ຄວນຮູ້ເອົາໄວ້ ..!! ເຄັດ..ບໍ່ລັບ ເລືອກຊື້ຊີ້ນສັດ ແນວໃດ ? ບໍ່ໃຫ້ມີເຊື່ອໂຣກ..?

ຄວນຮູ້ເອົາໄວ້ ..!! ເຄັດ..ບໍ່ລັບ ເລືອກຊື້ຊີ້ນສັດ ແນວໃດ ? ບໍ່ໃຫ້ມີເຊື່ອໂຣກ..?

ໂຣກອັນຕະລາຍຫຼາຍໂຣກມາຈາກອາຫານທີ່ເຮົາກີນເຂົ້າໄປ ແລະສ່ວນໃຫຍ່ມັກຂື້ນຢູ່ກັບຄວາມສະອາດຂອງສ່ວນປະກອບໃນການໃຊ້ປຸງແຕ່ງອາຫານ ວັດຖຸດິບທີ່ບໍ່ສະອາດຂອງຮ້ານຄ້າທົ່ວໄປ ການຊື້ເນື່ອສັດມາເຮັດອາຫານເອງອາດມີຄວາມສ່ຽງ ຖ້າຫາກເຮົາເລືອກຊື້ບໍ່ເປັນດັ່ງນັ້ນເຮົາມາເບິ່ງວິທີພ້ອມໆກັນເລີຍ

1. ເລືອກຊີ້ນໝູ

ຊີ້ນຕ້ອງບໍ່ມີກີ່ນເໝັນຄາວ ຕ້ອງມີສີຊົມພູສົດ ຊີ້ນລຽບງາມ ບໍ່ເປັນເມັດສາຄູ ເພາະນັ້ນອາດເປັນພະຍາດຕົວຕືດໝູ ຊີ້ນເຢັນບໍ່ອຸ່ນຫຼາຍເກີນໄປ ກົດເນັ້ນເບິ່ງຊີ້ນແລ້ວບໍ່ເຫຼະ ຫຼືນຸ່ມຈົນເກີນໄປ

2. ເລືອກຊີ້ນໄກ່

ຊີ້ນແລະໜັງໄກ່ຕ້ອງສົດໄສ ບໍ່ຊີດ ບໍ່ມີກີ່ນເໝັນຄາວ ຫາກເປັນສ່ວນອົກຕ້ອງຊີ້ນໜາ ສ່ວນຂາຕ້ອງຕູ້ຍສັ່ນ ຊີ້ນຫຼາຍ ດວງຕາຈະໃສແລະຫາກຈະນຳໄປຕົ້ມ ໃຫ້ໃຊ້ໄກ່ອ່ອນ ຫາກນຳໄປອົບຫຼືທອດໃຫ້ເອົາໄກ່ແກ່

3.ເລືອກຊີ້ນງົວ

ຊີ້ນຕ້ອງສີແດງສົດ ຫຼື ອອກເຂັ່ມຈົນເປັນສີນ້ຳຕານເລັກນ້ອຍ ນ້ຳມັນຂອງຊີ້ນຈະເປັນສີຂາວໆ ບໍ່ແມ່ນເຫຼືອງຫຼືເຂັ່ມ ບໍ່ມີກີ່ນເໝັນຄາວ ມີຄວາມຊຸ່ມບໍ່ແຫ່ງຈົນເກີນໄປ ແລະຊີ້ນຈະແໜ່ນ ກົດເນັ້ນບໍ່ຫຍຸບໄດ້ງ່າຍແລະຄວນເລືອກຊີ້ນກ້ອນໃຫຍ່

4.ເລືອກກຸ້ງ

ຕ້ອງເລືອກກຸ້ງທີ່ບໍ່ມີກີ່ນເໝັນ ຫົວ ເປືອກແລະຫາງຕິດແໜນກັບລຳຕົວ ລວກແລ້ວຫາງບໍ່ດຳ ຊີ້ນແໜ່ນບໍ່ຍຸ່ຍ ແລະມີຣົດຊາດຫວານບໍ່ຈືດຈາງ

5.ເລືອກປາຫມືກ

ຕາຕ້ອງມີສີໃສ ບໍ່ຂຸ່ນຂາວ (ຕ້ອງມີຕາຕິດກັບຫົວ) ຊີ້ນງາມ ບໍ່ມີຮອຍລອກຫຼືຊີກຂາດ ຫົວກັບຕົວບໍ່ຫຼຸດອອກຈາກກັນ ຊີ້ນແໜ່ນບໍ່ຍຸ່ຍ ຈັບປາຫມືກບ່ອນເຄີ່ງກາງລຳຕົວຕ້ອງພັບລົງເລັກນ້ອຍບໍ່ແຂງ ຫຼືອ່ອນນຸ່ມເກີນໄປ

6. ເລືອກປູ

ຊື່ປູສົດແບບເປັນໆ ກົດລຳຕົວແລ້ວຕົວບໍ່ຫຍຸບ ຕາກະດຸກກະດິກໄດ້ ສີສົດບໍ່ຊີດຫ່ຽວ ຂາທຸກສ່ວນຢູ່ໃນສະພາບດີ

7.ເລືອກປາ

ລຳຕົວສີສົດໃສ ຊີ້ນແໜ່ນ ບໍ່ມີກີ່ນເໝັນແຕ່ມີກີ່ນຄາວຕາມປາປົກກະຕິ ດວງຕາສົດໃສ ບໍ່ຂຸ່ນມົວ ບໍ່ຫລຸບລົງໃນເບົ້າຕາ ຟັນຟືງຫຼືເຫືອກປາຕ້ອງແດງສົດ

8.ເລືອກຫອຍ

ຫອຍຕ້ອງຢູ່ໃນສະພາບດີ ຕົວຢູ່ໃນເປືອກ ເປືອກບໍ່ແຕກ ຫຸ່ມແໜ່ນບໍ່ເປີດປາກອ້າ ແລະຄວນເລືອກຫອຍເປັນໆ

ທີ່ມາ:http://www.sanook.com

ความคิดเห็น