1.ກິນເພື່ອໃຫ້ສະໝອງດີ:
ຫຼາຍຄົນຄົງຈະເຄີຍໄດ້ຍິນຄຳວ່າ: “ກິນແນວໃດກໍເປັນແນວນັ້ນ” ທັງໆທີ່ຮູ້ ແຕ່ຄົນສ່ວນຫຼາຍມັກຈະບໍ່ສົນໃຈອາຫານເຊົ້າ ເພາະຄວາມຟ້າວທີ່ເກີດຂຶ້ນໃນຊີວິດປະຈຳວັນ, ການກິນອາຫານເຊົ້າ ເຮັດຮ່າງກາຍເຜົາຜານພະລັງງານຫຼາຍຂຶ້ນ ອີກທັງຍັງຊ່ວຍໃຫ້ພາວະນໍ້າຕານໃນເລືອດຕໍ່າ ເນື່ອງຈາກເຮົາອົດອາຫານມາໝົດຄືນ, ຫາກໃຜທີ່ກິນອາຫານເຊົ້າເປັນປະຈຳ ກໍຈະເຮັດໃຫ້ຄວາມຈຳດີ, ແນວໃດກໍຕາມຄວນເລືອກກິນອາຫານດີ ແລະບໍ່ຄວນກິນອາຫານທີ່ບໍ່ເປັນປະໂຫຍດ.
2. ຄິດແຕ່ເລື່ອງດີໆ:
ລອງສັງເກດວ່າມື້ໃດທີ່ເຮົາຕື່ນຂຶ້ນຕອນເຊົ້າ ແລ້ວຮູ້ສຶກວ່າອາລົມດີ, ມື້ນັ້ນເຮົາຈະຮູ້ສຶກດີຕະຫຼອດມື້, ແຕ່ຖ້າມື້ໃດເຮົາຮູ້ສຶກເບື່ອໆ ຫຼືພົບເລື່ອງບໍ່ດີແຕ່ເຊົ້າ ກໍຈະເຮັດໃຫ້ເຮົາຮູ້ສຶກບໍ່ດີໝົດມື້, ດັ່ງນັ້ນ ຫາກຢາກໃຫ້ມີແຕ່ເລື່ອງດີໆເກີດຂຶ້ນ ແລະເຮັດໃຫ້ສະໝອງຮູ້ສຶກປອດໂປ່ງຄິດຫຍັງກໍອອກ ກໍຕ້ອງຄິດເຫັນແຕ່ເລື່ອງດີໆ ສຳເລື່ອງໃດບໍ່ດີກໍບໍ່ຕ້ອງຄິດຫາມັນ.
3. ຮຽນຮູ້ສິ່ງໃໝ່ໆ:
ການພັດທະນາສະໝອງໃຫ້ໄດ້ຜົນດີອີກຢ່າງໜຶ່ງກໍຄື ພະຍາຍາມຮຽນຮູ້ສິ່ງໃໝ່ໆ ຢູ່ຕະຫຼອດເວລາ ຈະໄດ້ພັດທະນາສະໝອງເຊັ່ນ: ເຕັກໂນໂລຢີໃໝ່ໆ ຫຼືເມນູອາຫານໃໝ່ໆທີ່ແຊບ ທີ່ເຈົ້າບໍ່ເຄີຍເຮັດ ກໍຖືວ່າການເຮັດໃຫ້ສະໝອງໄດ້ພັດທະນາເຊັ່ນດຽວກັນ.
4. ຂຽນໜັງສືດ້ວຍມືເບື້ອງທີ່ບໍ່ຖະນັດ:
ການຂຽນຖືເປັນການພັດທະນາສະໝອງໄດ້ຄືກັນ ເພາະສະໝອງເບື້ອງຊ້າຍ ຂອງເຮົານັ້ນເປັນສ່ວນບັງຄັບການຂຽນ ຫາກໃຜທີ່ເຄີຍຂຽນເບື້ອງໃດ ກໍໃຫ້ລອງໃຊ້ມືເບື້ອງທີ່ຕົນບໍ່ຖະນັດລອງຂຽນໜັງສື ຫຼືແຕ້ມຮູບ ເພື່ອໃຫ້ສະໝອງໄດ້ຮຽນຮູ້ສິ່ງໃໝ່ໆ ແລະຍັງມີສ່ວນຊ່ວຍໃຫ້ມີຄວາມຄິດສ້າງສັນ.
5.ພັກຜ່ອນໃນທີ່ອາກາດບໍລິສຸດ:
ການຜັກບ່ອນຫຼັງທີ່ເຮັດວຽກໜັກ ຖືເປັນເລື່ອງສຳຄັນຫຼາຍ ເພາະສະໝອງຈະໄດ້ພັກຜ່ອນ ຈາກເລື່ອງສຳຄັນຫຼາຍໆ ແລະເລື່ອງຄວາມເຄັ່ງຄຽດຕ່າງໆ ທີ່ຕ້ອງພົບເປັນປະຈຳ ໃນໜຶ່ງປີອາດຈະມີ 2-3 ວັນທີ່ເດີນທາງໄປຕ່າງແຂວງເພື່ອພັກຜ່ອນແບບສະບາຍໆ ງຽບສະຫງົບ ໃຫ້ສະໝອງໄດ້ພັກຜ່ອນ.
6. ຍິ້ມໄວ້ໂລກຈະແຕກກໍຕ້ອງຍິ້ມ:
ເວລາທີ່ເຮົາເຮັດຫຍັງກໍຕາມ ຫາກເຮົາຍິ້ມຄົນອ້ອມຂ້າງກໍຈະໄດ້ຮັບຄວາມຮູ້ສຶກດີໆຂອງເຮົາ ແຕ່ຄວນຈະຍິ້ມຈາກພາຍໃນ ບໍ່ຕ້ອງຝືນເພາະຮອຍຕາຂອງຮອຍຍິ້ມນັ້ນຫຼອກກັນບໍ່ໄດ້, ຫາກເຮົາຮູ້ຈັກທີ່ຈະຍິ້ມກໍຈະເຮັດໃຫ້ສະໝອງມີແຕ່ເລື່ອງດີໆ ມີຄວາມສຸກ.
7. ຫາຍໃຈເຂົ້າຊ່ວຍໃຫ້ສະໝອງໃສ:
ການຫາຍໃຈຢ່າງຖືກວິທີ ມີສ່ວນຊ່ວຍພັດທະນາສະໝອງ ເພາະສະໝອງຂອງເຮົານັ້ນ ໃຊ້ອົກຊີຫຼາຍກວ່າ 20-25% ຂອງທັງໝົດທີ່ເຂົ້າສູ່ຮ່າງກາຍ. ດັ່ງນັ້ນ ຖ້າເຮົາຮູ້ຈັກຫາຍໃຈເຂົ້າອອກ ຊ້າໆ ເລິກໆ ພຽງມື້ລະ 15 ນາທີກໍຈະເຮັດໃຫ້ສະໝອງໄດ້ຮັບພະລັງງານ.
8. ເຂົ້ານອນຫົວຄໍ່າ:
ພາຍໃນຮ່າງກາຍຂອງຄົນເຮົາ ມີໂມງຊີວະພາບຢູ່, ດັ່ງນັ້ນ ຫາກເຮົາເຂົ້ານອນໃນເວລາຮ່່າງກາຍປ່ອຍສານເມລາໂທນິນ ກໍຈະເຮັດໃຫ້ຮ່າງກາຍ ແລະສະໝອງໄດ້ຮັບການພັກຜ່ອນເຕັມທີ່.
9. ນັ່ງສະມາທິ:
ຈະສົ່ງຜົນໃຫ້ສະໝອງຜ່ອນຄາຍສຸດໆ ແລະເກີດພາບຈິນຕະນາການທີ່ສະໝອງສ້າງຂຶ້ນ, ສົ່ງຜົນເຮັດໃຫ້ສະໝອງເກີດຄວາມຄິດສ້າງສັນ ແລະຈິນຕະນາການທີ່ດີອອກມາ.
10. ກິນວິຕາມິນ ແລະໄຂມັນ:
ກິນໄຂມັນດີ ຫຼືເຮົາເອີ້ນ ໂອເມກ້າ 3 ເພື່ອເຂົ້າໄປທົດແທນສ່ວນຂອງສະໝອງ, ນອນຈາກນັ້ນຍັງມີວິຕາມິນບຳລຸງສະໝອງເຊັ່ນ: ວິຕາມິນບີ1, ບີ6, ບີ12 ທີ່ຊ່ວຍໃຫ້ເຊວຊຸ່ມນໍ້າ ແລະວິຕາມິນຊີຫຼາຍຂຶ້ນ.
ທີ່ມາ: meawza
ความคิดเห็น
แสดงความคิดเห็น