ແຊຣ໌ເປັນຄວາມຮູ້!! ຖະໜອມສຸກຂະພາບ ໂດຍ”ບໍ່ກິນເຂົ້າແລງ” ມັນຄື “ເລື່ອງດີຫລາຍ

ແຊຣ໌ເປັນຄວາມຮູ້!! ຖະໜອມສຸກຂະພາບ ໂດຍ”ບໍ່ກິນເຂົ້າແລງ” ມັນຄື “ເລື່ອງດີຫລາຍ”

ຫາກໍ່ຮູ້ເລີຍ ຖ້າ”ບໍ່ກິນເຂົ້າແລງ” ມັນຄື “ເລື່ອງດີສຸດໆ”

ຫຼາຍໆ ຄົນອາດຈະຍັງບໍ່ຮູ້ວ່າ ການທີ່ເຮົາບໍ່ກີນເຂົ້າແລງນັ້ນມັນ ມັນຄືເລື່ອງດີ ງົງ ງົງກັນຢູ່ແມ່ນບໍ່ ມັນດີແບບໄງຕ້ອງໄປເບິ່ງກັນເລີຍ…

ເຮັດຢ່າງໃດຈຶ່ງຈະ “ບໍ່ເຖົ້າ ບໍ່ຕຸ່ຍແລະອາຍຸຢືນ”

ຄຳຕອບກໍຄື “ກິນສາຍກາງ ”

ກິນສາຍກາງ ຄື ກິນເຂົ້າເຊົ້າແລະມື້ທ່ຽງ ງົດອາຫານແລງ ປຽບຕົວເຮົາເປັນລົດ ຕື່ນເຊົ້າມາຕ້ອງເຕີມນ້ຳມັນກ່ອນ ຫລືກິນເຂົ້າເຊົ້າ ລົດຈຶ່ງຈະແລ່ນໄດ້ ເຖິງທ່ຽງນ້ຳມັນຢັງບໍ່ໝົດ ເຕີມອີກເທື່ອ ເຖິງແລງກ່ອນນອນກໍຍັງບໍ່ໝົດ

ຖ້າ ກິນມື້ເຊົ້າ ມື້ທ່ຽງ ຈົນເຖິງແລງ ພະລັງງານຍັງເຫຼືອແນ່ນອນ ບໍ່ຈຳເປັນຕ້ອງໄປເຕີມອີກ

ເພາະເວລານອນຮ່າງກາຍຈະນຳພະລັງງານທີ່ເຫຼືອໃຊ້ໄປເກັບໃນທີ່ຕ່າງໆ ໂດຍຕັບເປັນຜູ້ເຮັດວຽກນີ້ ຖ້າພະລັງງານເຫຼືອຫລາຍ ການເອົາໄປເກັບໃນທີ່ຕ່າງໆກໍຫລາຍ ເຮັດໃຫ້ຕຸ່ຍ ແລະແນ່ນອນຖ້າເກັບບໍ່ໝົດໂດຍສະເພາະພວກໄຂມັນຕົວໃຫຍ່ໆ ຈະຕ້ອງຄ້າງຢູ່ໃນຫຼອດເລືອດ ຖ້າຄ້າງສະສົມຫລາຍເທົ່າໃດ ຮູຫຼອດເລືອດກໍຈະນ້ອຍລົງທຸກມື້ ເລືອດໄປລ້ຽງອະໄວຍະວະຕ່າງໆໄດ້ນ້ອຍລົງ ອະໄວຍະວະທັງຫຼາຍກໍຈະເສື່ອມສະພາບໄວຂຶ້ນຫລືເຖົ້າໄວຂຶ້ນ ຖ້າມື້ໃດອຸດຕັນ ເຊັ່ນຖ້າຕັນທີ່ສະໝອງ ຈະກາຍເປັນຄົນພິການອຳມະພາດເຄິ່ງຊີກ ຖ້າອຸດຕັນທີ່ຫມາກໄຂ່ຫລັງ ຕ້ອງລ້າງຫມາກໄຂ່ຫລັງ ປ່ຽນຫມາກໄຂ່ຫລັງ ຖ້າຕັນທີ່ຂາ ອາດຕ້ອງຕັດຂາຖິ້ມ ຖ້າຕັນທີ່ກ້າມຊີ້ນຫົວໃຈ ກໍຈະບໍ່ມີໂອກາດໄດ້ສັ່ງລາໃຜ

ການກິນອາຫານແລງຈຶ່ງເປັນການທີ່ເລັ່ງຂະບວນການ”ເສື່ອມຂອງອະໄວຍະວະທຸກສ່ວນໃນຮ່າງກາຍ “ຮ່າງກາຍຕ້ອງໃຊ້ພະລັງງານຢ່າງໜັກໃນການເຜົາຜາຍອາຫານ”ຍິ່ງກິນອາຫານແລງໃນປະລິມານທີ່ຫຼາຍ ກໍຍິ່ງເລັ່ງການເສຍຊີວິດໃຫ້ໄວຂຶ້ນໄປອີກ “ອາຫານແລງ”ຈຶ່ງເປັນອາຫານອັນຕະລາຍ

ສະນັ້ນ ຈຶ່ງໝາຍຄວາມວ່າການກິນມື້ອາຫານແລງຫລາຍ ຕາຍໄວ ຖ້າບໍ່ກິນອາຫານແລງ ກໍຈະເຖົ້າຊ້າ ເສື່ອມຊ້າ ອາຍຸຢືນການບໍ່ກິນອາຫານມື້ແລງເປັນເລື່ອງທີ່ຕ້ອງເອົາຊະນະໃຈຕົວເອງຢ່າງຫລາຍ

ຖ້າໃຜເຮັດໄດ້ຈະຕັດທັງກິເລດ ສຸກຂະພາບດີ ອາຍຸຢືນ ແລະ ຄວາມມຸ້ງໝັ້ນສູງ ໄດ້ປະໂຫຍດທັງກາຍແລະໃຈ

ແຕ່ທ່ານ ຕ້ອງຝຶກກະເພາະໃຫ້ເກີດຄວາມເຄີຍຊິນ

CR: updatetoday.in.th

ความคิดเห็น