ເຫດຜົນທີ່ບໍ່ຄວນກິນ “ນໍ້າຕານ” ຫຼາຍຈົນເກີນໄປ
ນໍ້າຕານບໍ່ແມ່ນນຳມາເປັນສາເຫດຂອງພະຍາດເບົາຫວານ ແລະຕຸ້ຍເທົ່ານັ້ນ ແຕ່ເປັນສາເຫດທີ່ເຮັດໃຫ້ເກີດຫຼາຍໆພະຍາດ ແລະບໍ່ຄວນກິນຫຼາຍຈົນເກີນໄປ ເພາະເປັນອັນຕະລາຍຕໍ່ສຸຂະພາບຫຼາຍ
1ເຮັດໃຫ້ລະບົບພູມຄຸ້ມກັນໃນຮ່າງກາຍຫຼຸດລົງ ແລະ ເຮັດໃຫ້ແຮ່ທາດໃນຮ່າງກາຍຖືກລົບກວນ.
2ກິນນໍ້າຕານໃນຊ່ວງຖືພາລູກ ແລະ ໃຫ້ນົມລູກຈະມີຜົນໃນການສ້າງແຮງຂອງກ້າມເນື້ອໃນລູກນ້ອຍ.
3ເພີ່ມຄວາມສ່ຽງຂອງພະຍາດມະເຮັງກະເພາະ ແລະ ເຮັດໃຫ້ອາຫານບໍ່ຍ່ອຍ.
4ຫຼຸດຄວາມສາມາດຂອງຮ່າງກາຍໃນການປ້ອງກັນການຕິດເຊື້ອແບັກທີເລຍ.
5ນໍ້າຕານຈະໄປຫຼຸດໄຂມັນດີ ແລະ ເຮັດໃຫ້ຮ່າງກາຍຂາດໂຄຣມຽມ.
6ສ່ຽງໃນການເກີດມະເຮັງຮັງໄຂ່ ແລະ ເພີ່ມລະດັບກຣູໂຄສໃນຮ່າງກາຍ.
7ເຮັດໃຫ້ເລືອດເກີດໜຽວ ແລະ ເຮັດໃຫ້ເກີດການອຸດຕັນໃນເສັ້ນເລືອດ.
8ນໍ້າຕານກໍ່ໃຫ້ເກີດອະນຸມູນອິດສະລະ.
9ນໍ້າຕານເຮັດໃຫ້ດວງຕາເສື່ອມສະພາບ.
10ນໍ້າຕານຜະລິດສານທີ່ກໍ່ໃຫ້ເກີດພະຍາດມະເຮັງ ແລະ ມະເຮັງລຳໄສ້ໃຫຍ່.
11ນໍ້າຕານກໍ່ໃຫ້ເກີດພະຍາດແຂ້ວຜຸ.
12ນໍ້າຕານສົ່ງຜົນໃຫ້ຄົນຕຸ້ຍກິນອາຫານຫຼາຍເກີນໄປ.
13ນໍ້າຕານກໍ່ໃຫ້ເກີດເສັ້ນເລືອດຂອດ.
14ນໍ້າຕານຈະເພີ່ມຄໍເລດເຕີລໍໃນຮ່າງກາຍ.
15ນໍ້າຕານເຮັດໃຫ້ເກີດພະຍາດເບົາຫວານ.
16ນໍ້າຕານເພີ່ມຂະໜາດຂອງຕັບ ດ້ວຍການເພີ່ມເຊວຂອງຕັບ.
ເຊິ່ງທີ່ເວົ້າມາທັງໝົດນັ້ນເປັນເຫດທີ່ເຮັດໃຫ້ເຮົາບໍ່ຄວນກິນນໍ້າຕານຫຼາຍເກີນໄປ ເພາະອາດເຮັດໃຫ້ເກີດພະຍາດຮ້າຍແຮງຕ່າງໆຕາມມາ, ແຕ່ຖ້າກິນກໍຄວນກິນໃນປະລິມານທີ່ເໝາະສົມກັບຄວາມຕ້ອງການຂອງຮ່າງກາຍ ຈະເປັນການດີທີ່ສຸດ
ຂໍຂອບໃຈຂໍ້ມູນດີໆຈາກ:ແຊຣ໌ຕໍ່sharetors
ความคิดเห็น
แสดงความคิดเห็น