ທ່ານຮູ້ບໍ່ “ຢາສູບ” ຂ້າຊີວິດຄົນລາວ ມື້ລະ 13 ຄົນ

ທ່ານຮູ້ບໍ່ “ຢາສູບ” ຂ້າຊີວິດຄົນລາວ ມື້ລະ 13 ຄົນ

ຢາສູບ ເປັນສາເຫດຫລັກຂອງ ການເສຍຊີວິດທົ່ວໂລກ ເຊິ່ງມີເຖິງ 6 ລ້ານຄົນໃນແຕ່ລະປີ ໃນນັ້ນ 6 ແສນຄົນ ບໍ່ແມ່ນຜູ້ສູບຢາ ແຕ່ກໍ່ເສຍຊີວິດຍ້ອນການຫາຍໃຈເອົາຄັວນຢາສູບ ຫຼື ຜູ້ສູບຢາມືສອງ.

ສຳລັບຢູ່ ສປປ.ລາວ ມີຄົນເສຍຊີວິດຍ້ອນພະຍາດທີ່ເກີດຈາກການບໍລິໂພກຢາສູບປີລະ 4,807 ຄົນ ຫຼື ມື້ລະ 13 ຄົນ ຖ້າບໍ່ມີມາດຕະການທີ່ມີປະສິດຕິພາບໃນການຄວບຄຸມ, ການຕາຍຍ້ອນພະຍາດທີ່ເກີດຈາກຢາສູບຈະເພີ່ມຂຶ້ນສອງເທົ່າພາຍໃນປີ 2020 ຜົນການສຳຫລວດແຫ່ງຊາດກ່ຽວກັບການສູບຢາໃນປີ 2012 ພົບວ່າ ຄົນລາວສູບຢາເຖິງ 29,4% ຫຼື ປະມານ1.032.000 ຄົນ ສະເພາະຜູ້ຊາຍເພີ່ມຂຶ້ນຈາກ 9% ໃນປີ 2007 ເປັນ14,3% ໃນປີ 2011 ແລະ ແມ່ຍິງກໍເພີ່ມຂຶ້ນເຊັ່ນກັນ ຈາກ 0,7% ໃນປີ2003 ເປັນ 1,1% ໃນປີ 2011 ຍ້ອນເຫັນໄດ້ຜົນຮ້າຍ ອັນຕະລາຍຂອງການສູບຢາ ດັ່ງນັ້ນ ພັກ-ລັດຖະບານລາວ ຈິ່ງເອົາໃຈໃສ່ໂຄສະນາເຜີຍແຜ່ຜົນຮ້າຍຂອງການສູບຢາໃຫ້ຄົນໃນສັງຄົມໄດ້ຮັບຮູ້ ເຂົ້າໃຈ ດ້ວຍຫລາຍຮູ້ແບບ ແລະຫລາຍກິດຈະກຳ ບວກກັບໃນປີນີ້ ອົງການອະນາໄມໂລກ ໄດ້ມີຂໍ້ສະເໜີໃຫ້ນະຄອນຫລວງວຽງຈັນ ເປັນເມືອງແຫ່ງສຸຂະພາບ (Healthy City)

ເພື່ອຢາກຈັດໃຫ້ເປັນເມືອງແຫ່ງສຸຂະພາບນັ້ນ ມີຫລາຍກິດຈະກຳທີ່ຈະຕ້ອງປະຕິບັດເຊັ່ນ ການຄວບຄຸມຢາສູບ ຄວາມປອດໄພໃນທ້ອງຖະໜົນທີ່ພົວພັນກັບການດື່ມສິ່ງມຶນເມົາທີ່ເປັນອັນຕະລາຍຕໍ່ສຸຂະພາບ, ການອອກກຳລັງກາຍການບໍລິໂພກອາຫານໃຫ້ຖືກຕາມຫລັກໂພຊະນາການ ແລະ ອື່ນໆ ໃນນັ້ນ ຈະຂໍຍົກເອົາຫົວຂໍ້ “ການຄວບຄຸມຢາສູບ’’ ເຊິ່ງເປັນວຽກບຸລິມະສິດຂອງພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ.

ປະຈຸບັນ ພວມຈັດຕັ້ງປະຕິບັດ“ໂຄງການສົ່ງເສີມໂຮງຮຽນປອດຄວັນຢາສູບ 100%” ເຊິ່ງໄດ້ປະກາດໄປແລ້ວ4 ໂຮງຮຽນຄື: ມັດທະຍົມສົມບູນວຽງຈັນ, ໜອງບອນ, ເພຍວັດ ແລະ ມັດທະຍົມຕອນປາຍທົ່ງປົ່ງ ເຊິ່ງການປະກາດ 4 ໂຮງຮຽນດັ່ງກ່າວເປັນໂຮງຮຽນປອດຄວັນຢາສູບ ເພື່ອເປັນຈຸດປະສົງໃນການບັງຄັບໃຊ້ກົດໝາຍວ່າດ້ວຍ ການຄວບຄຸມຢາສູບ ໂດຍສະເພາະຈັດເຂດປອດຄວັນຢາສູບໃນບໍລິເວນ ຫຼື ສະຖານທີ່ເຮັດວຽກທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນ ສິ່ງສຳຄັນ ເພື່ອເປັນການເຕືອນສະຕິຂອງຜູ້ສູບຢາ ບໍ່ໃຫ້ສູບຢາຢູ່ສະຖານທີ່ມີປ້າຍຫ້າມສູບຢາ ພ້ອມທັງເປັນແບບຢ່າງໃນການຈັດຕັ້ງປະຕິບັດໃຫ້ແກ່ໂຮງຮຽນອື່ນໆໃນຕໍ່ໜ້າ ພ້ອມກັນນີ້ ກໍ່ເປັນການປຸກຈິດສຳນຶກໃຫ້ແກ່ເຍົາວະຊົນ ແລະ ຊາວໜຸ່ມ ບໍ່ໃຫ້ລິເລີ່ມສູບຢາ ແຕ່ຫັນມາຫລິ້ນກິລາ ແລະ ເຮັດກິດຈະກຳເພື່ອສຸຂະພາບ.

ການສູບຢາ ເປັນອັນຕະລາຍຢ່າງຮ້າຍແຮງ ແລະ ຂ້າຊີວິດຂອງຄົນຢ່າງຫລວງຫລາຍໃນແຕ່ລະປີ ດັ່ງນັ້ນ ພວກເຮົາທຸກຄົນຄວນຊ່ວຍກັນຕ້ານການສູບຢາຢ່າງແຂງແຮງ ໂດຍເລີ່ມຈາກການເອົາໃຈໃສ່ໃນຄອບຄົວບໍ່ໃຫ້ສູບຢາ ແລະສູບດົມເອົາຄວັນຢາສູບ ເພື່ອສຸຂະພາບທີ່ດີຂອງຄົນທີ່ທ່ານຮັກ ແລະຕົວທ່ານເອງ.

ຂອບໃຈທີ່ມາ: www.vtetoday.la

ความคิดเห็น