ໃຜເລືອດກຮຸບໂອຄວນອ່ານ! ກຮຸບເລືອດນີ້ສ່ຽງປ່ວຍຫຍັງ ແລະຫ້າມກິນຫຍັງມາເບິ່ງ
ຄົນເລືອດກຮຸບໂອຄວນອ່ານ! ກຮຸບເລືອດນີ້ສ່ຽງປ່ວຍຫຍັງ ແລະ ຫ້າມກິນຫຍັງມາເບິ່ງກັນ!
ບຸກຄົນທີ່ມີເລືອດກຮຸບໂອ ຖືເປັນບຸກຄົນກຸ່ມພິເສດ ເພາະວ່າພວກເຂົາສາມາດໃຫ້ເລືອດກັບຄົນກຮຸບອື່ນໆໄດ້ (ເມັດເລືອດແດງຂອງກຮຸບໂອ ມີສ່ວນປະກອບທີ່ກຣຸບເລືອດອື່ນໆບໍ່ມີ) ແນວໃດກໍ່ຕາມ ພວກເຂົາຈະຮັບໄດ້ພຽງເລືອດຂອງຄົນໃນກຸ່ມດຽວກັນເທົ່ານັ້ນ
ແນວໃດກໍ່ດີ ບໍ່ແມ່ນທຸກຄົົນທີ່ມີເລືອດກຮຸບໂອຈະເປັນຄືກັນໝົດ ພວກເຂົາມີແນວໂນ້ມທີ່ຈະຕິດເຊື້ອພິເສດບາງຢ່າງ ແຕ່ພວກເຂົາຍັງມີຄຸນລັກສະນະທີ່ເປັນຄວາມສາມາດບາງຢ່າງທີ່ເຮັດໃຫ້ພວກເຂົາໂດດເດັ່ນດ້ວຍ
– ຄວາມສາມາດໃນການນຳ ການດຳເນີນການທີ່ເປັນມືອາຊີບ ມີພະລັງສູງແລະຄວາມສາມາດໃນການເປັນຈຸດສູນກາງທີ່ເຊື່ອຖືໄດ້ ຊຶ່ງຄືຄວາມເປັນທຳມະຊາດທີ່ດີທີ່ສຸດຂອງຄົນກຮຸບໂອ ພວກເຂົາມີທັງຄວາມສາມາດ ແລະ ໄດ້ທັງຜົນປະໂຫຍດ
ໃນທາງກັບກັນ ພວກເຂົາກັບມີແນວໂນ້ມທີ່ຈະປ່ວຍເປັນພະຍາດສະເພາະທາງຫຼາຍກວ່າຄົນກຮຸບອື່ນໆ ຕົວຢ່າງເຊັ່ນ ເປັນແຜ ຕ່ອມໄທຮອຍແຕກ ຮໍໂມນໄທຮອຍມີລະດັບຕ່ຳ ແລະ ຂາດໄອໂອດີນ ຄວາມຜິດປົກກະຕິເຫຼົ່ານີ້ອາດນຳມາຊຶ່ງຜົນກະທົບທີ່ບໍ່ປະສົງ ຍົກຕົວຢ່າງເຊັ່ນ ນ້ຳໜັກຕົວຫຼາຍ ແລະ ບວມນ້ຳ
ໃນປະເທດຍີ່ປຸ່ນ ຄົົນທີ່ມີໝູ່ເລືອດກຸ່ມໂອ ມັກໄດ້ຮັບການຈັດກຸ່ມສະເພາະວ່າເປັນທີ່ໜ້າເຊື່ອຖື ນາຍຈ້າງທີ່ຍີ່ປຸ່ນມັກຈະຖາມລູກຈ້າງເຖິງກຸ່ມເລືອດຂອງພວກເຂົາວ່າຢູ່ໃນກຮຸບເລືອດຫຍັງ ຄົົນທີ່ມີກຣຸບໂອຈະຖືກເບິ່ງວ່າເປັນຄົນມີຄວາມສາມາດ ເຊື່ອສັດ ໃຈເຢັນ ດຸໝັ້ນ ລະມັດລະວັງ ແລະ ເຮັດວຽກເກັ່ງ ພວກເຂົາຈະໄດ້ຮັບຄວາມເຊື່ອຖື ແລະ ເປັນທີ່ວາງໃຈຫຼາຍກວ່າຄົນເລືອດກຮຸບອື່ນ ນີ້ຄືສິ່ງທີ່ນາຍຈ້າງຈະເບິ່ງຫາເປັນອັນດັບທຳອິດເພື່ອເບິ່ງວ່າໃຜຈະຜ່ານການປະເມີນຜົນ ແລະ ເອົາຕົວຫຼອດໄດ້
– ສະມາທິສັ້ນ ແລະ ບໍ່ຮອບຄອບ ເມື່ອຮູ້ສຶກວິຕົກກັງວົນພວກເຂົາຈະມີອາລົມຮຸນແຮງ ສະມາທິສັ້ນ ແລະ ເຮັດວຽກແບບບໍ່ເຕັມທີ່ ບໍ່ກິນອາຫານຕາມປົກກະຕິ ຂາດການເຮັດກິດຈະກຳແບບທີ່ເຄີຍເຮັດ ມີແນວໂນ້ມວ່າຈະໂຊກຮ້າຍ ແລະຫາກເປັນແບບນີ້ຕໍ່ໄປ ກໍຈະເຮັດໃຫ້ພວກເຂົາບໍ່ສາມາດຕໍ່ສູ້ກັບຂະບວນການເຜົາຜານທີ່ເປັນອັນຕະລາຍຕໍ່ຮ່າງກາຍໄດ້ ຍົກຕົວຢ່າງເຊັ່ນ ຄວາມຕ້ານທານຕໍ່ອິນຊູລິນ ການຄວບຄຸມການກະທຳ ແລະ ຄວາມໜາຂອງຕ່ອມໄທຮອຍ
ນອກຈາກນີ້ພວກເຂົາຍັງມີລິດກັດໃນກະເພາະອາຫານຫຼາຍກວ່າກຮຸບເລືອດອື່ນໆ ແລະ ມີແນວໂນ້ມທີ່ຈະມີພັດທະນາມາເປັນແຜໃນກະເພາະອາຫານ
ຄົົນທີ່ມີເລືອດກຮຸບໂອຄວນຢູ່ໃຫ້ຫ່າງຈາກຄາເຟອີນ ຫຼື ທາດເຫຼົ້າ ຄາເຟອີນສາມາດເປັນອັນຕະລາຍໄດ້ເມື່ອມັນເຮັດໃຫ້ລະດັບອະດີນາຮີນເພີ່ມຂຶ້ນ ຊຶ່ງມັນຈະມີສູງຫຼາຍເປັນພິເສດໃນກຸ່ມຄົົນທີ່ມີເລືອດກຮຸບໂອ
ທີ່ມາ http://skapbpb.com
ความคิดเห็น
แสดงความคิดเห็น