ປະດົງ ເປັນໂຣກທີ່ປິ່ນປົວໃຫ້ຫາຍດີຍາກຄືກັນກັບພະຍາດເບົາຫວານ, ໂຣກຄວາມດັນເລືອດ ເຊິ່ງຄົນທີ່ເປັນປະດົງຮູ້ດີວ່າ ເມື່ອເປັນແລ້ວຈະທໍລະມານຫຼາຍ ເວລາກິນອາຫານທີ່ເປັນພິດເຂົ້າໄປ ຂໍ້ຈະບວມໃຄ່ ເຈັບປວດທໍລະມານຫຼາຍຈົນຍ່າງບໍ່ໄດ້ ໃນທາງຢາສະໝຸນໄພມີສູດປິ່ນປົວຫຼາຍສູດ ທີ່ສາມາດບັນເທົາອາການເຈັບໄດ້ ສຳລັບໝາກເຟືອງສົ້ມສຸກ ເປັນອີກສູດໜຶ່ງທີ່ນິຍົມໃຊ້ກັນມາແຕ່ບູຮານ ເປັນສູດສະເພາະກຸ່ມ ໄດ້ຮັບການບອກເລົ່າວ່າ ສາມາດເຮັດໃຫ້ປະດົງໃຫ້ຫາຍດີໄດ້ ຈຶ່ງແນະນຳໃຫ້ຜູ້ອ່ານໄດ້ເອົາສູດໄປໃຊ້
ວິທີເຮັດ: ເອົາໝາກເຟືອງສົ້ມສຸກ ຈຳນວນ 1 ໜ່ວຍ, ເກືອເລັກໜ້ອຍ, ນໍ້າເຜິ້ງ 1 ບ່ວງແກງ, ນໍ້າຕົ້ມ 2 ຈອກ ເອົາສ່ວນປະສົມທັງໝົດນັ້ນມາປັ່ນໃຫ້ເຂົ້າກັນລະອຽດ ກິນຄັ້ງລະ 1 ຈອກ ກິນກ່ອນອາຫານເຊົ້າ ແລະອາຫານແລງ ເຮັດກິນຕິດຕໍ່ກັນ 6 ວັນ ເຊິ່ງອາການຂອງໂຣກເກົ໊າຫາຍດີ ໃຜທີ່ເປັນໂຣກເກົ໊າລອງເຮັດກິນ ເພາະມັນບໍ່ເປັນອັນຕະລາຍຫຍັງ ໝາກເຟືອງປະໂຫຍດທາງຢາ ຍອດໝາກເຟືອງ ກັບຍອດໝາກພ້າວ ຕົ້ມປະສົມກັນກິນແກ້ໄຂ້ຫວັດໃຫຍ່, ໃບຕົ້ມອາບແກ້ຕຸ່ມຄັນ, ແກ່ນ ແລະຮາກຕົ້ມກິນແກ້ເຈັບທ້ອງ, ແກ້ເຈັບເສັ້ນໄດ້
ທີ່ມາ http://skapbpb.com
ความคิดเห็น
แสดงความคิดเห็น