ວິທີ​ການ​ເລີກສູບ​ຢາ​ດ້ວຍ​ຕົນເອງ…ໂດຍ​ບໍ່​ໃຫ້​ກັບ​ໄປ​ສູບ​ໃໝ່​ອີກ​ເທື່ອ​!!

ວິທີ​ການ​ເລີກສູບ​ຢາ​ດ້ວຍ​ຕົນເອງ…ໂດຍ​ບໍ່​ໃຫ້​ກັບ​ໄປ​ສູບ​ໃໝ່​ອີກ​ເທື່ອ​!!

ການທີ່ຈະເລີກສູບຢາມັນບໍ່ແມ່ນເລື່ອງງ່າຍໆ ເພາະມັນຕ້ອງໄດ້ໃຊ້ຄວາມອົດທົນສູງ, ຫຼາຍຄົນກໍສາມາດເລີກໄດ້ ບາງຄົນກໍກັບມາສູບຄືນ, ແຕ່ມື້ນີ້ຈະມາເຄັດລັບໃຫ້ລອງນຳເອົາໄປໃຊ້ວ່າຈະໄດ້ຜົນຫຼືບໍ່? ມາອ່ານກັນເລີຍ

ການ​ກຽມ​ຕົວ​ກ່ອນ​ເລີກ​ສູບຢາ

1. ກຽມ​ຕົວ​ ຕັດ​ສິນ​ໃຈຄັກແນ່​ ຕັ້ງ​ໃຈ​ແລະ​ຕັ້ງ​ຄວາມ​ຫວັງ​ໄວ້​ວ່າ​ “ທ່ານ​ຕ້ອງ​ເລີກ​ໃຫ້​ໄດ້​”

2. ຕັ້ງ​ເຫດຜົນ​ໃນ​ການ​ເລີກ​​ ທຸກ​ຄືນ​ກ່ອນ​ເຂົ້າ​ນອນ​ທົບ​ທວນ​ເຫດຜົນ​ນັ້ນ​ 10 ຮອບ

3. ຕັ້ງ​ໃຈ​ຄັກແນ່​ເພື່ອ​ສຸຂະພາບ​ຂອງ​ທ່ານ​ ຄິດ​ເຖິງ​ວ່າ​ ການ​ສູບ​ຢາເປັນ​ການ​ສິ້ນ​ເປືອງ​ເວລາ​ໄປ​ໂດຍບໍ່ມີ​ປະ ໂຫຍດ​

4. ຫຼີກ​ລ້ຽງ​ການ​ຊື້​ຢາສູບ ບ່ຽງ​ເບນ​ຄວາມ​ສົນ​ໃຈ​ໃຫ້​ກັບ​ຕົວ​ເອງ​ ຫັນ​ໄປ​ອອກ​ກຳ​ລັງ​ກາຍ​ ດື່ມ​ນ້ຳ​ຫຼາຍ​ໆ​ ພັກ​ຜ່ອນ​ໃຫ້​ພຽງ​ພໍ

5. ກຳນົດ​ “ມື້​ປອດຢາສູບ​” ຂອງ​ຕົນເອງ​ ອາດ​ເປັນ​ມື້​ສຳຄັນ​ທາງ​ສາສະຫນາ​ ວັນ​ເກີດ​ຂອງ​ຕົນເອງ​ຫຼືລູກ​-ເມຍ

6. ເມື່ອ​ເຖິງ​ມື້​ປອດ​ຢາສູບທີ່​ກຳນົດ​ໄວ້​ແລ້ວ​ໃຫ້​ຢຸດ​ສູບ​ ຖິ້ມ​ຢາສູບແລະ​ອຸປະກອນ​ທັງ​ໝົດ​ ເພື່ອ​ບໍ່ໃຫ້​ສິ່ງ​ເຫຼົ່າ​ນັ້ນ​ມກະ​ຕຸ້ນ​ຄວາມ​ຢາກ​​ອີກ

7. ແຈ້ງ​ຄົນ​ໃ​ນຄອບຄົວ ທີ່​ເຮັດວຽກ​ ນາຍ​ຈ້າງ​ ເພື່ອນ​ສະນິດ​ ເພື່ອນ​ຮ່ວມ​ງານ​ ເພື່ອ​ໃຫ້ເປັນ​ກຳ​ລັງ​ໃຈ​ເປັນ​ແຮງ​ສະໜັບ​ສະໜູນ​ໃຫ້​ເລີກ​ໄດ້​ສຳ​ເລັດ​

8. ໃຫ້​ງົດ​ເຫຼົ້າ​ ກາ​ເຟ​ ອາຫານ​ລົດເຄັມ ຫຼີກເວັ້ນ​ການ​ຮັບປະທານ​ອາຫານ​ໃຫ້​ອິ່ມ​ເກີນ​ໄປ​ ບໍ່​ຄວນ​ນັ່ງ​ໂຕະ​ອາຫານ​ຫຼັງ​ອາຫານ​ດົນ​ ເພາະ​ຫຼັງ​ອາຫານ​ທຸກ​ມື້​ຈະ​ເກີດ​ຄວາມ​ຢາກ​ສູບອີກ​ ຄວນ​ດື່ມ​ນ້ຳ​ໝາກໄມ້​ເຊັ່ນ​ ນ້ຳ​ໝາກກ້ຽງ​ ນ້ຳ​ໝາກ​ນາວ​ ເພາະ​ມັນເປັນ​ກົດ​ຈະ​ຊ່ວຍ​ຊະ​ລ້າງ​ນິ​ໂຄ​ຕິນ​ອອກ​ໄປ​

9. ຕ້ອງ​ເຂົ້າໃຈ​ວ່າ​ອາການ​ຖອນ​ຢາ​ຈະ​ເປັນ​ຢູ່​ພຽງ​ຊົ່ວ​ຄາວ​ 1-2 ອາທິດ​ເທົ່າ​ນັ້ນ​ ໂດຍ​ຈະ​ເປັນ​ຫຼາຍ​ທີ່ສຸດ​ໃນ​ອາທິດທຳອິດ​ຫຼັງ​ຈາກ​ເລີກ​ ເມື່ອ​ເກີດ​ອາການ​ຖອນ​ຢາ​ຫຼາຍ​ຂຶ້ນ​ ຮ່າງກາຍ​ຂອງ​ທ່ານ​ຍັງ​ຕ້ອງ​ເພິ່ງນິ​ໂຄ​ຕິນ​ ທ່ານ​ຄວນ​ຈະ​ມີຄົນ​ຊ່ວຍ​ເຫືອ​ໃຫ້​ມີ​ອຳນາດ​ເໜືອ​ມັນ​ ໂດຍ​ຄອບຄົວ​, ເພື່ອນ​, ການ​ອ່ານ​ຫນັງສື​ແລະອື່ນໆ​ ຈະ​ຊ່ວຍ​ໃຫ້​ທ່ານ​ສາມາດ​ຜ່ານ​ພົ້ນ​ຈຸດ​ນັ້ນ​ໄປ​ໄດ້​

ວິທີ​ການ​ເລີກ​ສູບຢາ

1. ຫ່າງ​ໄກ​ຈາກ​ຄົົນທີ່​ສູບຢາ​

2. ປ່ຽນ​ແປງ​ນິໄ​ສ​ການ​ສູບ​ ບໍ່​ສູບ​ແບບ​ສູບ​ຄວັນ​ເຂົ້າໄປ​ເລິກ​ໆ​ເລື້ອຍໆ​ ສູບ​ພຽງ​ເຄິ່ງໜຶ່ງ​ຂອງ​ແຕ່​ລະ​ກອກ​ສູບ​ພຽງ​ນ້ອຍໆ​ໃນ​ແຕ່​ລະ​ມື້​

3. ຕັ້ງ​ໃຈ​ວ່າ​ຈະ​ສູບ​ຊ້ຳໃດ​ໃນ​ 1 ມື້​ ບໍ່​ສູບ​ມົ້ວ ສູບ​ພຽງ​ເທົ່າ​ທີ່​ຕ້ອງ​ການ​ແທ້ໆ​ ຄວນ​ເຕືອນ​ຕົນເອງ​ທຸກ​ເທື່ອ​ກ່ອນທີ່ຈະ​ຈັບຢາສູບ​ຂຶ້ນ​ມາ​ສູບ​ ຢ່າຈັບ​ຂຶ້ນ​ມາ​ສູບ​ໂດຍ​ປາສະຈາກ​ການ​ຄິດ​ ພະຍາຍາມ​ບິ່ງແຫວ່ນ​ແລ້ວ​ວາງ​ໄມ້​ຂີດ​ແລະຢາສູບ​ ບອກ​ກັບ​ຕົວ​ເອງ​ວ່າ​ເຮົາ​ບໍ່​ຕ້ອງ​ການ​ມັນ​

4. ເມື່ອ​ເຖິງ​ວັນທີ​ຈະ​ເລີກໃຫ້​ກຳຈັດ​ຢາສູບທັງ​ໝົດ​ອອກ​ໄປ

5. ຢຸດ​ຊື້​ເປັນ​ຊ່ອງ ຢຸດ​ພົກ​ພາ​ ເຮັດໃຫ້​ມັນ​ເບິ່ງ​ຍາກ​ໃນ​ການ​ທີ່​ຈະ​ຈັບ​ມາ​ສູບ​

6. ເມື່ອ​ໃດທີ່​ຮູ້ສຶກ​ວ່າ​ຢາກ​ສູບ​ ເຮັດ​ແນວ​ອື່ນ​ທົດ​ແທນ​ ຫຼື​ປ່ຽນ​ນິໄ​ສ​ເປັນ​ການ​ຮັບປະທານ​ແທນ​ ເຊັ່ນ​ ດື່ມ​ນົມ​ ດື່ມ​ນ້ຳ​ໝາກກ້ຽງ ກິນ​ຂະໜົມ​ຫວານ​ ຫຍ້ຳ​ໝາກ​ຝ​ຣັ່ງ​ ແທນ​ການ​ສູບ​ຢາ

7. ພິຈາລະນາ​ເຖິງ​ຜົນ​ດີີ​ໃນ​ການ​ເລີກ​ສູບ​ຢາ​

8. ໃຫ້​ລາງ​ວັນ​ກັບ​ຕົວ​ເອງ​ສຳລັບ​ການ​ຢຸດ​ສູບ​ໄດ້​ໃນ​ 1 ມື້​ ເຊັ່ນ​ ໄປ​ເບິ່ງ​ໜັງ​ ແລະ ເຮັດກິດຈະກຳອື່ນໆ​

9. ບໍ່​ຕ້ອງ​ຫ່ວງ​ວ່າ​ຈະ​ຮູ້ສຶກຢາກ​ນອນ​ ມັນ​ເປັນພຽງ​ອາການ​ຊ່ວງ​ສັ້ນ​ໆ​ ແລ້ວ​ຈະ​ຜ່ານ​ພົ້ນ​ໄປ​ໄດ້​ ເຮັດ​ສິ່ງ​ທີ່​ຕື່ນ​ເຕັ້ນ​ແທນ​ ເຊັ່ນ​ ການ​ຫຼິ້ນ​ກີລາ​ ການ​ຖີບລົດ​

10. ເມື່ອ​ເຜີ​ກັບ​ໄປ​ສູບ​ອີກ​ໂດຍ​ບໍ່​ຕັ້ງ​ໃຈ​ ໃຫ້​ກັບ​ມາ​ພະຍາຍາມ​ໃໝ່​

ຜົນ​ດີຂອງ​ການ​ເລີກ​ສູບຢາ

1. ການ​ເລີກ​ສູບຢາ​ ເຮັດໃຫ້​ການ​ຮັບ​ລົດ​ແລະ​ກິ່ນ​ຂອງ​ອາຫານ​ດີ​ຂຶ້ນ​ ລົ​ມຫາຍ​ໃຈ​ບໍ່​ມີກິ່ນ ອາການ​ໄອ​ ແລະ​ເສມ​ຫະ​ຫຼຸດ​ນ້ອຍ​ລົງ​ ສະຫມອງ​-ປອດ​ໂປ່ງ​ຫຼາຍ​ຂຶ້ນ​

2. ການ​ເລີກ​ສູບຢາ​ ເຮັດໃຫ້​ຕົນເອງ​ແລະ​ຄົນ​ອ້ອມ​ຂ້າງ​ ຫຼຸດ​ຄວາມ​ສ່ຽງ​ຕໍ່​ການ​ເກີດ​ພະຍາດ​ມະ​ເຮັງ​ຕ່າງ​ໆ​ ໂດຍ​ສະເພາະ​ມະ​ເຮັງ​ປອດ​ ລວມເຖິງ​ພະຍາດ​ອື່ນ​ໆ​ ເຊັ່ນ​ ພະຍາດ​ລະບົບ​ທາງເດີນ​ຫາຍ​ໃຈ​ ພະຍາດ​ຫົວ​ໃຈ​ແລະ​ຫຼອດ​ເລືອດ​

3. ການ​ເລີກ​ສູບຢາ ເຮັດໃຫ້​ປະ​ຫຍັດ​ເງີນ​ ຕໍ່​ຕົວ​ເອງ​ຄອບຄົວ​ແລະ​ປະເທດ​ຊາດ​

4. ການ​ເລີກ​ສູບຢາ​ ເຮັດໃຫ້​ສິ່ງ​ແວດ​ລ້ອມ​ດີ​ຂຶ້ນ​ ເພາະ​ອາ​ກາດ​ເປັນ​ພິດ​ນ້ອຍ​ລົງ​ ເສດ​ຂີ້ເຫຍື້ອ​ນ້ອຍ​ລົງ​

5. ການ​ເລີກ​ສູບຢາ ເຮັດໃຫ້ສາມາດ​ເຂົ້າ​ສັງຄົມ​ໄດ້​ຢ່າງ​ມີ​ຄວາມ​ສຸກ​

ເຮົາ​ຂໍ​ເປັນ​ກຳ​ລັງ​ໃຈ​ໃຫ້​ທ່ານ​ “ຜູ້​ທີ່​ຈະ​ສາມາດ​ເລີກ​ສູບຢາ” ເພື່ອ​ສຸຂະພາບ​ຂອງ​ທ່ານ​ແລະ​ບຸກ​ຄົນ​ອັນ​ເປັນ​ທີ່​ຮັກ​ຂອງ​ທ່ານ​

ຂໍຂອບໃຈຂໍ້ມູນດີໆຈາກ:ແຊຣ໌ຕໍ່Sharetors

ความคิดเห็น