ຄົນເຮົາໃກ້ຊິດກັບເຂົ້າຈົນເປັນຂອງທຳມະດາ ໃນຄວາມທຳມະດາມີຄວາມວິເສດຊ້ອນຢູ່ ນ້ຳໝວກທີ່ເຮົາມັກເທຖິ້ມໄປນັ້ນ ເປັນນ້ຳກະສາຍຢາຢ່າງໜຶ່ງໃນຕຳລັບຢາບູຮານ ມີລົດເຢັນ ຖອນພິດ ແກ້ພິດຮ້ອນພາຍໃນ ດັບພິດອັກເສບແລະບວມ
ຖ້າມີອາການເຜັດຮ້ອນຈາກການສຳຜັດໝາກເຜັດກໍສາມາດແກ້ໂດຍການເອົາມືແຊ່ໃນນ້ຳໝວກໄດ້ ນອກຈາກນີ້ຍັງມີຕຳລັບຢາສະຜົມຂອງຊາວພູໄທ ທີ່ໃຊ້ນ້ຳໝວກ (ນ້ຳແຊ່ເຂົ້າໜຽວຄ້າງຄືນ) ຕົ້ມກັບນ້ຳໝາກນາວ ຖິ້ມໄວ້ໃຫ້ເຢັນ ແລ້ວຈຶ່ງສະຜົມ ຈາກນັ້ນລ້າງອອກດ້ວຍນ້ຳທຳມະດາ ໃນເນປານກໍມີການດື່ມນ້ຳໝວກເພື່ອບັນເທົາອາການຊ່ອງຄອດອັກເສບ
ເມັດເຂົ້າທີ່ຫຸງສຸກກໍສາມາດນຳມາເປັນຢາໃຊ້ພາຍນອກໄດ້ ເປັນຢາແກ້ຜິວໜັງອັກເສບ ແກ້ຜົດຜື່ນ ໂດຍນຳເຂົ້າທີ່ຫຸງສຸກຕຳພອກບັນເທົາອາການ ຫຼື ໃຊ້ແປ້ງເຂົ້າຈ້າວປະສົມຜົງຂີ້ໝີ້ນ ໃສ່ນ້ຳນ້ອຍໆ ທາບໍລິເວນທີ່ມີອາການໄດ້ເຊັ່ນດຽວກັນ ສ່ວນໃຜເປັນຜົດຜື່ນຈາກພາວະພູມແພ້ ໃຫ້ຕຳໃບຕຳນິນກັບນ້ຳໝວກທາເລື້ອຍໆ ຊ່ວຍໄດ້ແນ່ນອນ (ຄູ່ກັບການກິນຢາພູມແພ້ຮ້ອນ)
ທີມາ:ເລົ່າເລື່ອງເມືອງລາວ RaolaungmaungLaos
ความคิดเห็น
แสดงความคิดเห็น