ວິທີເຮັດ ຫອຍແຄງລວກ ທີ່ໜຶ່ງຂອງແກ້ມເຫຼົ້າ
ຫອຍແຄງລວກ ເມນູເດັດທີ່ບໍ່ຕ້ອງໃຊເຄື່ອງປຸງຫຍັງຫລວງຫລາຍ ຂໍແຕ່ນລວກຫອຍສຸກພໍດີໆ ກັບນ້ຳຈິ້ມຊີຟູດລົດເດັດກໍພໍແລ້ວ ລວກຫອຍແຄງແລະແກະຝາໃຫ້ພ້ອມ ຈະໄດ້ກິນສະດວກໆ
ວິທີເຮັດ ຫອຍແຄງລວກ ທີ່ໜຶ່ງຂອງແກ້ມເຫຼົ້າ
-ນ້ຳສົ້ມສາຍຊູ 1 ຊ້ອນ
-ຫອຍແຄງ 1 ກິໂລ
-ໝາກເພັດ ຕາມມັກ
-ກະທຽມ 12-15 ກີບ
-ຮາກຜັກຊີ 2 ຕົ້ນ
-ນ້ຳປາ 3 ຊ້ອນ
-ນ້ຳມະນາວ 2 ຊ້ອນ
-ນ້ຳສົ້ມສາຍຊູ (ສຳລັບນ້ຳຈິ້ມຊີຟູດ) 1 ຊ້ອນ
-ນ້ຳຕານຊາຍ 2 ຊ້ອນຊາ
-ນ້ຳຕານປີບ 1/2 ຊ້ອນ
ວິທີເຮັດ
1.ຕັ້ງນ້ຳແລະຕົ້ມຈົນນ້ຳຮ້ອນຈັດ ໃສ່ນ້ຳສົ້ມສາຍຊູຕາມລົງໄປ 1 ຊ້ອນ ຕໍ່ ນ້ຳ 1 ລີດ
2.ຄົນໃຫ້ເຂົ້າກັນ ແລະນຳຫອຍແຄງລົງໄປລວກ ໃຊ້ເວລາ 1 ນາທີ
3.ເຮັດນ້ຳຈິ້ມຊີຟູດ ໂດຍໃສ່ ໝາກເພັດ ກະທຽມ ຮາກຜັກຊີ ນ້ຳປາ ນ້ຳມະນາວ ນ້ຳສົ້ມສາຍຊູ ນ້ຳຕານຊາຍແລະນ້ຳຕານປີບ ໃສ່ລົງໄປໃນເຄື່ອງປັ່ນ ປັ່ນຈົນລະອຽດແລ້ວໃສ່ຖ້ວຍນ້ອຍໆ ພ້ອມເສິມກັບຫອຍແຄງລວກ
ความคิดเห็น
แสดงความคิดเห็น