ຊາຍທົ່ວໂລກມີເຮ!! ສະວິດຄວບຄຸມການຫຼັ່ງອະສຸຈິກຳລັງຈະມາແລ້ວ! (ມີຄລິບ)

ຊາຍທົ່ວໂລກມີເຮ!! ສະວິດຄວບຄຸມການຫຼັ່ງອະສຸຈິກຳລັງຈະມາແລ້ວ!

ປັນຫາການຄຸມກຳເນີດອາດຈະໝົດໄປ ແລະຄົງເປັນທີ່ມັກຫລືຕ້ອງການຂອງຊາຍຜູ້ຮັກສະນຸກກໍໄດ້ ເພື່ອຈະໄດ້ບໍ່ສ່ຽງຕໍ່ການຕິດພະຍາດຫລືບັນຫາທ້ອງກ່ອນໄວອັນຄວນ ເພາະໃນຕອນນີ້ໄດ້ມີການປະດິດຄິດຄົ້ນສິ່ງທີ່ໜ້າອັດສະຈັນ ແຕ່ແອບສຽວໆນ້ອຍໜື່ງ ເຄື່ອງສະວິດປິດເປີດ ການຫຼັ່ງອະສຸຈິ ຊຶ່ງເຄື່ອງນີ້ເອງຈະມາເປັນຕົວເຮັດຫນ້າທີ່ຄວບຄຸມການຫຼັ່ງອະສຸຈິ ໂດຍແນວຄິດນີ້ມາຈາກຊາວເຍລະມັນ ຊື່ວ່າ Clemens Bimek

ທ່ານໄດ້ໄອເດຍນີ້ແລະຄິດຄົ້ນປະດິດຂຶ້ນມາ ພ້ອມຍັງໄດ້ໃຊ້ກັບຕົວເອງອີກດ້ວຍ ແຖມຍັງປັບປຸງເລື່ອຍມາຈົນສຳເລັດ ແນ່ນອນວ່າ ມັນບໍ່ມີຜົນຂ້າງຄຽງໃດໆໃນລະຫວ່າງການຜ່າຕັດໃສ່ ໄປຈົນເຖິງການໃຊ້ງານ ມັນມີຂະໜາດນ້ອຍຫລາຍຈົນພໍທີ່ຈະໃສ່ເຂົ້າໄປຢັງທໍ່ສົ່ງອະສຸຈິໄດ້ ແລະມັນຈະເຮັດຫນ້າທີ່ຄວບຄຸມການຫຼັ່ງພຽງແຕ່ກົດສະວິດເທົ່ານັ້ນເອງ ໂດຍໄລຍະເວລາການຜ່າຕັດກໍພຽງແຕ່ 30 ນາທີເທົ່ານັ້ນ

ແຕ່ເຖິງຢ່າງໃດກໍຕາມແຕ່ ການທົດລອງນີ້ຍັງເປັນແຕ່ການທົດລອງກັບເຈົ້າຂອງຜູ້ປະດິດເທົ່ານັ້ນ ແຕ່ຢັງບໍ່ໄດ້ທົດລອງກັບໃຜເລີຍ ຊຶ່ງໂຄງການນີ້ຈະຄ່ອຍໆພັດທະນາເຕີບໃຫຍ່ກັນຕໍ່ໄປ ໂດຍຈະມີການສັນຫາໜຸ່ມໆທັງຫຼາຍມາກໍ່ການທົດລອງນີ້ ຊຶ່ງແນ່ນອນວ່າຈະຕ້ອງມີຄົນຫລວງຫລາຍສົນໃຈໂຄງການນີ້ຫລວງຫລາຍ

CR: ຂໍຂອບໃຈຂໍ້ມູນຈາກ 4toom.com

ความคิดเห็น