ມາເບິ່ງກັນວ່າສິ່ງໃດທີ່ເຮັດໃຫ້ທ່ານບໍ່ລວຍຈັກເທື່ອ.

ຫຼາຍຄົນຍາກລວຍໄວໆບໍ່ຮູ້ວ່າຈະເຮັດຫຍັງດີ, ເຮັດຫຍັງແລ້ວລວຍໄວໆ. ແຕ່ບໍ່ເຄີຍມີການວາງແຜນການເງິນຂອງຕົນເອງເລີຍວ່າແຕ່ລະມື້ຕ້ອງຈ່າຍໄປກັບຫຍັງແດ່, ບາງຄົນອາດຈະວາງແຜນ, ແຕ່ເປັນຫຍັງມັນບໍ່ລວຍຈັດກເທື່ອ. ມາເບິ່ງກັນວ່າສິ່ງໃດທີ່ເຮັດໃຫ້ທ່າບໍ່ນລວຍຈັກເທື່ອ.

ຂາດແຮງບັນດານໃຈ: ຫຼາຍຄົນໃຊ້ເງິນຈົນຄືເຈ້ຍ, ຈົນເງິນໃນບັນຊີເຫຼືອພຽງແຕ່ຫຼັກພັນ, ຫຼັກຮ້ອຍ ຫຼື ບາງທີກໍພຽງແຈ່ເງິນຮອງບັນຊີ ເນື່ອງຈາກວ່າທ່ານຍັງບໍ່ມີແຮງບັນດານໃຈທີ່ຈະກະຕຸ້ນໃຫ້ທ່ານຮູ້ສຶກຢາກທ້ອນເງິນ ລອງມາເລີ່ມຕົ້ນຈາກເປັ້າໝາຍນ້ອຍເຊັ່ນ: ແຂ່ງກັນທ້ອນເງິນກັບໝູ່ ຫຼື ຄົນໃນຄອບຄົວ ຫາກໃຜແພ້ຈະເສຍສ່ວນຕ່າງໃຫ້ຄົນຊະນະ, ຮັບຮອງວ່າບາດນີ້ທ່ານຈະທ້ອນເງິນຢ່າງຈິ່ງຈັງຫຼາຍຂຶ້ນແບບທີ່ຄາດບໍ່ເຖິງ

ຕິດຄວາມຫລູຫລາ ມັກເຄື່ອງມີຍີ່ຫໍ້: ສິນຄ້າມີຍີ່ຫໍ້ທັງຫຼາຍມີກາລັນຕິຄຸນນະພາບຈາກຍີ່ຫໍ້ດັງ, ເຫັນບໍ່ໄດ້ເປັນຕ້ອງຊື້, ອາດຈະເປັນເຄື່ອງໃຊ້ຂອງທີ່ອາດຈະໃຊ້ຄຸ້ມຄ່າ ແຕ່ຢ່າລືມວ່າສິ່ງຂອງເຫຼົ່ານັ້ນມີລາຄາສູງ ແລະ ເປັນຕົວການທີ່ເຮັດໃຫ້ເງິນຂອງທ່ານຫາຍໄປໃນພິບຕາເລີຍ. ລອງປ່ຽນມາເປັນການຊື້ຂອງໃຊ້ແບບດຽວກັນທີ່ບໍ່ແມ່ນຍ່ຫໍ້ດັງມາປຽບທຽບ ຫາກພໍໃຊ້ງານແທນກັນໄດ້ກໍຊື້ມາໃຊ້ແທນດີກ່ວາ ເພາະສ່ວນຕ່າງຂອງລາຄານຳມາເປັນເງິນທ້ອນ ຫຼື ຊື້ສິນຄ້າທີ່ບໍ່ແມ່ນຍີ່ຫໍ້ດັງໄດ້ອີກຫຼາຍແບບ

ຕິດກະແສ ຕາມສະໄໝ: ຫາກເບິ່ງຂ້າມຂອງທີ່ມີຢູ່ແລ້ວ ແລະ ຍັງໃຊ້ງານໄດ້ດີເຊັ່ນ: ລົດ, ໂທະສັບ ຫຼື ເສື້ອຜ້າ ແລ້ວຄວັກກະເປົາຊື້ຂອງໃໝ່ຢູ່ເລື້ອຍໆ ຫຼື ເຫັນຫຍັງອອກໃໝ່ຕ້ອງຮີບຈັດມາເພື່ອເປັນເຈົ້າຂອງ. ຂໍຖາມແດ່ວ່າໃຊ້ຄົນດຽວໝົດບໍ່ນິ ຫາກພຽງເພາະຢາກອັບເດດ ຫຼື ຕາມກະແສນັ້ນຈະເປັນຕົວການທີ່ເຮັດໃຫ້ທ່ານໝົດເງິນເປັນຈຳນວນຫຼວງຫລາຍຢ່າງບໍ່ຮູ້ຕົວເຊັ່ນ: ຊື້ Iphone X ກໍມັກຈະຕ້ອງຊື້ເຄດມາໃສ່ ຟີມກັນຮອຍ ແລະ ຄ່າໃຊ້ຈ່າຍແອບແຝງຫຼາກຫຼາຍອັນ ຕົວຢ່າງ Powerbank ເປັນຕົ້ນ. ເມື່ອນຳມາຄຳນວນເປັນກ້ອນເງິນແລ້ວກໍເປັນກ້ອນເງິນທີ່ບໍ່ໜ້ອຍເລີຍ. ດັ່ງນັ້ນ, ສິ່ງໃດທີ່ຍັງໃຊງານໄດ້ກໍ່ທົນໃຊ້ໄປກ່ອນ ແລ້ວທ້ອນເງິນກ້ອນມາລົງທຶນຕໍ່ຍອດຈະດີກ່ວາ

ດື່ມແຕ່ເຄື່ອງດື່ມທີ່ບໍ່ແມ່ນນ້ຳລ້າ ບໍ່ວ່າຈະເປັນຊາ, ກາເຟ, ນ້ຳອັດລົມ ຫຼື ນ້ຳຫວານຕ່າງໆ ເຊິ່ງຖ້າຫາກຊື້ເຄື່ອງດື່ມເຫຼົ່ານ້້ນມາດື່ມທຸກມື້ ເດືອນໆ ເສຍເງິນໄປກັບສິ່ງເຫຼົ່ານີ້ຫຼາຍປານໃດແລ້ວ.

ການຊື້ແບບບໍ່ອັ້ນ, ບໍ່ມີເງິນສົດກໍຮູດໄດ້, ຊີວິດດີດີເລີຍ ໃຊ້ເງິນເກີນຄວາມຈຳເປັນຮູດເຂົ້າໄປບັດເຄຣດິດໃນວົງເງິນທີ່ເກີນຈະຈ່າຍໄຫວຈົນຕ້ອງແບ່ງຈ່າຍ ຫຼື ຈ່າຍຂັ້ນຕ່ຳ ເຊິ່ງຈະຕ້ອງເສຍດອກເບ້ຍໃນສ່ວນທີ່ຄ້າງຈ່າຍໄປນຳ ແລະ ຫາກເດືອນຕໍ່ໄປທ່ານບໍ່ຮູ້ຈັກໃຊ້ເງິນຢ່າງປະຫຍັດ, ຮູດບັດເຄຣດິດຢ່າງຕໍ່ເນື່ອງ ຈະເປັນການທົບດອກເບ້ຍ ແລະ ຕົ້ນທຶນໃຫ້ຈ່າຍກັນຮາກແຕກເລີຍ ບາດນີ້ແຫຼະຊີວິດບໍ່ດີດີຄືກັບຕອນທຳອິກແນ່ນອນ

ການລົງທຶນທີ່່ຜິດເວລາ ຫຼາຍຄົນນຳເງິນໄປລົງທຶນແບບຜິດໆ ເນື່ອງຈາກຄິດວ່າມັນຈະງອກເງີຍຂຶ້ນມາ ແລະ ຈະລວຍໄດ້ງ່າຍໆຄືການສ່ຽງດວງໃນຮູບແບບຕ່າງໆ ບໍ່ວ່າຈະເປັນການຫຼິ້ນຫວຍ, ການຫຼິ້ນການພະນັນ, ແລະ ອື່ນໆ ເຊິ່ງເຫຼົ່ານີ້ນີ້ເປັນການລົງທຶນທີ່ຜິດ ເຮັດໃຫ້ເງິນທີ່ເອົາໄປລົງທຶນອາດຈະກັບມາແບບຫນ້ອຍລົງ ຫຼື ບໍ່ເຫຼືອເລີຍກໍ່ໄດ້, ອາດຈະໂຊກຮ້າຍກາຍເປັນໜີ້ສິນ ເຊິ່ງຫາກລອງປ່ຽນເປັນການນຳເອົາເງິນເຫຼົ່ານີ້ໄປລົງທຶນແບບທີ່ຄິດວ່າໜ້າຈະມີກຳໄລດີກ່ວາການລົງທຶນເພື່ອຕໍ່ຍອດ ແລະ ເຮັດໃຫ້ໄດ້ກຳໄລຫຼາຍກ່ວາດອກເບ້ຍເງິນຝາກກໍຈະຖືໄດ້ວ່າເປັນອີກທາງໜຶ່ງໃນການເພີ່ມຈຳນວນເງິນຂອງທ່ານໄດ້ໄວຂື້ນເຊັ່ນ: ການນຳເງິນໄປຫຼິ້ນຫຸ້ນ ຫຼື ຊື້ກອງທຶນ, ຊື້ທອງ ຫຼື ແມ່ນກະທັ້ງການນຳໄປເປີດກິດຈະກຳຕ່າງໆທີ່ສາມາດຫາເງິນກັບມາໄດ້ຢ່າງຄຸ້ມ.

ທີ່ມາ http://skapbpb.com

ความคิดเห็น