ຄວນຮູ້ໄວ້ !! ປັນຫາ “ລັງແຄ” ເປັນສູດງ່າຍໆ ກຳຈັດໄດ້ດ້ວຍສະໝູນໄພໃກ້ຄົວ??
* ບັນຫາລັງແຄ ອາດເປັນບັນຫາທີ່ບໍ່ໃຫຍ່ພໍປານໃດຖາມທຽບກັບບັນຫາອື້ນ ແຕ່ກໍ່ສ້າງຄວາມລຳຄານໃຫ້ກັບໃຜຫຼາຍຕົນ ເພາະບາງເທື້ອອາດຈະເບີ່ງຄືຫິມະຕົກລັງມາໃສ່ເສື່ອໄປໝົດ
ແລະອາດເບີ່ງຫົວຄືສົກກະປົກໄປໝົດເຮົາຂໍແນະນຳສູດສະໝູນໄພກຳຈັດລັງແຄແບບງ່າຍໃຫ້ລອງໄປໃຊ້ເບີ່ງ
1. ໝາກຂີ່ຫູດ
ໃນອາດີດນັ້ນຄົນມີການໃຊ້ໝາກຂີ່ຫູດໃນການສະຜົມມາໄດ້ຢ່າງຍາວນານແລ້ວ ປະຈຸບັນກໍ່ຍັງມີການພັດທະນາມາເປັນແຊມພູໝາກຂີ່ຫູດແບບສະໝູນໄພທີ່ມີມາດຕາຖານສົ່ງອອກແລ້ວ ການກຳຈັດລັງແຄດ້ວຍໝາກຂີ່ຫູດສາມາດເຮັດໄດ້ງ່າຍໆດ້ວຍການບີບເອົານ້ຳແລ້ວນຳມານວດທີ່ຜົມເທີງຫົວ ປະໄວ້ 5 ນາທີແລ້ວຂະຢີເບົາໆແລ້ວລ້າງອອກດ້ວຍນ້ຳສະອາດນອກຈາກລັງແຄຈະຫາຍຍັງເຮັດໃຫ້ຜົມນຸ່ມດົກດຳໄດ້ອີກ
2. ຫວານຫາງແຂ້
ຫວານຫາງແຂ້ໃນນາມຢາສະໝານແຜໄຟໃໝ່ ນ້ຳຮ້ອນລວກແຕ່ກໍ່ສາມາດກຳຈັດລັງແຄໄດ້ເຊັ່ນກັນພຽງແຕ່ນຳມາລ້ອກເປືອກສີຂຽວອອກ ແລ້ວລ້າງໃຫ້ສະອາດຈາກນັ້ນກໍ່ນຳໄປປັ່ນໃຫ້ມຸ້ນແລ້ວເອົາໄປໝັກໃສ່ຫົວ ປະໄວ້ 30 ນາທີແລ້ວລ້າງອອກດ້ວຍນ້ຳສະອາດ
3. ໝາກນາວ
ຕ້ອງເຮັດການປະສົມດ້ວຍນ້ຳອຸ່ນໆ ກັບນ້ຳ 1 ຖ້ວຍນ້ອຍຕໍ່ໝາກນາວ 1 ບ່ວງໂຕະ ແລ້ວເອົາມານວດໃສຜົມທີ່ຫົວປະໄວ້ 15-20 ນາທີສູດນີ້ຈະຊ່ວຍກຳຈັດເຊວທີ່ຕາຍອອກຈາກຫົວລວມໄປເຖີງຍັງເຮັດໃຫ້ເສັ່ນຜົມມີປະກາຍແລະກີ່ນຫອມແລະຜ່ອນຄາຍອີກດ້ວຍ
4. ໄຂ່ແດງປົນໝາກນາວ
ເປັນວິທີໄດ້ຮັບຄວາມນິຍົມມາແຕ່ບູຮານພຽງນຳໄຂ່ແດງໜື່ງໜ່ວຍ(ແຍກໄຂ່ຂາວເອົາແຕ່ໄຂ່ແດງ) ປະສົມກັບໝາກນາວ 1 ຊ້ອນໂຕະແລະນ້ຳສະອາດ1ຖ້ວຍນ້ອຍແລ້ວນຳເອົາມາໝັກຜົນ ປະໄວ້ 10-15 ນາທີສູດນີ້ຈະມີກີ່ນຄາວຈາກໄຂ່ແດງ ຈີ່ງຄວນສະດ້ວຍແຊມພູຊ່ຳອີກເທື້ອໜື່ງ ນອກຈາກກຳຈັດລັງແຄແລ້ວຍັງເຮັດໃຫ້ຜົມດຳໄດ້ອີກ
5. ແອບເປີ່ນ
ແອບເປີ່ນກໍ່ສາມາດນຳມາກຳຈັດລັງແຄໄດ້ ດ້ວຍການບີບເອົານ້ຳແລ້ວປະສົມກັບນ້ຳອຸ່ນຈາກນິ້ກໍ່ນຳມາໝັກໃສ່ຜົມເທີງຫົວແລ້ວນວດເບົາ ຈະນັ້ນກໍ່ລ້າງອອກດ້ວຍນ້ຳສະອາດພຽງເທົ້ານີ້ລັງແຄກໍ່ຈະໝົດໄປເອງ
ທີ່ມາ:http://skapbpb.com
ທີ່ມາ:http://www.sanook.com
ความคิดเห็น
แสดงความคิดเห็น