10 ປະໂຫຍດດີໆທີ່ທ່ານບໍ່ເຄີຍຮູ້ວ່າມີໃນໝາກນັດ
ນອກຈາກຈະມີລົດຊາດຫວານໆ ສົ້ມໆ ສົດຊື່ນ ແຖມຍັງມີລາຄາສະບາຍກະເປົາຈົນແທບຈະຊື້ກິນໄດ້ທຸກມື້ແລ້ວ ໝາກນັດຍັງມີປະໂຫຍດທີ່ໃຜຫຼາຍຄົນອາດຍັງບໍ່ເຄີຍຮູ້ອີກດ້ວຍ ອ່ານຈົບແລ້ວຊິຢາກກິນຕະຫຼອດເລີຍ
10 ປະໂຫຍດທີ່ທ່ານອາດບໍ່ຮູ້ຂອງ “ໝາກນັດ”
1. ໝາກນັດມີປະໂຫຍດເກືອບວ່າທຸກສ່ວນ ໃບທີ່ສາມາດນຳມາເຮັດເປັນຜ້າໄຍໝາກນັດ, ເຈ້ຍ ແລະ ເຊືອກ ເປືອກໝາກນັດ ກໍນຳມາເຮັດເປັນອາຫານຂອງງົວ ແລະ ໝັກເປັນປຸຍ ສ່ວນແກນໝານນັດຍັງຊ່ວຍຂັບຍ່ຽວ ແກ້ນິ້ວໄດ້ອີກດ້ວຍ
2. ໝາກນັດຊ່ວຍຍ່ອຍອາຫານໂດຍສະເພາະອາຫານຈຳພວໂປຕີນ ດັ່ງນັ້ນໃຜທີ່ກິນ Buffet ປີ້ງຢ້າງ ຢ່າລືມກິນໝາກນັດຊ່ວຍຍ່ອຍຕາມຫຼັງໄດ້ດີ
3. ໃຜຈະໝັກຊີ້ນ ໝູ, ໄກ່ ເຮັດສະເຕັກ ລອງໝັກກັບໝາກນັດລອງເບິ່ງ ຮັບຮອງວ່າໄດ້ຊີ້ນທີ່ໜຸ້ມໆ ໂດຍບໍ່ຕ້ອງທຸບຊີ້ນເລຍ
4. ບໍາລຸງຜິວພັນໃຫ້ສົດໃດ
5. ອຸດົມໄປດ້ວຍວິຕາມິນ C ຕໍ່ຕ້ານຫວັດ ເສີມສ້າງລະບົບພູມຄຸມກັນໃນຮ່າງກາຍ
6. ມີສານຕ້ານອະນຸມູນອິດສະລະ ຊ່ວຍຫຼຸດຄວາມສ່ຽງໃນການເປັນມະເຮັງ
7. ຫຼຸດອາການທ້ອງຜູກ
8. ຫຼຸດຂີ້ກະເທີໃນລຳຄໍ
9. ຊ່ວຍໃຫ້ສຸຂະພາບປາກ, ແຂ້ວ, ແລະ ເຫຼືອກແຂງແຮງ
10. ຫຼຸດຄວາມດັນເລືອດສູງ
ເຖິງແມ່ນວ່າຫຼາຍຄົນຈະເລືອກກິນໝາກນັດເພື່ອຫຼຸດນໍ້າໜັກ ແຕ່ການກິນໝາກນັດຫຼາຍເກີນໄປ ອາດເຮັດໃຫ້ເກີອາການຄັນລີ້ນ, ແສບລີ້ນຂຶ້ນມາໄດ້ ດັ່ງນັ້ນຄວນກິນແຕ່ພໍດີ ຫຼັງກິນອາຫານປະມານ 2-3 ອັນ ຫຼື ບໍ່ເກີນ 1 ໜ່ວຍຕໍ່ໝື້ ເທົ່ານີ້ກໍພຽງພໍຕໍຄວາມຕ້ອງການຂອງຮ່າງກາຍແລ້ວ
ທີ່ມາ http://skapbpb.com
ความคิดเห็น
แสดงความคิดเห็น