ມາເບິ່ງເຄັດລັບກິນເຂົ້າແລງແລ້ວບໍ່ເຮັດໃຫ້ຕຸ້ຍ
ຫຼາຍຄົນມີຄວາມເຊື່ອວ່າ ການອົດອາຫານແລງ ແລ້ວນໍ້າໜັກຈະຫຼຸດລົງ ນັ້ນຄືການຫຼຸດນໍ້າໜັກແບບຜິດໆ ແລະ ຕອນແລງ ເປັນມື້ທີ່ສາວໆ ຢ້ານຕຸ້ຍຫຼາຍທີ່ສຸດ, ມື້ນີ້ ມີເທັກນິກການກິນອາຫານແລງ ແບບບໍ່ຕຸ້ຍມາຝາກກັນ
1 ຄວນອາຫານແລງ: ຫຼາຍຄົນມັກຫຼຸດນໍ້າໜັກ ດ້ວຍການບໍ່ກິນອາຫານແລງ ເຊິ່ງບໍ່ຄວນເຮັດ ເພາະນອກຈາກເຮັດໃຫ້ເຮົາຢາກອາຫານແລ້ວ ຍັງບໍ່ເຮັດໃຫ້ນໍ້າໜັກຫຼຸດລົງ ເພາະວ່າ ເມື່ອຮອດເວລາກິນເຂົ້າ ຮ່າງກາຍຈະຫຼັ່ງກົດອອກມາເພື່ອຍ່ອຍອາຫານ, ດັ່ງນັ້ນ ເມື່ອບໍ່ມີອາຫານໃນກະເພາະ ນໍ້າຍ່ອຍກໍຈະກັດກະເພາະແທນ ເຮົາຈຶ່ງຄວນກິນອາຫານແຕ່ຄວນກິນໜ້ອຍ ເລືອກກິນອາຫານທີ່ເບົາໆທ້ອງ ຫຼືອາຫານທີ່ໃຫ້ພະລັງງານໜ້ອຍທີ່ສຸດຈະດີກວ່າ
2.ກິນເຂົ້າແລງແລ້ວ ບໍ່ຄວນອອກກຳລັງກາຍຕໍ່ທັນທີ: ບາງຄົນຢ້ານຕຸ້ຍ ຫຼັງຈາກກິນອາຫານແລ້ວ ຈະອອກກຳລັງກາຍທັນທີ ເຊິ່ງບໍ່ຄວນເຮັດ ຖ້າເຮົາກິນອາຫານພາຍໃນເວລາ 1-2 ຊົ່ວໂມງ ແລ້ວໄປອອກກຳລັງກາຍ ອາດເຮັດໃຫ້ເກີດອາການຈຸກທ້ອງ ຖ້າເປັນໄປໄດ້ຄວນຍ່າງ ເພາະເວລາເຮົາຍ່າງລຳໄສ້ຈະມີການຂະຫຍັບຕົວ ອາຫານຈະຍ່ອຍງ່າຍ ແລະຍັງເປັນການໃຫ້ພະລັງງານໄປໃນຕົວ
3.ຫຼັງກິນອາຫານແລງບໍ່ຄວນອາບນໍ້າທັນທີ: ເພາະເມື່ອເຮົາກິນອາຫານແລ້ວ ອາຫານກຳລັງຍ່ອຍ ກະເພາະຕ້ອງເຮັດວຽກ ເລືອດຕ້ອງຖືກໄປຫຼໍ່ລ້ຽງກະເພາະ ເພື່ອຊ່ວຍໃນການຍ່ອຍ ຖ້າເຮົາໄປອາບນໍ້າທັນທີຫຼັງກິນອາຫານ ຈະເຮັດໃຫ້ເລືອດສົ່ງໄປຫາກະເພາະໜ້ອຍ ເພາະເລືອດສົ່ງໄປຫາຜິວໜັງຫຼາຍກວ່າ ແລະເຮັດໃຫ້ລະບົບການຍ່ອຍອາຫານເຮັດວຽກໄດ້ບໍ່ເຕັມທີ່ ທ້ອງຈະອືດ, ແໜ້ນທ້ອງ ຈຶ່ງຄວນເວັ້ນຢ່າງໜ້ອຍ 30 ນາທີ
4.ຄວນເລືອກກິນອາຫານປະເພດຜັກ ແລະໝາກໄມ້:ແຕ່ບໍ່ຄວນເລືອກກິນຜັກທີ່ມີກົດ ເພາະຂະນະທ້ອງວ່າງຮ່າງກາຍ ຈະມີກົດຫຼາຍຢູ່ແລ້ວ ແລະຫຼີກລຽງການກິນຜັກ ຫຼືໝາກໄມ້ດິບໃນຂະນະທີ່ທ້ອງວ່າງ ເພາະຈະເຮັດໃຫ້ທ້ອງອືດ ແລະຄວນກິນຜັກສຸກເຊັ່ນ: ຜັກລວກ, ຜັກຕົ້ມ, ແກງຈືດ
5.ອາຫານແລງທີ່ຄວນຫຼີກລຽງ: ອາຫານທີ່ຍ່ອຍຍາກເຊັ່ນ: ອາຫານມັນ, ອາຫານທອດ, ຊີ້ນສັດຕິດມັນ, ອາຫານທີ່ມີຄໍເລດເຕີລໍສູງ ຖ້າຕ້ອງການກິນຄວນກິນໃນປະລິມານທີ່ເລັກໜ້ອຍ, ອາຫານທີ່ເປັນກົດຫຼາຍ ເພາະອາດເຮັດໃຫ້ເກີດພາວະກົດກັບໄປຫາຫຼອດອາຫານ, ສຳລັບ ຜູ້ໃຫຍ່ ແນະນຳວ່າອາຫານຕອນແລງ ຄວນເປັນອາຫານຍ່ອຍງ່າຍ ມີໂປຣຕີນສູງ, ມີຄາໂບໄຮເດດເລັກໜ້ອຍ
ຂໍຂອບໃຈຂໍ້ມູນດີໆຈາກ:ແຊຣ໌ຕໍ່sharetors
ความคิดเห็น
แสดงความคิดเห็น