ເດົ້າແລ້ວໜີມີຄວາມຜິດຕາມກົດໝາຍບໍ່ໄດ້ຍົກເວັ້ນ..ຮູ້ໄວ້ຊາຍມັກງ່າຍຫຼີ້ນບໍ່ຮັບຜິດຊອບ
ເບິ່ງຫົວຂໍ້ຄືວ່າໂຫດໆອາດຂັດຫູຜູ້ຟັງແຕ່ກໍ່ເປັນຄວາມຈິງ, ສັງຄົມບ້ານເຮົາທຸກມື້ນີ້ມີເລື່ອງລາວຫຼວງຫຼາຍເກີດຂຶ້ນ ເວົ້າສະເພາະເລື່ອງການພົວພັນຊູ້ສາວ ຕອນຮັກກັນດີໆກໍ່ບໍ່ຄ່ອຍມີໃຜຮູ້ ແຕ່ເມື່ອໃດທີ່ຮັກແຕກສະຫຼາຍ ກໍ່ໄປຮອດລັດຮອດສານເວົ້າຄວາມກັນບໍ່ເລີກບໍ່ແລ້ວ ຜູ້ເສຍຫາຍກໍ່ຄືເອື້ອຍນ້ອງຍິງເຮົາບາງຄົນກໍ່ເສຍສູນ, ເສຍຊື່ສຽງ ບາງຄົນໄດ້ລູກມາພ້ອມ
ສະນັ້ນມື້ນີ້ຈິ່ງນຳເອົາຂໍ້ກຳນົດທາງກົດໝາຍມາຝາກທ່ານຜູ້ອ່ານໃຫ້ຮູ້ກັນໄວ້ເຕືອນໃຈໂຕເອງເປັນຕົ້ນແມ່ນຜູ້ຊາຍທີ່ເຮັດເຂົາເສຍຫາຍແລ້ວບໍ່ຢາກຮັບຜິດຊອບ. ອີງຕາມກົດໝາຍຄອບຄົວສະບັບປັບປຸງໃໝ່ພາກທີ2 ວ່າດ້ວຍການໝັ້ນໝາຍ, ການສູ່ຂໍ ແລະການແຕ່ງດອງ ໝວດທີ1 ການໝັ້ນໝາຍ ແລະການສູ່ຂໍ ມາດຕາທີ8 ວ່າດ້ວຍການຮ່ວມປະເວນີການກ່ອນການເປັນຜົວເມຍ ໃນນັ້ນໄດ້ລະບຸໄວ້ວ່າ:
ເມື່ອຊູ້ສາວໄດ້ຮ່ວມປະເວນີກັນກ່ອນການເປັນຜົວເມຍ ຖ້າຫາກຊາຍຊູ້ບໍ່ເອົາຍິງຊູ້ເປັນເມຍ ແລ້ວຊາຍຊູ້ນັ້ນກໍ່ຈະໄດ້ເສຍຄ່າປົວແປງຈິດໃຈໃຫ້ຍິງຊູ້, ຄ່າຄຳຂັວນຍິງຊູ້ ຫຼື ຄອບຄົວຍິງຊູ້ ຕາມຮີດຄອງປະເພນີ. ໃນກໍລະນີຍິງຊູ້ຫາກບໍ່ເອົາຊາຍຊູ້ເປັນຜົວ ກໍ່ຈະບໍ່ໄດ້ເສຍຄ່າປົວແປງຈິດໃຈ, ທ່າທຳຂັວນແຕ່ຢ່າງໃດ. ໃນກໍລະນີຫາກມີການຖືພານອກຈາກຈະໄດ້ເສຍຄ່າທຳຂັວນແລ້ວ ຊາຍຊູ້ຍັງຈະຕ້ອງເສຍຄ່າອອກລູກ, ຄ່າຢູ່ກຳ ແລະຄ່າໃຊ້ຈ່າຍອື່ນໆຕື່ມອີກ
ບໍ່ວ່າໃນກໍລະນີໃດໆກໍ່ຕາມຊາຍຊູ້ມີພັນທະລ້ຽງດູລູກທີ່ເກີດມານັ້ນຈົນກວ່າເດັກຈະມີກະສຽນອາຍຸ 18 ປີ. ໃນກົດໝາຍສະບັບດຽວກັນຍັງລະບຸໄວ້ສຳລັບມາດຕະການຕໍ່ຜູ້ລະເມີດກໍລະນີບໍ່ປະຕິບັດພັນທະໃນການລ້ຽງດູລູກ ຫຼືມີການກະທຳອື່ນທີ່ຜິດຕໍ່ກົດໝາຍວ່າດ້ວຍຄອບຄົວຈະຖືກສຶກສາອົບຮົມ, ປະຕິບັດວິໄນປັບໃໝ, ຮັບຜິດຊອບທາງແພ່ງ ຫຼື ລົງໂທດທາງອາຍາແລ້ວແຕ່ກໍລະນີໜັກ ຫຼື ເບົາ.
ທີ່ມາ http://skapbpb.com
ความคิดเห็น
แสดงความคิดเห็น