ປະຫວັດຄວາມເປັນມາຂອງການຢາດນໍ້າ
– ການຢາດນໍ້ານີ້ບໍ່ແມ່ນວ່າມີສະເພາະແຕ່ໃນສະໄໝເຮົາປະຈຸບັນນີ້ດອກແຕ່ເປັນທໍານຽມປະຕິບັດຂອງສາສະໜາ ພຣາມທີ່ໄດ້ກະທໍາກັນມາຕັ້ງແຕ່ຄັ້ງສະໄໝພຸດທະການພຸ້ນ ນັບວ່າເປັນເວລາຫຼາຍພັນປີມາແລ້ວ ຕໍ່ມາກໍ່ໄດ້ມີການປະຍຸກເຂົ້າມາປະຕິບັດກັນໃນພຸດທະສາສະໜາ ແລະ ໄດ້ສືບທອດຕາມໆກັນມາຈົນທຸກວັນນີ້, ການຢາດນໍ້າເຖີງວ່າຈະບໍ່ແມ່ນຄໍາສອນຫຼືຂໍ້ບັນຍັດທາງສາສະໜາກໍ່ຕາມແຕ່ມັນເປັນທໍານຽມການປະຕິບັດຂອງຊາວພຸດເພື່ອເປັນນິມິດໝາຍບົງບອກເຖີງການເສຍສະຫຼະວັດຖຸບາງຢ່າງທີ່ຕົນມີເພື່ອທອດທານໃຫ້ເປັນກໍາມະສິດຂອງບຸກຄົນໃດໜື່ງຮັບວັດຖຸນັ້ນເປັນເຈົ້າຂອງສືບຕໍ່ໄປ ແລະ ນໍ້າຢາດຍັງໄດ້ສະແດງເຖີງນໍ້າໃຈອັນບໍລິສຸດຂອງຜູ້ທີ່ໃຫ້ທານທີ່ມີຄວາມເສຍສະຫຼະສູງໃນການໃຫ້ວັດຖຸເລົ່ານັ້ນອີກດ້ວຍ.
– ໃນຄໍາພີພຣະເຫວດໄດ້ກ່າວເຖີງຊາດຂອງພຣະພຸດທະເຈົ້າຄືຊາດທີ ໑໐ ຊື່ງເປັນຊາດສຸດທ້າຍທີ່ໄດ້ບໍາເພັນຕົນເປັນພຣະໂພທິສັດເປັນພຣະເຫວດສັນດອນຖືສີນເປັນພຣະລືສີເຂົ້າປ່າຕັ້ງໝັ້ນໃນກຸສົນລະທໍາໂດຍຖືສັດຈະປາລະມີ ແລະ ທານະປາລະມີ ມຸ້ງໝັ້ນໃນສັດຈະທໍາເປັນຕົ້ນວ່າ ສັຈຈະປາລະມີຄື: ມີຄວາມຊື່ສັດ ຄວາມຈິງໃຈທ່ຽງທໍາບໍ່ເວົ້າຫຼອກລວງບໍ່ມີມານຍາ ເວົ້າແທ້ທໍາຈິງ ແລະ ທານະປາລະມີຄື: ມີຄວາມມຸ້ງໝັ້ນໃນການຂົນຂວາຍໃຫ້ທານໂດຍບໍ່ເລືອກບຸກຄົນສະຖານທີ່ເມືອໂອກາດມາເຖີງແລ້ວໃຫ້ໄດ້ໝົດຢ່າງບໍ່ຄໍານຶງເຖີງຊີວິດຂອງຕົນເອງ, ຫຼາຍຄັ້ງຕໍ່ຫົນທີ່ພຣະເຫວດສັນດອນໄດ້ຂົນຂວາຍໃຫ້ທານດ້ວຍເຂົ້ານໍ້າໂພຊະນະອາຫານ ເງິນທອງຂອງມີຄ່າໃຫ້ແກ່ຊາວເມືອງປະຊາຊົນຜູ້ຕົກລະກໍາລໍາບາກຍາກແຄ້ນອຶດຫິວບໍ່ມີຢູ່ມີກິນ. ໃນຄາວນັ້ນເພີ່ນຍັງຢູ່ຮ່ວມພຣະບິບາ ມານດາ ພ້ອມພັນລະຍາຮັກ ນາງມະທີ ແລະ ລູກນ້ອຍ ນາງກັນຫາ ທ້າວຊາລີ ພວກເຂົາຢູ່ຮ່ວມກັນຢ່າງອົບອຸ່ນ ມີຄວາມຜາສຸກ ລາດຊະດອນມີຄວາມຊຸ່ມເຢັນ ຈົນມື້ໜື່ງເກີດມີຄົນບາງກຸ່ມທີ່ຂາດຜົນປະໂຫຍດມີການອິດສາກັນເກີດຂື້ນບໍ່ພໍໃຈຕໍ່ການກະທໍາຂອງພຣະເຫວດສັນດອນທີ່
ພະຍາຍາມຂົນຂວາຍຊ່ວຍເຫຼືອຄົນເປັນຈໍານວນມາກອ້າງວ່າຊັບສົມບັດເລົ່ານີ້ເປັນຂອງພະຍາເມືອງປະເຊໃຊ ເຫດໃດພຣະອົງຈິງຊ່ວຍເຫຼືອຄົນຕ່າງເມືອງນໍາ ແລະ ພວກເຂົາພາກັນມາເຕົ້າຮວມກັນເປັນຈໍານວນຫຼວງຫຼາຍເພື່ອທໍາການປະທວງນໍາພຣະເຈົ້າແຜນດິນ ຄືພະຍາສີສົນໃຊ ຜູ້ປົກຄອງເມືອງ ເຮັດໃຫ້ພະຍາສີສົນໃຊ ຜູ້ເປັນໃຫຍ່ບໍ່ສາມາດຄັດຄ້ານຕໍ່ຄວາມຕິຕຽນຂອງລາດຊະດອນໄດ້ຈິງໄດ້ຂັບໄລ່ ພຣະລູກຊາຍຂອງຕົນຄື ພຣະເຫວດສັນດອນໜີອອກຈາກວັງໃນເວລານັ້ນນາງມັດທີ ເຊີ່ງເປັນພັນລະຍາສຸດທີ່ຮັກຂອງພຣະອົງກໍ່ບໍ່ສາມາດພັດພາກອອກຈາກສາມີໄດ້ເຊັ່ນກັນ ເພາະສາຍໄຍແຫ່ງຄວາມຮັັກໄດ້ຜູກມັດກ້ຽວແໜ້ນກັນໄວ້ເປັນປຸບເພສັນນິວາທະ ຄວາມຮັກທີ່ສືບເນື່ອງມາຈາກອະດີດໄດ້ກັບມາພົບກັນອີກໃນຊາດນີ້ຈິງເຮັດໃຫ້ພວກເຂົາມີຄວາມຮັກທີ່ສວຍງາມລະຫວ່າງກັນແລະກັນ ດ້ວຍເຫດນີ້ເມື່ອ ພຣະຍາສີສົນໃຊ ຜູ້ເປັນປູ່ ຂັບໄຫຼຜົວຂອງນາງໜີ ນາງກໍ່ຂໍໄປນໍາພ້ອມທັງລູກຮັກທັງສອງ ນາງເວົ້າຕໍ່ປູ່ ຫຍ່າວ່າຈະດີຫຼືຮ້າຍຕາຍຫຼືຍັງນາງກໍ່ຂໍຕາຍດາບໜ້າບໍ່ຍອມຖີ້ມຜົວໄປຄົນດຽວຕາມລໍາພັງຈະຂໍອຸປະຖາກຮັກສາຜົວຈົນຊົ່ວສີ້ນລົມຫາຍໃຈຄັ້ງສຸດທ້າຍ.
– ໃນລະຫວ່າງການເດີນທາງດ້ວຍກວຽນມ້າໄດ້ປະກົດມີພຣາມທັງ ໘ ເດີນທາງມາຈາກເມືອງກະລິງກະລາດມາຂໍທານເລີຍທູນຂໍມ້າພ້ອມກວຽນຂອງພຣະອົງ ພຣະເຫວດສັນດອນກໍ່ຮັບປາກຈະໃຫ້ແລະໃນທີ່ສຸດກໍ່ໄດ້ ພຣະເຫວດສັນດອນບອກແກ່ພຣາມວ່າ ດູກອນພຣາມທ່ານທັງຫຼາຍຈົ່ງແບມືອອກມາເທີ້ນເຮົາຈະປະທານມ້າເລົ່ານີ້ໃຫ້ແກ່ພວກເຈົ້າ ເມື່ອພຣາມທັງ ໘ ແບມືອອກພຣະເຫວດກໍ່ເອົານໍ້າຢາດລົງໃສ່ມືພຣາມທັງ ໘ ນັ້ນພ້ອມເວົ້າວ່າ ຂອງເລົ່ານີ້ທີ່ຂ້າພະເຈົ້າມີ ແລະ ຂ້າພະເຈົ້າເປັນເຈົ້າຂອງມັນມາກ່ອນ ບາດນີ້ຂ້າພະອົງຂໍປະທານມອບໃຫ້ເປັນຂອງພວກເຈົ້າທັງໝົດ ນໍ້າຢາດທີ່ຂ້າພະເຈົ້າຢາດລົງນີ້ເປັນຕົວແທນໃຫ້ນໍ້າໃຈທີ່ຂ້າພະເຈົ້າມີເຈດຈໍານົງປະສົງຢາກທານໃຫ້ພວກເຈົ້າດ້ວຍຄວາມເຕັມໃຈ ຂໍໃຫ້ທ່ານທັງຫຼາຍຈົ່ງຮັບວັດຖຸເລົ່ານີ້ໄປສະເຫວີຍດ້ວຍຄວາມຜາສຸກເທີ້ນ ເມື່ອຢາດນໍ້າຈົບລົງ ພຣະເຫວດສັນດອນພ້ອມພັນລະຍາ ແລະ ລູກນ້ອຍຍ່າງລົງຈາກກວຽນແລ້ວໄປມອບໃຫ້ແກ່ພຣາມ.
-ອີກຕົວຢ່າງໜື່ງ ເຊີ່ງມີກ່າວໄວ້ໃນພຣະໄຕຣປີດົກ ຄືສະໄໝພຣະພຸດທະເຈົ້າສະເດັດໄປສູ່ກຸງລາດຊະຄຶເພື່ອໄປໂຜດ ພຣະເຈົ້າພິມພິສານຕາມທີ່ພຣະເຈົ້າພິມພິສານ ເຄີຍທູນຂໍໄວວ່າຖ້າພຣະອົງໄດ້ຕັດສະຮູ້ເມື່ອໃດແລ້ວຂໍຈົ່ງກັບມາໂຜດພວກຂ້ານ້ອຍດ້ວຍເທີ້ນເມື່ອນັ້ນພຣະພຸດທະເຈົ້າກໍ່ໄດ້ທໍາຕາມແລະເມື່ອມາເຖີງຕາມການທູນຂໍ ພຣະເຈົ້າພິມພິສານ ກໍ່ໄດ້ຕ້ອນຮັບພຣະອົງດ້ວຍຄວາມປິຕິຍິນດີຢ່າງສູງເພີ່ນໄດ້ຖວາຍທີ່ ເວຣຸວັນ (ແປວ່າ ປ່າໃຜ່) ເປັນທີ່ປະທັບນັ່ງເປັນການສະແດງກິລິຍາອາການຍົກໃຫ້ເປັນປູສະນີຍະສະຖານຄືສະຖານທີ່ຖວາຍບູຊາແກ່ ພຣະພຸດທະເຈົ້າ ໃນເວລາຕໍ່ມາສະຖານທີ່ນີ້ກາຍເປັນວັດຮຽກວ່າ ວັດເວຣຸວະນາຣາມ ເມືອງເກົ່າຣາຊະຄຶອະດີດເມືອງຫຼວງຂອງແຄັວນມະຄະທະ ຫຼື ລັດພິຫານ ປະເທດອິນເດຍ ໃນປະຈຸບັນນັບວ່າເປັນວັດແຫ່ງທໍາອິດໃນພຣະພຸດທະສາສະໜາ.
– ຄືນນັ້ນເອງ ພຣະເຈົ້າພິມພິສານ ນອນຫຼັບໄດ້ເກີດມີສຽງປະຫຼາດຈົນຫົວພອງສະຫຍອງເກົ້າໜ້າຢ້ານກວາພໍຕື່ນຮຸ່ງເຊົ້າມາພຣະອົງກໍ່ເຂົ້າເຝົ້າພຣະພຸດທະເຈົ້າເພື່ອເລົ່າເລື່ອງລາວທັງໝົດນີ້ແກ່ພຣະພຸດທະເຈົ້າຟັງ ເມື່ອນັ້ນພຣະພຸດທະເຈົ້າໄດ້ຕັດອະທິບາຍວ່າສຽງທີ່ໂຍມໄດ້ຍິນມື້ຄືນນັ້ນແມ່ນສຽງວິນຍານຂອງພວກເປດຊື່ງເປັນຍາດຂອງພຣະອົງແຕ່ຊາດກ່ອນພວກເຂົາຕາຍໄປແລ້ວບໍ່ໄດ້ໄປເກີດໄປຂານໃນໂລກໃຫມ່ຈິງມາຮ້ອງຂໍສ່ວນບຸນນໍາເພາະມື້ວານນີ້ພຣະອົງໄດ້ບໍລິຈາກທີ່ດິນເພື່ອສ້າງຖວາຍເປັນວັດແຕ່ພຣະອົງບໍ່ໄດ້ຕັ້ງຈິດອຸທິດກຸສົນໄປໃຫ້ພວກເຂົາດ້ວຍເຫດນັ້ນເຂົາຈິງມາວຸ້ນວາຍນິມິດສຽງຕ່າງໆຂື້ນມາ ດັ່ງນັ້ນພຣະອົງຈົ່ງຕັ້ງຈິດອຸທິດບຸນກຸສົນໃຫ້ພວກເຂົາເທີ້ນ.
ເຊົ້າມື້ຕໍ່ມາ ພຣະເຈົ້າພິມພິສານ ຈິງໄດ້ອະຣາດທະນານິມົນພຣະພຸດທະເຈົ້າໄປຮັບບິນທະບາດຢູ່ເຮືອນເມື່ອຖວາຍພັດຕາຫານ ແລະ ຜ້າໄຕຣຈົບແລ້ວ ພຣະເຈົ້າພິມພິສານກໍ່ໄດ້ຕັ້ງຈິດອັນບໍລິສຸດນີ້ນ້ອມອຸທິດສ່ວນບຸນໃຫ້ແກ່ວິນຍານທັງຫຼາຍເລົ່ານັ້ນໂດຍມີການຢາດ ທັກສິໂນທົກ ຫຼື ຢາດນໍ້າລົງໄປດ້ວຍຄວາມຕັ້ງໃຈອັນປະກອບໄປດ້ວຍຈິດທີ່ບໍລິສຸດ ແລະ ຄວາມສະຫງົບນິ້ງຈິດຂອງພຣະເຈົ້າພິມພິສານທີ່ໄດ້ຕັ້ງໃຈກະທໍາໃນຄັ້ງນີ້ຈິງກາຍເປັນອານິສົງແຫ່ງບຸນອັນກໍ່ໃຫ້ເກີດມີພະລັງຄວາມສຸກ ຄວາມເຢືອກເຢັນໃນຈິດໃຈຂອງເປດທັງຫຼາຍເລົ່ານັ້ນພວກເຂົາໄດ້ພາກັນມາອະນຸໂມທະນາຮັບສ່ວນບຸນກຸສົນດອມພຣະເຈົ້າພິມພິສານອັນປະກອບມີ ອາຫານທິບ ຜ້າທິບ, ຮ່າງກາຍ ແລະ ຈິດໃຈຂອງພວກເຂົາມີຄວາມອີ່ມເອີບຜ່ອງໃສຢູ່ຕະຫຼອດເວລາ.
– ຈາກເລື່ອງທີ່ເລົ່າມາຂ້າງຕົ້ນນັ້ນຈະເຫັນໄດ້ຢ່າງຊັດເຈນວ່ານໍ້າຢາດທີ່ເຮົາພວກເຮົາຢາດກກັນທຸກວັນນີ້ຄືທໍານຽມປະຕິບັດ ແລະ ມັນແມ່ນນິມິດໝາຍອັນດີງາມອີກຢ່າງໜື່ງເຊີ່ງເປັນປິດສະໜາສອນໃຫ້ເຮົາຮູ້ຈັກວ່າບໍ່ແມ່ນຢາດນໍ້າເພື່ອຂໍຢ່າງດຽວແຕ່ຫາກແມ່ນຢາດເພື່ອໃຫ້ ຄົນບາງຄົນຍັງບໍ່ທັນເຂົ້າໃຈເລື່ອງການຢາດນໍ້າ ຄິດແຕ່ວ່າການຢາດນໍ້າຄືການອ້ອນວອນຂໍນັ້ນນີ້ຂໍໂຊກຂໍລາບຕ່າງໆນາໆ ແມແຕ່ພຣະພຸດທະເຈົ້າເພີ່ນກໍ່ຍັງບໍ່ໄດ້ຊົງບັນຍັດເລື່ອງນໍ້າຢາດໄວ້ໃນພຣະໄຕຣປີດົກ ພຣະອົງພຽງແຕ່ແນະນໍາໃຫ້ພຣະເຈົ້າພິມພິສານອຸທິດສ່ວນບຸນໃຫ້ແກ່ວິນຍານເປດຜູ້ເປັນຍາດໃນອະດີດຕະຊາດທີ່ລ່ວງລັບໄປເທົ່ານັ້ນວິທີທີ່ເພີ່ນແນະນໍານັ້ນຄືໃຫ້ທໍາຈິດໃຫ້ບໍລິສຸດແລ້ວນ້ອມອຸທິດສ່ວນບຸນກຸສົນທີ່ໄດ້ທໍາມາທາງກາຍ ວາຈາ ໃຈ ນັ້ນແຜ່ຜາຍໄປແກ່ວິນຍານຜູ້ລ່ວງລັບໄປ, ສ່ວນວ່າມີການຢາດນໍ້ານັ້ນເປັນປະເພນີທີ່ກະທໍາກັນມາແຕ່ດົນນານແລ້ວ ພຣະເຈົ້າພິມພິສານເລີຍນໍາປະເພນີນີ້ມາປະຍຸກໃຊ້ໃນການອຸທິດສ່ວນບຸນກຸສົນຂອງເພີ່ນ ຈິງກາຍເປັນທີ່ມາຂອງການຢາດນໍ້າໃນເວລາຕໍ່ມາ ແລະ ກາຍເປັນປະເພນີນິຍົມຂອງຊາວພຸດໄດ້ປະຕິບັດສືບກັນມາຈົນເທົ້າກາລະບັດນີ້.
http://skapbpb.com
ความคิดเห็น
แสดงความคิดเห็น