ສາວໆຫ້າມພາດ…!!! ໃຜທີ່ມັກຍ້ອມສີຜົມທັງຫຼາຍລະວັງສັນຍານຮ້າຍຂອງການຍ້ອມສີມີຫຍັງແດ່? ໄປຮູ້ພ້ອມໆກັນເລີຍ

ລະວັງສັນຍານຮ້ານເຫຼົ່ານີ້ເອົາໄວ້ໃຫ້ດີ!!! ສາວໆທີ່ມັກຍ້ອມສີຜົມເປັນປະຈຳທັງຫຼາຍ ເພາະຖ້າເກີດຂື້ນກັບທ່ານແລ້ວຕ້ອງຮິບຢຸດການຍ້ອມສີຜົມ ແລະ ການທຳຮ້າຍຜົມໂດຍດ່ວນ …!!!

1. ຄັນຫົວ ແລະ ມີຂີ້ລັງແຄ: ບາງຄົນເລີ່ມມີອາການຄັນຫົວ ແລະ ມີລັງແຄ ຫຼື ໜັງຫົວລອກແຕ່ອາດຈະບໍ່ທັນຄິດວ່າອາການເຫຼົ່ານີ້ອາດຈະເກີດຂື້ນເພາະການຍ້ອມສີຜົມຫຼາຍເກີນໄປເຊີ່ງແທ້ໆແລ້ວ ນອກຈາກຈະເປັນເລື່ອງຄວາມສະອາດຢ່າງທີ່ຫຼາຍຄົນເຂົ້າໃຈສາເຫດກໍ້ອາດຈະເປັນເພາະສານເຄມີຕົກຄ້າງອີກດ້ວຍ ດັ່ງນັ້ນຖ້າລອງຮັກສາຄວາມສະອາດແລ້ວຍັງມີອາການຄັນຫົວ ແລະ ມີລັງແຄຢູ່ບອກເລີຍວ່າຢຸດການຍ້ອມສີຜົມແລ້ວຮິບໄປຮັກສາດ່ວນເລີຍ.

2. ຜົມແຫ້ງກອບຫວີແລ້ວຂາດ: ເອີ້ນວ່າເປັນສີ່ງທີ່ຄົນຍ້ອມສີຜົມຕ້ອງພົບປະຈຳກະວ່າໄດ້ ສຳລັບອາຫານຜົມແຫ້ງກອບ, ຊີ້ຟູ ແລະ ຂາດຫຼົ້ນງ່າຍ ເພາະຖ້າເຮົາຍ້ອມສີຜົມຫຼາຍເທົ່າໃດຜົມທີ່ເຄີຍສຸຂະພາບດີກໍ່ຈະຖືກທຳລາຍດ້ວຍສານເຄມີຈົນກາຍເປັນຜົມເຍິນໆແທນຖ້າຮັກສາໃຫ້ໄດ້ຜົນດີທີ່ສຸດກໍ່ຄືການຕັດຖີ້ມແລ້ວເລີ່ມຕົ້ນໃຫມ່ ແຕ່ນັ້ນໝາຍເຖີງວ່າຕ້ອງຢຸດການຍ້ອມສີຜົມໄປນຳ.

3. ຜົມງອກໄວກ່ວາກຳນົດ: ເພາະການຍ້ອມສີຜົມຈະເຂົ້າໄປກັດໃຫ້ເມັດສີທີ່ເຄີຍເຂັ້ມຂຸ້ນຂອງເຮົາເຮັດໃຫ້ສະຫວ່າງຂື້ນເຊີ່ງມັນຜິດທຳມະຊາດ ຍີ່ງຖ້າກັດສີຈົນຂາວກໍ່ຍີ່ງເຮັດໃຫ້ເມັດສີຜົມຖືກທຳຮ້າຍຢ່າງໜັກ ສານຕົກຄ້າງຢູ່ກໍ່ເຂົ້າໄປໃນຮາກຜົມເຮັດໃຫ້ຜົມທີ່ງອກອອກມາໃຫມ່ກາຍເປັນສີຂາວນັ້ນຄືທີ່ມາຂອງອາການຜົມງອກກ່ອນໄວຖ້າຝືນຍ້ອມສີຜົມໄປເລື່ອຍໆສຸດທ້າຍກໍ່ຈະຂາວໝົດຫົວນັ້ນເອງຢຸດຍ້ອມສາ.

4. ຜົມຫຼົ່ນຈົນສັງເກດໄດ້ຊັດເຈນ: ຖ້າເຮົາໃຊ້ສານເຄມີກັບຜົມຫຼາຍເທົ່າໃດກໍ່ນີ່ງມີຂໍ້ເສຍຕາມມາເທົ່ານັ້ນ ທັງສານເຄມີຈາກການຍ້ອມຜົມ, ດັດຜົມ,ຈົນເກີດອາການຜົມຫຼົ່ນງ່າຍຮາກຜົມບໍ່ແຂງແຮງຮູ້ໂຕອີກເທື່ອກະອາດຈະຜົມຫຼົ່ນຈົນແກ້ຍາກແລ້ວ.

5. ເລີ່ມເບີ່ງເຫັນໜັງຫົວ: ບາງທີເວລາຜົມຫຼົ່ນ ຫຼື ຜົມບາງລົງ ເຮົາອາດຈະບໍ່ທັນສັງເກດໂຕເອງປານໃດ ແຕ່ຖ້າແຍງແວ້ນແລ້ວເລີ່ມເບີ່ງເຫັນໜັງຫົວຊັດເຈນ ກໍ່ຄວນເລີ່ມຕົກໃຈໄດ້ ເພາະນັ້ນໝາຍຄວາມວ່າຜົມຂອງທ່ານເລີ່ມບາງຈົນປົກປິດໜັງຫົວບໍ່ມິດແລ້ວນັ້ນເອງຢຸດພັກການຍ້ອມສີຜົມດ່ວນໆ ແລ້ວບຳລຸງຜົມ ຫຼື ປືກສາແພດໄດ້ແລ້ວ.

ທີ່ມາ:ສຸຂະພາບ ອັບເດດ | Health Update

ความคิดเห็น