ສຸດຍອດດອກອັນຊັນຊ່ວຍບຳລຸງສາຍຕາ….?? ມີດີແນວໃດອ່ານດ່ວນ
ດອກອັນຊັນ ສັບພະຄຸນຊັ້ນເລີດ ບຳລຸງສາຍຕາ ແລະ ຊ່ວຍບຳລຸງຜົມດົກດຳ, ເຮົາມາຮູ້ຈັກດອກອັນຊັນກັນເບີ່ງວ່າມີປະໂຫຍດແນວໃດແດ່:
ດອກອັນຊັນ: ດອກໄມ້ສີ່ມ່ວງທີ່ຂື້ນຊື່ວ່າເປັນສະໝູນໄພທີ່ມີປະໂຫຍດຢ່າງຫຼວງຫຼາຍ, ຫຼາຍຄົນຄົງໄດ້ຍີນສັບພະຄຸນຂອງດອກອັນຊັນກັນແດ່ແລ້ວ, ທີ່ເຫັນກັນຊັດເຈັນກໍ່ຈະເປັນການນຳເອົາສີດອກອັນຊັນມາປະສົມກັບອາຫານ ຫຼື ເຂົ້າໜົມຕ່າງໆ ແຕ່ຮູ້ບໍວ່າດອກອັນຊັນມີປະໂຫຍດຢ່າງຫຼວງຫຼາຍ.
ຮາກດອກອັນຊັນ
-ນຳມາປຸງເປັນຢາຂັບປັດສະວະ ແລະເປັນຢາລະບາຍໄດ້.
-ແກ້ອາການເຈັບແຂ້ວ ແລະເຮັດໃຫ້ແຂ້ວແຂງແຮງໂດຍການນຳມາຖູກທີ່ແຂ້ວ.
-ຊ່ວຍເພີ່ມປະສິດທິພາບໃນການເບີ່ງເຫັນໃຫ້ດີຂື້ນ, ໂດຍນຳເອົາຮາກໄປຖູກັບນຳ້ແລ້ວນຳມາຢອດທີ່ຕາ.
ດອກອັນຊັນ:
-ຊ່ວຍສ້າງພູມຕ້ານທານໃຫ້ຮ່າງກາຍ ແລະເພີ່ມພະລັງເຮັດໃຫ້ຮ່າງກາຍມີແຮງຂື້ນ.
-ສານຕ້ານອຸມູນອິດສະລະໃນດອກອັນຊັນຊ່ວຍໃນການຊະລໍຄວາມເຖົ້າ ແລະ ຮີ້ວຮ້ອຍແຫ່ງໄວ.
-ຊ່ວຍບຳລຸງສະໝອງ.
-ຊ່ວຍຫຼຸດຄວາມສ່ຽງຂອງການເກີດໂລກຫົວໃຈ ແລະ ພາວະຫຼອດເລືອດຫົວໃຈອຸດຕັນ.
-ຊ່ວຍຫຼຸດຄວາມສ່ຽງຂອງການເກີດໂລກຫົວໃຈ ແລະ ພາວະຫຼອດເລືອດຫົວໃຈອຸດຕັນ.
-ຊ່ວຍຫຼຸດລະດັບນຳ້ຕານໃນຄົນທີ່ເປັນເບົາຫວານ.
-ຊ່ວຍລ້າງສານຜິດ ແລະຂັບຂອງເສຍອອກຈາກຮ່າງກາຍ.
-ແກ້ອາການປັດສະວະພິການ.
-ແກ້ອາການບວມຊຳ້.
-ຊ່ວຍປ້ອງກັນ ແລະບັນເທົາອາການມືນຊາຕາມນີ້ວ,ມືນີ້ວຕີນ.
ວິທີປຸງດອກອັນຊັນດື່ມ:
– ນຳເອົາດອກອັນຊັນລ້າງນຳ້ໃຫ້ສະອາດ ແລ້ວໄປຕົ້ມກັບນຳ້ສະອາດຈົນຟົດ ປິດຝາປະໄວ້ ປະມານ2-3 ນາທີແລ້ວຕອງເອົາແຕ່ນຳ້ມາດື່ມ.
– ນຳເອົາດອກອັນຊັນທີ່ໄດ້ມາປະສົມກັບເຜີ້ງກໍ່ໄດ້ບໍ່ເຮັດຫວານຫຼາຍເມື່ອເຮັດແລ້ວຄວນດື່ມໃຫ້ຫມົດເພື່ອໃຫ້ໄດ້ສານອາຫານທີ່ມີຄຸນຄ່າ.
ວິທີໝັກຜົມດ້ວຍດອກອັນຊັນ:
-ນຳດອກອັນຊັນມາຄັ້ນໃຫ້ໄດ້ນຳ້ລະຫວ່າງຄັ້ນຕື່ມນຳ້ໃສ່ເລັກນ້ອຍເພື່ອຈະໄດ້ຄັ້ນງ່າຍຂື້ນຈາກນັ້ນຕອງເອົາແຕ່ນຳ້.
-ເມື່ອໄດ້ນຳ້ແລ້ວນຳມາໝັກຜົມຖີ້ມໄວ້ປະມານ 10-15 ນາທີ ແລ້ວລ້າງອອກດ້ວຍນຳ້ສະອາດ ຫາກເຮັດຕະຫຼອດກໍ່ຈະຊ່ວຍໃຫ້ຜົມດົກດຳ ແລະ ເປັນເງົາງາມ ແຖມຍັງຊ່ວຍໃຫ້ຜົມຍາວໄວໄດ້ອີກດ້ວຍ.
cr: ສຸຂະພາບ ອັບເດດ | Health Update
ความคิดเห็น
แสดงความคิดเห็น