອງທີ່ຍາກຫຼາຍສໍາລັບສາເຫດເກີດຈາກກໍາມະພັນ ແຕ່ກໍ່ຕ້ອງເບິ່ງແຍງບໍ່ໃຫ້ເປັນຫຼາຍຂື້ນເຊັ່ນ: ບໍ່ອ່ານໜັງສືໃນທີ່ແຈ້ງ ບໍ່ໃຊ່ສາຍຕາໜັກໄປ ກິນອາຫານໃຫ້ຄົບຫ້າໝູ່ເພື່ອບໍາລຸງສາຍຕາ ໃນຄົນທີ່ສາຍຕາສັ້ນຈະໃຊ້ເລນຈະກະຈາຍແສງໃຫ້ຕົກທີ່ຈຸດໂຟກັດ

ຂອບໃຈທີມາ: Saloon.com

ความคิดเห็น