ໝາກໂມ ກິນໃນປະລິມານພໍດີກໍ່ຈະເປັນຢາປົວພະຍາດ ແຖມຍັງຫຼຸດນ້ຳໜັກໄດ້ອີກ

ໝາກໄມ້ທີ່ຂຶ້ນຊື່ວ່າ ເປັນສັນຍາລັກລະດູຮ້ອນ ນອກຈາກໝາກພ້າວແລ້ວ ກໍ່ໜ້າຈະມີໝາກໂມທີ່ນິຍົມກັນໃນໄລຍະນີ້ ເພາະໝາກໂມເຢັນໆ ຫວານໆ ອົມນ້ຳ ບໍ່ວ່າຈະກິນສົດໆ ຫຼື ນຳໄປປັ່ນກໍ່ໃຫ້ລົດຊາດທີ່ແຊບຊື່ນໃຈ, ຄາຍຄວາມຮ້ອນ ແລະ ຄວາມຢາກໄດ້ດີ ແຕ່ນອກຈາກຈະຊ່ວຍດັບຮ້ອນແລ້ວ ຍັງມີປະໂຫຍດອີກຫຼາຍຢ່າງທີ່ທຸກຄົນອາດຈະຍັງບໍ່ຮູ້ ມີຫຍັງແນ່ນັ້ນ ເຮົາມາເບິ່ງນຳກັນເລີຍ

7 ປະໂຫຍດດີໆ ຂອງໝາກໂມ ຫຼຸດຄວາມຕຸ້ຍ ແລະ ຕ້ານມະເຮັງ

http://skapbpb.com/wp-content/uploads/2017/12/%E0%B9%81%E0%B8%95%E0%B8%87%E0%B9%82%E0%B8%A1.jpg

ເປັນໝາກໄມ້ທີ່ເໝາະກັບຄົນທີ່ກຳລັງຄວບຄຸມນ້ຳໜັກ ເພາະເປັນໝາກໄມ້ທີ່ນ້ຳຕານ ແລະ ແຄລໍຣີຕ່ຳ

ປ້ອງກັນການສະສົມຂອງໄຂມັນເສັ້ນເລືອດ ຄວບຄຸມລະດັບຄວາມດັນເລືອດ

ມີວິຕາມິນເອ ຊ່ວຍບຳລຸງສາຍຕາ

ຊ່ວຍຫຼຸດຄວາມມັນເທິງຜິວໜ້າ ເພີ່ມຄວາມຊຸ່ມຊື່ນໃຫ້ແກ່ຜິວ ແລະ ຫຼຸດອາການອັກເສບບວມແດງ

ຊ່ວຍບຳລຸງຜິວພັນ ແລະ ເສັ້ນຜົມໃຫ້ແຂງແຮງ

ກົດອະມິໂນໃນໝາກໂມ ຊ່ວຍຫຼຸດຄວາມສ່ຽງໃນການເປັນໂລກຫົວໃຈ

ໄລໂຄປີນ ຊ່ວຍຫຼຸດຄວາມສ່ຽງໃນການເປັນໂລກມະເຮັງ

ເຖິງວ່າໝາກໂມຈະມີປະໂຫຍດຫຼາກຫຼາຍ ແຕ່ຜູ້ປ່ວຍບາງຄົນ ຫຼື ຜູ້ທີ່ມີຄວາມຜິດປົກກະຕິບາງຢ່າງ ກໍ່ຄວນຫຼີກລ່ຽງການກິນໝາກໂມເຊັ່ນກັນ ຜູ້ທີ່ມີອາກາດທ້ອງອືດ, ອາຫານບໍ່ຍ່ອຍ ເພາະນ້ຳຈາກໝາກໂມຈະເຮັດໃຫ້ນ້ຳຍ່ອຍໃນກະເພາະອາຫານເຈືອຈາງລົງ ເຮັດໃຫ້ຍ່ອຍອາຫານບໍ່ດີ, ຜູ້ເປັນໂລກເຍື່ອລຳໄສ້ອັກເສບຊ້ຳເຮື້ອ, ຄວາມດັນເລືອດຕ່ຳ, ມີກົດໃນກະເພາະອາຫານ, ທຽວຖ່າຍຕະຫຼອດ ຫຼື ໄລຍະທີ່ມີໄຂ້ສູງ

ຢ່າງໃດກໍ່ຕາມ ມີປະໂຫຍດ ກໍ່ຕ້ອງກິນໃຫ້ພໍດີ ຢ່າຫຼາຍເກີນໄປ ເພາະຕໍ່ໃຫ້ມີປະໂຫຍດຫຼາຍເທົ່າໃດ ຫາກກິນຫຼາຍເກີນໄປກໍ່ເປັນໂທດຕໍ່ຮ່າງກາຍໄດ້ຄືກັນ.

ຂໍ້ມູນ : noozup.news

ความคิดเห็น