ວິທີຮັກສາຕາ

ສະບາຍດີເຮົາຈະມາແນະນຳ ວິທີແກ້ອາການປວດຕາ ທີ່ເກີດຈາກການຢູ່ຫນ້າຈໍຄອມດົນໆ ຍິ່ງຫລິ້ນຫລາຍຍິ່ງປວດຕາ.

ອາການປວດຕາ.

ເວລາທີ່ເຮົາຫລິ້ນຄອມ,ມືຖືຫລືແທ໋ບເລັດດົນຈະເຮັດໃຫ້ເຮົາມີອາການເມື່ອຍຕາ,ຕາລົວແລະປວດຕາ ເຊິ່ງບໍ່ພຽງແຕ່ຈະເຮັດໃຫ້ປວດຕາເທົ່ານັ້ນອາດຈະມີອາການປວດຄໍ,ປວດຫລັງ,ເມື່ອຍບ່າ ໄປຈົນເຖິງມີອາການເຈັບຫົວ,ມຶນຫົວໄປພ້ອມໆກັນ ເຊິ່ງສັບທາງການແພດຈະເອີ້ນອາການເຫລົ່ານີ້ວ່າ: Computer Vision Syndrome.

ມື້ນີ້ພວກເຮົາ ໄດ້ຊອກຫາຫລາຍວິທີແກ້ໄຂອາການປວດຕາທີ່ເກີດຈາກກິດຈະກຳເຫລົ່ານີ້ມາໃຫ້ທ່ານໄດ້ເລືອກໃຊ້ ເພື່ອປ້ອງກັນຄວາມເສື່ອມໂຊມຂອງຕາທີ່ອາດມີຜົນຕໍ່ການເບິ່ງເຫັນໃນອານາຄົດໄດ້ ມາເບິ່ງກັນເລີຍ

1.ພັກສາຍຕາ: ເຮົາຄວນພັກສາຍຕາເປັນໄລຍະໄລຍະອາດໃຊ້ກົດ 20-20-20 ເຂົ້າຊ່ວຍຄື :ພັກສາຍຕາທຸກໆ20ນາທີ,ແນມອອກໄປດ້ານນອກໃນໄລຍະ20ຟຸດ,ເປັນເວລາ20ນາທີ.ຈະຊ່ວຍໃຫ້ເກີດຄວາມຜ່ອນຄາຍ ລົດອາການລົວຂອງຕາໄປໄດ້ຫລາຍ.ຖ້າໃຊ້ວິທີນີ້ແລ້ວຢ້ານເຈົ້ານາຍຮ້າຍ ກໍ່ໃຫ້ລອງໃຊ້ ວິທີຍົກນິ້ວມືຂຶ້ນມາໃຫ້ຢູ່ໃນລະດັບສາຍຕາ ໂດຍໃຫ້ນິ້ວຫ່າງອອກໄປປະມານ 30 cm ຈາກນັ້ນໃຫ້ຈຶ້ງເບິ່ງທີ່ນິ້ວມືປະມານ3ນາທີ ສະລັບກັບການເບິ່ງອອກໄປທາງນອກອີກ3ນາທີ ເຮັດສະລັບກັນປະມານ 10-20ເທື່ອ.

2.ນວດຕາ: ຊ່ວຍໃຫ້ກ້າມເນື້ອຕາທີ່ເກັງຈາກການຈ້ອງຄອມຫລືມືຖືດົນໆຜ່ອນຄາຍລົງ ວິທີການນວດຕາເຮັດໄດ້ໂດຍໃຫ້ເຮົາຫລັບຕາລົງແລ້ວໃຫ້ໃຊນິ້ວມືກົດລົງໄປບໍລິເວນຮອບດວງຕາເບົາໆໂດຍກົດໄປໃນທິດທາງໃດຫນຶ່ງ ອາດຈະກົດວົນຕາມເຂັມໂມງ ຫລື ທວນເຂັມໂມງກໍ່ໄດ້ ເຮັດເທື່ອລະຂ້າງ ປະມານ 5-10ນາທີ ວິທີນີ້ສາມາດລົດອາການເມື່ອຍລົວຂອງຕາໄດ້ເປັນຢ່າງດີ ,ຂໍ້ສຳຄັນເຮົາຄວນນວດຕາທັນທີເມື່ອເລີ່ມຮູ້ສຶກເຄືອງຕາ ຢ່າປ່ອຍໃຫ້ປວດຕາແລ້ວຄ່ອຍນວດເພາະເປັນການຊ່ວຍປ້ອງກັນການປວດຕາເບື້ອງຕົ້ນໄດ້.

3.ບໍລິຫານຕາ : ດ້ວຍການກອກຕາໄປມາຈາກຊ້າຍໄປຂວາ,ຈາກເທິງລົງລຸ່ມ ເຮັດແບບນີ້ຕໍ່ເນື່ອງປະມານ 10ທ່ຽວຈະຊ່ວຍລົດອາການປວດຕາໄດ້ຫລາຍ.

4.ນຳ້ຕາທຽມ : ການເບິ່ງຄອມດົນໆອາດເຮັດໃຫ້ຕາບໍ່ມີນຳ້ຕາມາລໍ່ລ້ຽງເຮັດໃຫ້ເກີດຕາແຫ້ງຂື້ນມາ ຖ້າເປັນແນວນັ້ນເຮົາຄວນຫານຳ້ຕາທຽມມາຢອດຕາ ເພື່ອເຮັດໃຫ້ຕາບໍ່ແຫ້ງ ໂດຍສະເພາະກັບຄົນທີ່ເປັນຕາຕໍ້ ຈຳເປັນຫລາຍ ນຳ້ຕາທຽມຈະມີ 2 ຊະນິດຄື:ແບບເຈວ ແລະແບບນຳ້.

ແບບເຈວ ຈະມີປະສິດຕິພາບດີກວ່າແຕ່ຈະເຮັດໃຫ້ຕາພ່າມົວ ຈຶ່ງເຫມາະກັບການທາຕອນກາງຄືນ

ແບບນຳ້ ໃຊ້ຢອດເວລາກາງເວັນ.

5.ພັກຜ່ອນສາຍຕາຊົ່ວຄາວ: ເພື່ອລົດຄວາມເມື່ອຍລ້າ ຄວາມຕຶງຂອງກ້າມເນື້ອຕາໃຫ້ຫລັບຕາລົງປະມານ 10-15 ນາທີ ຈະຊ່ວຍໃຫ້ອາການປວດຕາ,ຕາພ່າມົວ,ເບິ່ງບໍ່ຊັດເຈນຫາຍໄປ ຖ້າໃຫ້ດີແມ່ນເອົາຜ້າຂົນຫນູຈຸມນຳ້ເຢັນປັ້ນມາດໆແລ້ວເອົາມາໂປະຕາຂອງເຮົາໄວ້ຕອນທີ່ເຮົາຫລັບຕາຢູ່ ຈະຊ່ວຍໃຫ້ຮູ້ສຶກຜ່ອນຄາຍຫລາຍຂຶ້ນ.

ນີ້ກໍ່ເປັນວິທີແກ້ອາການປວດຕາດີໆທີ່ເຮົາເອົາມາແນະນຳກັນໃນມື້ນີ້ ລອງເອົາໄປໃຊ້ເບິ່ງຮັບຮອງວ່າ ອາການປວດຕາຈະຫາຍໄປ.

ດວງຕາເປັນອາໄວຍາວະສຳຄັນຂອງຄົນເຮົາ ຈຶ່ງຄວນຖະຫນອມສາຍຕາໃຫ້ຢູ່ກັບເຮົາໄປດົນໆ ສະນັ້ນຢ່າມອງຂ້າມວ່າອາການປວດຕາຂອງເຮົາເປັນເລື່ອງປົກກະຕິ ຖ້າຮູ້ສຶກປວດຕາເມື່ອໃດໃຫ້ຫາວິທີຜ່ອນຄາຍທັນທີ ເຮົາຈະໄດ້ໃຊ້ຕາຄູ່ນີ້ໄປດົນໆ.

ດ້ວຍຄວາມຫ່ວງໃຍ ແລະ ໃສ່ໃຈສຸຂະພາບດວງຕາຂອງທ່ານ

ທີ່ມາ http://skapbpb.com

ความคิดเห็น