ແຊຣເກັບໄວ້ເລີຍ…!!! ແຈກສູດເດັດ..ສູດກະຕຸ້ນການຈະເລີນເຕີບໂຕ..ຂອງຕົ້ນໄມ້ໃຫ້ໝາກ !! ເລັ່ງດອກ-ເລັ່ງໝາກ ອອກໝາກອອກຜົນ ຈົນງ່າຊີຫັກພຸ້ນລະ!!
ແຊຣເກັບໄວ້ເລີຍ…!!! ແຈກສູດເດັດ..ສູດກະຕຸ້ນການຈະເລີນເຕີບໂຕ..ຂອງຕົ້ນໄມ້ໃຫ້ໝາກ !! ເລັ່ງດອກ-ເລັ່ງໝາກ ອອກໝາກອອກຜົນ ຈົນງ່າຊີຫັກພຸ້ນລະ
ສູດກະຕຸ້ນການຈະເລີນເຕີບໂຕ
+ ສ່ວນປະກອບ
– ແປ້ງນົວ 1 ບ່ວງຊາ
– ນ້ຳສົ້ມ 1 ບ່ວງຊາ
– ນ້ຳລ້າ 5 ລິດ
-ນຳມາປະສົມກັນແລ້ວສີດຕາມພືດທີ່ປູກ
* ສູດການກະຕຸ້ນການອອກດອກຂອງພືດໃຫ້ໝາກແບບເລັ່ງດ່ວນ
-ກະທິງແດງ 1 ຝາ
-ແປ້ງນາວ 1 ບ່ວງຊາ
-ນ້ຳ 20 ລິດ
-EM 10 ຊີຊີ (EM ຄືຈຸລີນຊີສັງເຄາະແສງ)
ວິທີການເຮັດແລະການນຳໃຊ້
ເອົາສ່ວນປະສົມທັງໝົດມາລວມກັນແລ້ວຄົນໃຫ້ເຂົ້າກັນ ຈາກນັ້ນກໍ່ນຳໄປສີດຕາມໃບ ໂດຍໃຫ້ເຮັດການສີດກ່ອນພືດຈະອອກດອກປະມານ 1-2 ອາທິດຈະຊ່ວຍເລັ່ງແລະເພີ່ມການຕິດດອກຂອງພືດ ແລະ ຖ້າໃຊ້ສີດພົ້ນລົງດີນຮອບໆ ກໍ່ຈະຊ່ວຍບຳລຸງດີນໃຫ້ສົມບູນດີຂື້ນ
ສູດ EM (ຈຸລີນຊີສັງເຄາະແສງ)
+ ສ່ວນປະສົມ
-ໄຂ່ໄກ່
-ນ້ຳປາ
-ແປ້ງນາວ
-ນ້ຳລ້າ 1 ກວດ
ວິທີເຮັດ
ຕີໄຂ່ໃສ່ຊາມໃສ່ແປ້ງນາວເຄີ່ງບ່ວງໂຕະ , ນ້ຳປາ 2 ບ່ວງໂຕະ ຕໍ່ໄຂ່ 1 ໜ່ວຍ ຕີປະສົມໃຫ້ເຂົ້າກັນນຳສ່ວນປະສົມທີ່ແລ້ວລົງໃສ່ໃນກວດຫຼືຕຸກປະມານ 2-3 ບ່ວງໂຕະຕໍ່ກວດ ເຍົ່າໃຫ້ເຂົ້າກັນແລ້ວນຳໄປຕາກແດດປະມານ 1 ເດືອນ ຈະສາມາດນຳໄປສີດພົ້ນຫຼືປະສົມກັບສູດອື້ນໆກໍ່ໄດ້
* ວິທີໃຊ້
ປະສົມຈຸລີນຊີສັງເຄາະແສງກັນນ້ຳລ້າໆໃນອັດຕາສ່ວນ 1:200 ຫຼື 100 ຊີຊີ ຕໍ່ 20 ລິດ ແລ້ວນຳໄປສີດພົ້ນທັງຕົ້ນແລະໃບ ເພື່ອໃຫ້ພືດແຂງແຮງແລະສັງເຄາະແສງໄດ້ດີຂື້ນ ຫຼື ໃຊ້ສີດລົງດີນເພື່ອບຳລຸງຮາກໄດ້ຮັບອາຫານໄດ້ດີຂື້ນເຮັດໃຫ້ການຈະເລີຍເຕີບໂຕດີຂື້ນ.
( ຖ້າເຮັດແລ້ວໄດ້ຜົນກໍ່ບອກຕໍ່ໆກັນແດ່ເດີ) ພິເສດ ໃຊ້ໄດ້ກັບຕົ້າໄມ້ທຸກຊະນິດທີ່ເປັນຕົ້ນໄມ້ໃຫ້ໝາກ
ທີ່ມາ:http://zoo-za.com
ความคิดเห็น
แสดงความคิดเห็น