ນີ້ຄືສັນຍານເຕືອນ ວ່າກະເພາະ ຂອງເຈົ້າ ບໍ່ໄຫວແລ້ວ

ນີ້ຄືສັນຍານເຕືອນ ວ່າກະເພາະ ຂອງເຈົ້າ ບໍ່ໄຫວແລ້ວ

ກະເພາະອາຫານ ເປັນອະໄວຍະວະສຳຄັນຂອງຮ່າງກາຍ ຫາກກະເພາະອາຫານບໍ່ດີ ລະບົບຍ່ອຍກໍ່ຈະບໍ່ດີ

ກະເພາະອາຫານ ເປັນອະໄວຍະວະຫຼັກທີ່ເປັນທີ່ພັກອາຫານເພື່ອຍ່ອຍ ກ່ອນຈະດູດຊຶມເອົາອາຫານໄປໃຊ້ຫຼໍ່ລ້ຽງຮ່າງກາຍເພື່ອປ່ຽນເປັນພະລັງງານ ຊ່ວຍໃຫ້ຮ່າງກາຍເຕີບໃຫຍ່ ຊ່ອມແຊມສ່ວນທີ່ເສຍຫາຍຂອງຮ່າງກາຍ …

ຫາກກະເພາະອາຫານເຮັດວຽກຜິດປົກກະຕິ ແນ່ນອນວ່າ ອາຫານທີ່ຕ້ອງຍ່ອຍ ກໍຈະມີບັນຫາຕາມໄປດ້ວຍ ເຮົາມາເຊັກກະເພາະອາຫານກັນ

5 ອາການບົ່ງບອກສ່ຽງຕໍ່ການເປັນພະຍາດກະເພາະອາຫານອັກເສບ

1. ອາການປວດທ້ອງແບບຈຸກໆ ແສບໆ (ອາການພະຍາດກະເພາະ) ເວລາປວດກໍຈີ໊ດຂຶ້ນມາ ແລ້ວກໍຫາຍໄປ ເໜືອສະດື

2. ເວລາຫິວ ຫລືອິ່ມ ກໍຈະຮູ້ສຶກປວດທ້ອງຝັ່ງຂວາມື (ອາການພະຍາດກະເພາະ) ອາດບໍ່ໄດ້ເປັນຫລາຍ ໄດ້ກິນຢາຫຼຸດກົດກໍພໍຊ່ວຍໄດ້

3. ມີອາການປວດແສບໆ ທີ່ທ້ອງ (ອາການພະຍາດກະເພາະ) ບາງທີເຈັບຂຶ້ນມາເລີຍ ໂດຍບໍ່ຈຳກັດວ່າຈະອິ່ມຫລືບໍ່

4. ເວລານອນຫຼັບ ແລ້ວ ກໍເຈັບທ້ອງຈົນຕ້ອງຕື່ນ ບໍ່ປົກກະຕິແນ່ນອນ (ອາການພະຍາດກະເພາະ)

5. ມີອາການເຈັບທ້ອງຫລາຍໆ (ອາການພະຍາດກະເພາະ) ເຈັບຈົນມີອາການຂ້າງຄຽງເພີ່ມຄື ຮາກ ບາງທີໜັກເຖິງຂັ້ນຖ່າຍເປັນເລືອດ

ຄລິບ

CR: updatetoday.in.th

ความคิดเห็น