ສຸດຍອດໄປເລີຍ…ເຮັດ​ງ່າຍ​​ໆ…!!​! ວິທີ​ກຳຈັດ ” ​ຂົນຂີ້ແຮ້ ” ແບບທຳມະຊາດ ໂຄດງ່າຍໄດ້ປະໂຫຍດ ໃຜກໍ່ເຮັດໄດ້ ໄປເບີ່ງເລີຍ​…

ຂີ້ແຮ້ເປັນສ່ວນໜຶ່ງຂອງຮ່າງກາຍ ເຈົ້າຄວນເບິ່ງແຍງຂີ້ແຮ້ຢ່າງສະຫມ່ຳສະເໝີເພື່ອສຸຂະອະນາໄມທີ່ດີ ຕອນນີ້ມີຜະລິດຕະພັນສຳລັບເບິ່ງແຍງແລະລະງັບກິ່ນຫຼວງຫຼາຍ ແຕ່ເມື່ອເຫື່ອອອກມາມັນເຮັດໃຫ້ເກີດຄາບເທິງເສື້ອຜ້າຂອງເຈົ້າ

ຄົນສ່ວນໃຫຍ່ຄິດວ່າເມື່ອກຳຈັດຂົນຂີ້ແຮ້ອອກຈະຊ່ວຍໃນການຫຼຸດກິ່ນ ຈຶ່ງກຳຈັດຂົນຂີ້ແແຮ້ເປັນປະຈຳແຕ່ບໍ່ດົນຂົນກໍ່ຂຶ້ນໃໝ່ຢ່າງວ່ອງໄວ

ເຮົາຈະແນະນຳວິທີທຳມະຊາດໃນການກຳຈັດຂົນງ່າຍໆ ທີ່ສາມາດປະຫຍັດເງີນຈາກການໄປຮ້ານເສີມສວຍເພື່ອແວ໊ກຂົນອັນແສນເຈັບປວດ

ວິທີເຫຼົ່ານີ້ໃຊ້ສ່ວນປະສົມຈາກທຳໝາກຊາດທັງໝົດ ມັນເຕັມໄປດ້ວຍສານຕ້ານອະນຸມູນອິດສະຫລະ ວິຕາມິນ ແລະ ແຮ່ທາດທີ່ຊ່ວຍຖະນຸຖະນອມຜິວຂອງເຈົ້າແລະຊ່ວຍເຮັດໃຫ້ຜິວຊຸ່ມຊື້ນສົດໃສຂຶ້ນອີກດ້ວຍ ໃນທາງກັບກັນຄົນ

ສ່ວນໃຫຍ່ລືມວ່າຜິວໜັງເປັນອະໄວຍະວະທີ່ໃຫຍ່ທີ່ສຸດຂອງພວກເຂົາ ທີ່ຈະຕ້ອງໄດ້ຮັບການດູແລຮັກສາດ້ວຍຄວາມລະມັດລະວັງເຊັ່ນດຽວກັບຫົວໃຈ ສະຫມອງ ຫມາກໄຂ່ ຫລັງ ຫຼື ຕັບ ມັນສຳຄັນຫຼາຍທີ່ເຈົ້າຈະໃຊ້ຫຍັງທາເທິ່ງຜິວຂອງເຈົ້າ ຊຶ່ງນຳເຂົ້າໄປສູ່ກະແສເລືອດຂອງເຈົ້າ

+ວິທີເຮັດດ້ວຍ ໝາກນາວແລະນ້ຳຕານ

ຜູ້ຍິງເອເຊຍໃຊ້ນ້ຳຕານໃນການແວ໊ກຂົນມາດົນຫຼາຍສັດຕະວັດ ວິທີນີ້ງ່າຍແລະມີປະສິດທິພາບຫລາຍ ພຽງໃຊ້ນ້ຳຕານພຽງແຕ່ 2 ບ່ວງໂຕະປະສົມກັບນ້ຳໝາກນາວ 1 ບ່ວງໂຕະ

ຈາກນັ້ນນຳສ່ວນປະສົມນີ້ມາທາຂີ້ແຮ້ແລະປ່ອຍຖິ້ມໄວ້ປະມານ 2-3 ນາທີ ເຊັດອອກດ້ວຍຜ້າຈຸ່ມນ້ຳໝາດໆ ໃຫ້ສະອາດ ເຮັດຊ້ຳເປັນປະຈຳອາທິດລະ 2 ເທື່ອ ຂົນຂີ້ແຫ້ຂອງເຈົ້າຈະຫຼຸດລົງທຸກເທື່ອທີ່ເຈົ້າໃຊ້ການຮັກສານີ້

+ ວິທີເຮັດດ້ວຍໄຂ່ແລະແປ້ງສາລີ

ໃຊ້ໄຂ່ແລະແປ້ງສາລີເຄີ່ງບ່ວງໂຕະມາປະສົມຈົນເປັນເນື້ອດຽວກັນ ໃຊ້ທາຂີ້ແຫ້ ຖ້າຈົນກວ່າຈະແຫ້ງແລະລ້າງອອກດ້ວຍນ້ຳ

+ ວິທີເຮັດດ້ວຍນົມແລະຂີ້ມິ້ນ

ໃຊ້ຂີ້ມິ້ນ 1 ບ່ວງໂຕະແລະນົມ 2 ບ່ວງໂຕະປະສົມໃຫ້ເຂົ້າກັນ ໃຊ້ທາຂີ້ແຫ້ຂອງເຈົ້າປ່ອຍຖິ້ມໄວ້ບຶດໜຶ່ງແລະລ້າງອອກດ້ວຍນ້ຳສະອາດ

ທີ່ມາ:ສຸຂະພາບ ອັບເດດ | Health Update

ความคิดเห็น