ອາລົມຂອງແມ່ມານນັ້ນ ມີຄວາມສຳພັນຕໍ່ລູກໃນທ້ອງນຳ

ອາລົມຂອງແມ່ມານນັ້ນ ມີຄວາມສຳພັນຕໍ່ລູກໃນທ້ອງນຳ ຖ້າແມ່ອາລົມດີມີຄວາມສຸກ ກໍຈະເຮັດໃຫ້ເດັກນ້ອຍອາລົມດີ ລ້ຽງງ່າຍ ລ່າເລີງແຈ່ມໃສ ແຕ່ຫາກແມ່ມານທີ່ມີອາລົມປັ່ນປ່ວນ

ຫງຸດຫງິດ ຄຽດ ກັງວົນຫຼາຍເປັນໄລຍະເວລາດົນ ກໍຈະສົ່ງຜົນໃຫ້ຮ່າງກາຍຂອງແມ່ຫຼັ່ງຮໍໂມນຄໍຣ໌ຕິຊອລ ຫຼື ສານອະດຣີນາລິນ ອອກມາໃນປະລິມານຫຼາຍ ສົ່ງຜົນໃຫ້ຮ່າງກາຍແມ່ເກີດຄວາມເຈັບປ່ວຍງ່າຍບໍ່ແຂງແຮງ ມີອາການແພ້ທ້ອງຫຼາຍ

ກວ່າປົກກະຕິ ກິນອາຫານໄດ້ໜ້ອຍ ນອນບໍ່ຫຼັບ ແລະ ອ່ອນເພຍ ຄວາມດັນເລືອດສູງໄດ້ ນອກຈາກນີ້ຍັງສົ່ງຜົນກະທົບຕໍ່ເດັກນ້ອຍ ເຊັ່ນ ນ້ຳໜັກໂຕໜ້ອຍເມື່ອເກີດໃໝ່ ເກີດກ່ອນກຳນົດ ມີການຮຽນຮູ້ ແລະ ປັບໂຕໄດ້ຊ້າກວ່າທີ່ຄວນ ສົ່ງຜົນຕໍ່ພື້ນຖານທາງອາລົມເຮັດໃຫ້ເປັນເດັກລ້ຽງຍາກ ງໍແງ ໂມໂຫງ່າຍ ແລະ ມີບັນຫາໃນການປັບໂຕເຂົ້າສັງຄົມເມື່ອໃຫຍ່ຂຶ້ນໄດ້

ເພື່ອການຖືພາຄຸນນະພາບ ແນະນຳໃຫ້ແມ່ເຮັດຈິດໃຈໃຫ້ຜ່ອນຄາຍ ອາດຈະລອງເລືອກເພງທີ່ມັກຟັງສະບາຍໆ ໃນມຸມສະຫງົບ ແລ້ວປ່ອຍຄວາມຄິດຈິດໃຈໄປກັບສຽງເພງ ຫຼື ການອອກໄປຍ່າງຫຼິ້ນສູບອາກາດສົດຊື່ນພັກຜ່ອນສາຍຕາ ຫຼື ອາດຈະອອກໄປຍ່າງເບິ່ງເຄື່ອງໃຊ້ໃຫ້ລູກນ້ອຍ ລວມເຖິງການເວົ້າລະບາຍຄວາມໃນໃຈກັບຄົນໃກ້ໂຕກໍຈະຊ່ວຍໃຫ້ແມ່ຜ່ອນຄາຍຂຶ້ນ

ທີ່ມາ http://skapbpb.com

ความคิดเห็น