ຄວນອ່ານ…!!! ສາເຫດຂອງໂລກຕັບມາຈາກໃສ ແລະ ມີວິທີປ້ອງກັນແນວໃດ..?? ອ່ານໄວ້ໄດ້ປະໂຫຍດສຸຂະພາບດີອີກດ້ວຍ

ໂລກຕັບ ອະໄວຍະວະສຳຄັນອີກຢ່າງໜື່ງຂອງຮ່າງກາຍຄົນເຮົາ ມີໜ້າທີ່ໃນການຜະລິດນຳ້ບີ ເພື່ອໄປຍ່ອຍອາຫານປະເພດໄຂມັນ ແລະ ກຳຈັດສານຜິດຕົກຄ້າງໃນຮ່າງກາຍຄົນເຮົາ ນອກຈາກນີ້ຍັງຊ່ວຍຜະລິດສານທີ່ນຳເກັດເລືອດໄປຫ້າມເລືອດໄດ້ອີກດ້ວຍ.

ສ່ວນໂລກກ່ຽວຂ້ອງກັບຕັບມີຫຼາຍຊະນິດ ທັງຕັບອັກເສບ ເຊີ່ງເກີດມາຈາກເຊື້ອໄວຣັສ ຫຼື ມາຈາກສານຜິດ , ກຳມະພັນ ຫຼື ພາວະພູມແພ້ຕົນເອງ ຕັບແຂງນັ້ນເກີດຈາກການສະສົມຂອງເນື້ອເຍື້ອແຂງທີ່ທົດແທນເຊວຕັບທີ່ຕາຍໄປແລ້ວ ໂດຍມັກຈະເກີດຈາກເຊື້ອໄວຣັສ, ການກີນດື່ມເຫຼົ້າຊຳເຮື້ອ, ຫຼື ການທີ່ໄດ້ຮັບສານຜິດຕ່າງໆ ຄົນເຈັບທີ່ເປັນຕັບນັ້ນມັກຈະບໍ່ມີອາການທີ່ຊັດເຈນ ກວ່າຈະກວດພົບວ່າເປັນໂລກຕັບກໍ່ສວຍໄປແລ້ວ.

ອາການຂອງຜູ້ປ່ວຍໂລກຕັບ.

ຜູ້ປ່ວຍໂລກຕັບແຂງ ໃນໄລຍະທຳອິດມັກຈະບໍ່ມີອາການໃຫ້ເຫັນໄດ້ຊັດເຈນ ອາດຈະມີພຽງອາການທ້ອງອືດ, ທ້ອງເຟີ, ຄ້າຍກັບອາຫານບໍ່ຍ່ອຍ ຈື່ງບໍ່ຄ່ອຍຮູ້ສືກໂຕວ່າມີຄວາມຜິດປົກກະຕິໃດໆທີ່ຕັບ ແຕ່ພໍເປັນຫຼາຍຂື້ນເລື່ອຍໆ ກໍ່ຈະເກີດອາການຂອງຕັບແຂງ ຄືຄົນເຈັບຈະມີອາການອ່ອນເພຍ, ຕາເຫຼືອງ, ປັດສະວະເຫຼືອງ, ທ້ອງໃຫຍ່ຂື້ນ, ຂາບວມ, ປຸ້ນທ້ອງ, ເບື່ອອາຫານເຮັດໃຫ້ນຳ້ໜັກຫຼຸດ ອາດຈະຮູ້ສືກມີອາການຄັນຕາມໂຕ.

ສາເຫດຂອງການເກີດໂລກຕັບມີຫຼາຍສາເຫດທີ່ພົບຕະຫຼອດຄື:

1.) ການດື່ມທີ່ມີແອວກໍຮໍໃນປະລິມານຫຼາຍເກີນໄປ ຕິດຕໍ່ກັນເປັນເວລາດົນເພາະການດື່ມເຄື່ອງດື່ມແອວກໍຮໍຫຼາຍໆ ຈະເຮັດໃຫ້ເກີດຄວາມຜິດປົກກະຕິໃນການໃຊ້ໂປຣຕີນ, ໄຂມັນ, ແລະຄາໂຍໄຮເດດໃນຕັບຈື່ງເຮັດໃຫ້ເກີດພາວະຕັບອັບເສບ ແລະ ເຮື້ອຮັງໄດ້ຈົນກາຍເປັນໂລກຕັບແຂງ ແລະຜູ້ ຍີງຈະເປັນໂລກຕັບແຂງໄດ້ຫຼາຍກວ່າຜູ້ຊາຍ.

2) ການເປັນໂລກຕັບອັກເສບຊຳເຮື້ອ ເປັນການຕິດເຊື້ອໄວຣັສຕັບອັກເສບບີ ຫຼື ໄວຣັສອັກເສບຊີ ຈົນເຮັດໃຫ້ຕັບອັກເສບເປັນເວລາຫຼາຍປີ ກ່ອນທີ່ຈະກາຍເປັນໂລກຕັບແຂງໃນທີ່ສຸດ ໄວຣັສຕັບອັບເສບບີ ແລະ ຊີເປັນເຊື້ອໄວຣັສທີ່ສາມາດຕິດຕໍ່ກັນທາງເລືອດ ແລະ ການມີເພດສຳພັນ ການຕິດເຊື້ອເປັນພາຫະມັກເກີດໂດຍບໍ່ຮູ້ໂຕ.

3.) ເກີດພາວະໄຂມັນສະສົມໃນຕັບເຊີ່ງຈະພົບໃນຄົນເຈັບໂລກເບົາຫວານ ຫຼື ຄົນທີ່ອ້ວນໄຂມັນໃນເລືອດສູງ.

4.) ຈາກການກີນຢາບາງຊະນິດ ແລະ ເຮັດໃຫ້ເກີດພາວະຕັບອັກເສບເປັນໄລຍະເວລາດົນໆ ເຊັ່ນ: ຢາແກ້ປວດ, ຢາຫຼຸດໄຂປາລາເຊຕາມອ່ນ, ຢາຮັກສາໂລກບາງຊະນິດ.

5.) ໂລກທາງກຳມະພັນບາງໂລກທີ່ເຮັດເກີດຕັບແຂງ ເຊັ່ນ: ໂລກທາລັສຊີເມຍ.

6.) ພາວະຫົວໃຈວາຍຊຳເຮື້ອ ຈະເຮັດໃຫ້ເສັ້ນເລືອດຄັ່ງໃນຕັບ ແລະ ເລືອດໄຫຼວຽນໃນຕັບໜ້ອຍລົງຈີ່ງເຮັດໃຫ້ຕັບຂາດພາວະອອກຊີເຈນຈົນຕາຍລົງ.

7.) ພະຍາດບາງຊະນິດເຊັ່ນ: ພະຍາດໃບໄມ້ໃນເລືອດອາດຈະເຮັດໃຫ້ຕັບແຂງ.

ຄົນເຈັບໂລກຕັບແຂງມັກຈະປາກົດອາການທຳອິດນັ້ນໃນຊ່ວງ ອາຍຸລະຫວ່າງ 40-50​ປີ ແຕ່ຖ້າພົບໃນຄົນອາຍຸນ້ອຍກໍ່ມີສາເຫດຈາກຕັບອັກເສບຈາກເຊື້ອໄວຣັສ ແລະ ມີອາການຄ່ອນຂ້າງຮຸນແຮງ

ການປ້ອງການເພື່ອບໍ່ໃຫ້ເກີດເປັນໂລກຕັບແຂງ:

1. ຫຼິກລຽງການດື່ມເຄື່ອງດື່ມທີ່ມີແອວກໍຮໍໃນປະລິມານຫຼາຍຖ້າຫາກກວດພົບວ່າເປັນພາວະຂອງເຊື້ອໄວຣັສຕັບອັກເສບບີ ຫຼື ຊີ ຫ້າມດື່ມໂດຍເດັດຂາດ.

2.​ ໃຫ້ສັກຢາວັກຊີນປ້ອງກັນຕັບອັກເສບຈາກໄວຣັສເຊີ່ງນິຍົມສັກຢາກັນຕັ້ງແຕ່ແລກເກີດ.

3. ຕ້ອງລະມັດລະວັງການໃຊ້ຢາທີ່ມີຜິດຕໍ່ຕັບ.

ທີ່ມາ:ສຸຂະພາບ ອັບເດດ | Health Update

ความคิดเห็น