ຮູ້ໄວ້ກໍ່ບໍ່ເສຍຫາຍ..!!! ວິທີປະຖົມພະຍາບານຂັ້ນຕົ້ນ…??? ຖ້າທ່ານຖືກງູກັດ !!! ຄວນເຮັດແນວໃດ ໃຫ້ຖືກວິທີ ??

ງູກັດປະຖົມພະຍາບານແນວໃດ?ມີວິທີຄື:

ຫຼັງຈາກຖືກງູກັດຈະຕ້ອງປະຖົມພະຍາບານທັນທີ ກ່ອນທີ່ຈະນຳສົ່ງໂຮງໝໍ ຍາດຕີພີ້ນ້ອງແລະໝູ່ເພື່ອນຄວນປະຖົມພະຍາບານເບື້ອງຕົ້ນທັນທີ ດ້ວຍຄຳແນະນຳໄດ້ຄື

1. ໃຊ້ເຊື້ອກ ຜ້າ ຫຼືສາຍຢາງຮັດແຂນຫຼືຂາລະຫວ່າງແຜງູກັດກັບຫົວໃຈ(ເໜືອຮອຍແຜ2-4ນີ້ວ)ເພື່ອປ້ອງກັນບໍ່ໃຫ້ຜີດງູເຂົ້າສູ້ຮ່າງກາຍທີ່ໄວວາ ໃຫ້ຮັດແນ່ນພໍທີ່ຈະຍູດຂອງການໄຫຼວຽນຂອງເລື່ອດດຳ ແລະ ຄາຍເຊື້ອກທຸກ15ນາທີໂດຍຄາຍຄັ້ງລະ30-60ວິນາທີຈົນກ່ວາຈະຮອດໂຮງໝໍ

2. ໃຫ້ເຄື່ອນໄຫວແຂນຫຼືຂາບ່ອນທີ່ຖືກງູກັດໃຫ້ນ້ອຍທີ່ສຸດແລະຄວນຈັດຕຳແໜ່ງທີ່ຖືກງູກັດໃຫ້ຕ່ຳກ່ວາຫວົໃຈ ໃນເວລາເດີນທາງບໍ່ໃຫ້ຄົນເຈັບຍ່າງໃຫ້ນັ່ງລົດຫຼືແບກຫາມ ເພື່ອປ້ອງກັນການແຜ່ກະຈາຍຂອງຜິດງູ

3. ຄວນເບີ່ງໃຫ້ຮູ້ແທ້ວ່າເປັນງູຫຍັງ ຖ້າບໍ່ແນ່ໃຈຄວນຖາມຄົນທີ່ຢູ່ໃນເຫດການ ທີ່ຂ້າຫຼືຕີງູ (ຫ້າມຕີຈົນບໍ່ຈື່ລັກຊະນະຂອງງູໄດ້)

4. ຍ່າໃຫ້ຄົນເຈັບດື່ມສີ່ງທີ່ມື່ນເມົາໂດຍສະເພາະເຫຼົ່າເບຍຫຼືສານກະຕູ່ນປະສາດລວມເຖີງຊາ ກາເຟ

5. ຫ້າມໃຊ້ໄຟຫຼືເຫຼັກທີ່ຮ້ອນຈີ້ທີ່ແຜງູກັດແລະຢ່າໃຊ້ມີດປາດແຜໂດຍເດັດຂາດເພາະເຮັດໃຫ້ເລືອດອອກຫຼາຍ

6. ຖ້າຄົນເຈັບຍຸດຫາຍໃຈ(ຈາກງູຜິດທີ່ຕໍ່ຕ້ານປະສາດ)ໃຫ້ເຮັດການເປົ່າປາກຊ່ວຍຫາຍໃຈໄປຕະຫຼອດທາງຈົນກ່ວາຈະຮອດໂຮງໝໍທີ່ໃກ້ທີ່ສຸດ

7. ສຳລັບແຜໃຫ້ໃຊ້ຢາຂ້າເຊື້ອລ້າງບາດແຜ ຖ້າຮູ້ສືກເຈັບແຜໃຫ້ກິນຢາປະຣາເຊຕະໂມນ

ຄວາມແຕກຕ່າງລະຫວ່າງງູມີຜິດກັບງູບໍ່ມີຜິດ

ງູຜິດຈະມີຮອຍຂຽວຢູ່ບ່ອນຮອຍແຂ່ວງູກັດມີລັກຊະນະເປັນຮູກ້ວາງຄ້າຍຄືເຂັມສີດຢາມີທໍ່ຕິດຕໍ່ກັບຕ່ອມນ້ຳຜິດເມື່ອງູຜິດກັດຕ່ອມນ້ຳຜິດຈະປ່ອຍຜິດໄລຕາມທໍ່ແລະອອກສີຂຽວໆເປັນຈຸດ2ຈຸດທີ່ບໍລິເວນງູກັດ ງູບໍ່ມີຜິດຈະບໍ່ຂຽວມີແຕ່ຮອຍແຂ່ວນ້ອຍໆຫຼືອາດຈະບໍ່ເຫັນຮອຍເລີຍ

ທີ່ມາ ສຸຂະພາບ ອັບເດດ | Health Update

ความคิดเห็น