ວິທີແກ້ໄຂບັນຫາເມື່ອເຈີເຫດການ ກ້າງຄາຄໍ
ປາເປັນອາຫານທີ່ຫຼາຍຄົນມັກ ເພາະມີໂປຣຕີນທີ່ຍ່ອຍງ່າຍ, ມີໂອເມກ້າບຳລຸງສະໝອງຫຼຸດຄວາມສ່ຽງການເກີດພະຍາດຫົວໃຈ, ຫຼອດເລືອດ ແລະສານອາຫານຫຼາກຫຼາຍທີ່ຊ່ວຍບຳລຸງສະໝອງ, ແຕ່ຖ້າຫາກໃຜບໍ່ຫຍໍ້າເນື້ອປາໃຫ້ລະອຽດ ອາດເຮັດໃຫ້ເກີດກ້າງປາຄາຄໍຈົນຮູ້ສຶກເຈັບ ແລະ ລຳຄານແລ້ວກໍກິນອາຫານບໍ່ໄດ້ ມື້ນີ້ແອັດມິດມິນມີວິທີຫຼາຍວິທີ ທີ່ຈະມາແນະນຳໃຫ້ຮູ້ນຳກັນ:
1.ໜ່ຽງເຂົ້າໜຽວເປັນກ້ອນ ຂະໜາດປະມານກ້ອນລູກຊີ້ນກ້ອນນ້ອຍ ແລ້ວກໍກືນລົງຄໍໄປເປັນກ້ອນເລີຍ ໂດຍທີ່ບໍ່ຕ້ອງຫຍໍ້າ ເພາະກ້າງປາ ຈະຕິດກ້ອນເຂົ້າລົງໄປກະເພາະເລີຍ.
2. ຄັ້ນນໍ້າໝາກນາວສົດ ປະມານ 1-2 ບ່ວງ ແລ້ວກໍດື່ມລົງໄປເລີຍ ເພາະກົດຂອງໝາກນາວ ຈະເຮັດໃຫ້ກ້າງປາອ່ອນລົງ ແລະ ໄຫຼລົງໄປກະເພາະໄດ້ ແຕ່ໃຊ້ໄດ້ສະເພາະກັບກ້າງປາທີ່ອ່ອນມີຂະໜາດບໍ່ໃຫຍ່ ແລະ ບໍ່ປັກຄໍລົງເລິກຫຼາຍ.
3. ໃຊ້ນໍ້າກົ້ວໃນຄໍຢ່າງແຮງ ແຕ່ໃຊ້ກັບກ້າງປາຕິດຄໍບໍເລິກປານໃດ ເພາະຕ້ອງໄດ້ເງີຍໜ້າຂຶ້ນ ແລ້ວເຮັດກົ້ວປາກ 3-4 ຄັ້ງ ຈາກນັ້ນກໍບ້ວນຖິ້ມ.
4. ເມື່ອກ້າງປາຄາຄໍ ໃຫ້່ດື່ມນໍ້າລົງໄປເລັກໜ້ອຍ ແລ້ວຄ້ຽວເຂົ້າໜົມປັງ ໃຫ້ພໍຊຸ່ມແລ້ວພະຍາຍາມກືນລົງຄໍ ໄປທັງກ້ອນ ເພາະເຂົ້າໜົມປັງຈະຊ່ວຍດັນກ້ານປາທີ່ຕິດຄໍລົງໄປໃນກະເພາະໄດ້.
ຂໍຂອບໃຈຂໍ້ມູນດີໆຈາກແຊຣ໌ຕໍ່ sharetors
ความคิดเห็น
แสดงความคิดเห็น