ເພີ່ມບຸນໃຫ້ໂຕເອງງ່າຍໆ ບໍ່ຈຳເປັນຕ້ອງເຂົ້າວັດ
ຄົນທຸກຄົນຈະມີຄວາມສຸກເມື່ອໄດ້ໃຫ້ສິ່ງໃດໜຶ່ງແກ່ບຸກຄົນອື່ນ ຊຶ່ງເພິ່ນເອີ້ນວ່າການເຮັດບຸນ, ການເຮັດບຸນນັ້ນຖ້າຈະເຂົ້າໃຈວ່າຕ້ອງໄປວັດຢ່າງດຽວຖືວ່າຜິດລະ ບໍ່ຈຳເປັນຕ້ອງໄປວັດສະເໝີໄປ ຂໍພຽງເປັນການໃຫ້ເຮັດຢູ່ໃສກໍ່ໄດ້.
ປີໃໝ່ແລ້ວຜູ້ໃດຈະເສີມບຸນປາລະມີໃຫ້ຕົນເອງແບບບໍ່ຈຳເປັນໄປວັດກໍ່ດີນະ ວິທີນີ້ກໍ່ໄດ້ຜົນ ບາງທີຜົນບຸນເຮ່ງຫຼາຍກວ່າການໄປຖວາຍເຄື່ອງສັງຄະທານແກ່ວັດອີກດ້ວຍ ເຊັ່ນ: ການດູແລພໍ່ແມ່ປູ່ຍ່າຕາຍາຍ, ພາເພິ່ນໄປທ່ຽວຈະເປັນວິທີເຮັດບຸນທີ່ດີທີ່ສຸດ.
– ຕື່ນມາໃສ່ບາດຕອນເຊົ້າກ່ອນໄປເຮັດວຽກ ຮູ້ຈັກການໃຫ້ຫຼາຍກວ່າການຮັບແລ້ວຊີວິດຈະດີຂຶ້ນເອງ, ໝັ່ນສວດມົນແຜ່ເມດຕາມື້ລະເທື່ອ ສ້າງສະມາທິໂດຍການນັ່ງນິ້ງມື້ລະຄັ້ງ ກໍ່ຈະເຮັດໃຫ້ຈິດໃຈບໍລິສຸດຍິ່ງຂຶ້ນ.
– ຫາກຜູ້ໃດບູຊາພະໃນເຮືອນໃຫ້ຖວາຍນ້ຳ 1 ຈອກ ຫຼື ອາຫານຄາວພ້ອມດ້ວຍດອກໄມ້ພວງມາໄລ ໃຫ້ທຸກມື້ສິ່ງນີ້ຈະຊ່ວຍເຮັດໃຫ້ຈິດໃຈຄົນໃນເຮືອນທຸ່ນທ່ຽງອົບອຸ່ນ.
– ຢຸດກິນຊິ້ນສັດອາທິດລະ 1 ວັນ ລອງບໍ່ໄປບຽດບຽນສັດ ຮັບຮອງໄດ້ທັງບຸນໄດ້ທັງສຸຂະພາບໃນເວລາດຽວກັນ
– ເຮັດບຸນກັບພະສົງທີ່ພົບປະລະຫວ່າງການເດີນທາງໂດຍບອກເພິ່ນວ່າຢາກເຮັດບຸນເພາະບໍ່ມີເວລາໄປວັດ ຊຶ່ງທ່ານອາດຈະຂັບລົດໄປສົ່ງເພິ່ນ ຫຼື ຖວາຍເປັນເງິນ, ຜ້າໄຕ, ຜ້າຈອນຫາກພົບວ່າເພິ່ນກຳລັງຊຶື້ຢູ່ ຫຼື ວ່າມີຮ້ານຢູ່ໃກ້ທີ່ເຮົາສາມາດຊື້ໄດ້.
– ຖ້າຮູ້ວ່າເພິ່ນເດືອດຮ້ອນເລື່ອງໃດກໍ່ໃຫ້ຄວາມຊ່ວຍເຫຼືອດ້ວຍຄວາມເຕັມໃຈເຊັ່ນຊ່ວຍເອົາຄົນເຖົ້າຂ້າມທາງ, ໃຫ້ເງິນຄົນທີ່ບໍ່ມີເງິນກິນເຂົ້າ, ຊ່ວຍເຫຼືອຄົນທີ່ບໍ່ສາມາດຊ່ວຍຕົນເອງໄດ້ດັ່ງນີ້ເປັນຕົ້ນ.
– ໃຫ້ຄຳແນະນຳດີໆແກ່ຜູ້ທີ່ກຳລັງມີຄວາມທຸກ ແລະຍ່າງມາຫາເຈົ້າເພື່ອຂໍຄຳແນະນຳ ແລະຄຳແນະນຳຂອງເຮົາຕ້ອງບໍ່ເຮັດໃຫ້ຄົນອື່ນເດືອດຮ້ອນ.
– ຖ້ວຍບ່ວງຫຼັງກິນອາຫານໝົດຕ້ອງຮີບລ້າງທັນທີ ຫຼື ຖ້າບໍ່ມີເວລາຈະຕ້ອງເອົາເສດອາຫານອອກໃຫ້ໝົດກ່ອນ ບໍ່ດັ່ງນັ້ນເມື່ອປະໄວ້ດົນຈະມີມົດມາຈື້ ເວລາເຮົາລ້າງເຮົາກໍ່ລ້າງມົດໄປນຳເປັນການຂ້າສັດຕັດຊີວິດໂດຍບໍ່ຕັ້ງໃຈ.
– ຖືສິນຫ້າ 1 ບໍ່ຂ້າສັດ 2, ບໍ່ລັກຂະໂມຍນ້ອຍ 3, ງົດການປະພືດໃນຄວາມບ້າກາມ, 4 ຕັ້ງໃຈງົດການເວົ້າຂີ້ຕົວະ ໃຊ້ຄຳເວົ້າທີ່ຫຍາບຄາຍ ການສັບສໍ່ຕ່າງໆ. 5 ຕັ້ງໃຈງົດການດື່ມເຫຼົ້າເມົາຢາ.
– ໃຫ້ອາໄພໃນສິ່ງທີ່ຄົນມາວ່າໃຫ້ເຮົາບໍ່ວ່າຈະເປັນເລື່ອງໃດໆກໍ່ຕາມ ໃນພຸດທະສາສະໜາບອກວ່າການໃຫ້ທານ 100 ຄັ້ງຍັງບໍ່ໄດ້ບຸນເທົ່າ ອາໄພຍະທານຄັ້ງໜຶ່ງ, ການໃຫ້ອາໄພຍະທານຄືການບໍ່ຄຽດແຄ້ນ, ບໍ່ອາຄາດຈອງເວນ, ບໍ່ຄິດຮ້າຍກັບຄົນອື່ນ ຖ້າເຮັດໄດ້ຈະໄດ້ບຸນກຸສົນຫຼາຍສຸດໃນຝ່າຍທຳ.
– ມອບສິ່ງຂອງທີ່ບໍ່ໃຊ້ແລ້ວໃຫ້ກັບຄົນອື່ນໄປໃຊ້ປະໂຫຍດຕໍ່ ລອງແບ່ງປັນນ້ຳໃຈເຫຼົ່ານີ້ໃຫ້ເຂົາສຳລັບຄົຮໍນທີ່ບໍ່ມີເວລາ. ບໍ່ຈຳເປັນຕ້ອງໄປເຮັດບຸນຢູ່ວັດຢ່າງດຽວຄວາມດີ, ການສ້າງປາລະມີເຮັດຢູ່ໃສກໍ່ໄດ້ ອ່ານບົດນີ້ແລ້ວໃຫ້ໃຫ້ໄດ້ຢ່າງນ້ອຍ 1-2 ຂໍ້ກໍ່ຍັງດີ ແລະຢ່າລືມບອກຕໍ່ຖ້າຈິດທ່ານດີຂຶ້ນ.
ຢ່າລືມເຂົ້າໄປອ່ານຕົ້ນສະບັບເພື່ອຈະເຂົ້າໃຈໃດ້ຕື່ມອີກ www.heyhar.com
ความคิดเห็น
แสดงความคิดเห็น