ອາຫານແລ້ວສ່ຽງໃຫ້ໝາກໄຂ່ຫຼັງເຮັດວຽກໜັກ ແລະ ສ່ຽງພະຍາດມະເຮັງ
ການກິນອາຫານບາງຊະນິດ ກິນໜ້ອຍກໍໄດ້ປະໂຫຍດຕໍ່ສຸຂະພາບຮ່າງກາຍ, ແຕ່ອາຫານບາງຊະນິດ ຖ້າຫາກກິນຫຼາຍ ຫຼືກິນຕະຫຼອດ ອາດສົ່ງຜົນຮ້າຍຕໍ່ສຸຂະພາບ ເຮັດໃຫ້ສ່ຽງເປັນພະຍາດໄດ້ຫຼາຍໆຊະນິດດັ່ງນີ້
1.ໄຂ່ຍ່ຽວມ້າ: ໄຂ່ຍ່ຽວມ້າ ມີຕະກົ່ວຫຼາຍ ເຊິ່ງຕະກົ່ວເຮັດໃຫ້ການດູດຊຶມແຄວຊຽມໜ້ອຍລົງ ກິນຕະຫຼອດສ່ຽງພະຍາດກະດູກບາງ ແລະອາດເປັນພະຍາດສະໝອງເສື່ອມໄດ້
2.ປີ້ງຊີ້ນ: ການປີ້ງເຮັດໃຫ້ເກີດສານເບນໂຊໄພຣີນ ເຊິ່ງເປັນສານກໍ່ມະເຮັງ
3.ອາຫານດອງຕ່າງໆ: ຈະເຮັດໃຫ້ຮ່າງກາຍໄດ້ຮັບໂຊດຽມຫຼາຍເກີນໄປ ຖ້າກິນຕະຫຼອດ ຫຼືກິນຫຼາຍເກີນໄປ ຈະເຮັດໃຫ້ຫົວໃຈເຮັດວຽກໜັກ ເກີດຄວາມດັນເລືອດສູງ ແລະພະຍາດຫົວໃຈໄດ້ງ່າຍ, ນອກຈາກນັ້ນ ການອງຍັງເຮັດໃຫ້ເກີດສານແອມໂມນຽມໄນໄຕຣ ເຊິ່ງເປັນສານກໍ່ມະເຮັງ
4.ຕັບໝູ: ຕັບໝູມີຄໍເລດເຕີລໍສູງ ການກິນຕັບໝູຕະຫຼອດ ຫຼືຫຼາຍເກີນໄປ ຈະເຮັດໃຫ້ສ່ຽງເປັນພະຍາດຫົວໃຈ ເສັ້ນເລືອດສະຫມອງອຳມະພາດ ແລະພະຍາດມະເຮັງເພີ່ມຂຶ້ນ
5.ຜັກຫົມ: ມີສານອາຫານຫຼາຍ ແຕ່ມີກົດອອກຊາເລດຫຼາຍ ເຮັດໃຫ້ເກີດການຂັບສັງກະສີ ແລະແຄວຊຽມອອກຈາກຮ່າງກາຍຫຼາຍເກີນໄປ ການກິນຕະຫຼອດ ຫຼືຫຼາຍເກີນໄປ ອາດເຮັດໃຫ້ເກີດການຂາດແຄວຊຽມ ຫຼືສັງກະສີໄດ້
6.ໝີ່ສຳເລັດຮູບ: ມີສານກັນບູດ, ສານແຕ່ງລົດຊາດສູງ ແລະມີຄຸນຄ່າທາງອາຫານຕໍ່າ, ການກິນໝີ່ຫຼາຍເກີນໄປ ຫຼືກິນຕະຫຼອດ ອາດເຮັດໃຫ້ເກີດຄວາມສ່ຽງຕໍ່ການຂາດສານອາຫານ ແລະການສະສົມຂອງສານພິດໄດ້
7.ແກ່ນຕາເວັນ: ມີກົດໄຂມັນອິ່ມຕົວສູງ ເຊິ່ງການກິນຫຼາຍເກີນໄປ ຫຼືກິນຕະຫຼອດ ເຮັດໃຫ້ຂະບວນການເຄມີໃນຮ່າງກາຍຜິດປົກກະຕິ ເຮັດໃຫ້ເກີດການສະສົມໃນຕັບ ອາດເຮັດໃຫ້ສ່ຽງຕໍ່ການເປັນພະຍາດຕັບແຂງໄດ້
8.ແປ້ງນົວ: ການກິນແປ້ງນົວຕະຫຼອດ ຫຼືກິນຫຼາຍເກີນໄປ ຈະເຮັດໃຫ້ເກີດພາວະກົດກລູຕາມິກໃນເລືອດສູງ ອາດເຮັດໃຫ້ເຈັບຫົວ, ໃຈສັ່ນ, ປວດຮາກໄດ້ດັ່ງນັ້ນ ເມື່ອເຮົາຮູ້ຜົນເສຍແບບນີ້ແລ້ວ ການກິນອາຫານດັ່ງກ່າວນັ້ນ ກໍບໍ່ຄວນກິນຫຼາຍ ຫຼືກິນອາຫານຊະນິດນັ້ນຕະຫຼອດ, ແຕ່ຖ້າກິນເລັກໜ້ອຍເທົ່ານັ້ນ ກໍບໍ່ມີຜົນເສຍຫຍັງ
ຂໍຂອບໃຈຂໍ້ມູນດີໆຈາກ:ແຊຣ໌ຕໍ່sharetors
ความคิดเห็น
แสดงความคิดเห็น