3 ຄາ ຖາ ແກ້ ຜີ ອຳ …ທີ່ເຮັດ ເອງ ໄດ້ !
ຄົນ ເຄີຍ ຖືກ ຜີ ອຳ ເລົ່າ ວ່າ ຫຼາຍ ເທື່ອ ທີ່ ຮູ້ສຶກ ໂຕ ວ່າ ຕື່ນ ນອນ ແລ້ວ ແຕ່ ບໍ່ ສາມາດ ເໜັງໂຕ ແລະ ບໍ່ ສາມາດຮ້ອງໃຜ ໃຫ້ ມາ ຊ່ວຍ ໄດ້ ບາງ ຄົນ ຮູ້ສຶກ ເໝືອນ ມີ ຫຍັງມາ ທັບ ຈົນ ຫາຍ ໃຈ ບໍ່ ອອກ ອາການ ນີ້ ຝ ຣັ່ງ ຈຶ່ງຮ້ອງ ອາການ ຜີ ອຳ ນີ້ວ່າ Sleep paralysis ເພາະ ທີ່ຈິງ ແລ້ວ ອາການ ຜີ ອຳ ເປັນ ເລື່ອງ ທີ່ ສາມາດ ອະທິບາຍ ໄດ້ ຕາມ ຫຼັກ ວິທະຍາ ສາດ ແລະ ຍັງ ເປັນ ແວ່ນ ສະ ທ້ອນ ເຖິງ ບັນຫາ ສຸຂະພາບ ບາງຢ່າງ ໃຫ້ ເຮົາ ຕ້ອງ ລະ ວັງ ແລະ ຫຼຽວກັບ ມາ ເບິ່ງ ແຍງ ໂຕ ເອງ ອີກ ດ້ວຍ
ອາການ ນີ້ ມັກ ເກີດ ຂຶ້ນ ໃນ ສອງ ຊ່ວງ ຂອງ ການ ນອນ ຄື ຜີ ອຳ ຕອນ ກຳ ລັງ ຈະ ຫຼັບ (hypnagogic sleep paralysis) ແລະ ຕອນ ກຳ ລັງ ຈະ ຕື່ນ (hypnopompic sleep paralysis) ເປັນຫຍັງ ບາງ ຄົນ ມີ ອາການ ຜີ ອຳ ເລື້ອຍໆ ຂະນະ ທີ່ ບາງ ຄົນ ບໍ່ ເຄີຍ ມີ ອາການ ເລີຍ ຄຳ ຕອບ ຄື ອາການ ຜີ ອຳ ມັກ ຈະ ເກີດ ກັບ ຄົົນທີ່ ນອນ ນ້ອຍ , ຄົົນທີ່ ປ່ຽນ ເວລາ ການ ນອນ, ຄົົນທີ່ ມີ ບັນຫາ ທາງ ຈິດ ໃຈ ເຊັ່ນ: ຄົົນທີ່ ຕົກ ຢູ່ໃນ ພາ ວະ ຄວາມຄຽດ , ຄົົນທີ່ ຫຼັບ ແລ້ວຄວບ ຄຸມ ໂຕເອງ ບໍ່ ໄດ້ (narcolepsy) ແລະ ຄົົນທີ່ ມັກ ເປັນ ຂາ ປັ້ນເລື້ອຍໆ ຕະຫຼອດ ຈົນ ຄົົນທີ່ ໃຊ້ ຢາ ບາງ ຊະນິດ ເປັນ ປະຈຳ
ເຖິງຢ່າງໃດ ກໍ ຕາມ ມີ ການສຶກສາ ທີ່ ໄດ້ ແນະ ນຳ ຄາ ຖາ ແກ້ ອາການ ຜີ ອຳ ເອົາ ໄວ້ ດັ່ງ ຕໍ່ໄປ ນີ້ :
* ນອນ ຫຼັບ ພັກ ຜ່ອນ ໃຫ້ ພຽງ ພໍ
* ຫາ ວິທີ ຜ່ອນ ຄາຍ ຄວາມ ຄຣຽດ ໂດຍ ສະເພາະ ຢ່າງ ຍິ່ງ ກ່ອນ ນອນ ເຊັ່ນ : ການ ຄາຍອາການ ຈັງ ເຮັດໂ ຕ ເອງ ໃຫ້ ຜ່ອນຄາຍ ແບບ ຊີວ ໆ (relaxation)
* ປ່ຽນ ທ່ານ ອນ ໂດຍ ປ່ຽນ ຈາກ ທ່ານ ອນ ຫງາຍ ມາ ເປັນ ນອນ ສະ ແຄງ
* ສາມ ວິທີ ນີ້ ເປັນ ບົດ ສະຫລຸບ ຢ່າງ ດີ ວ່າ ອາການ ຜີ ອຳ ບໍ່ ແມ່ນ ເລື່ອງ ເໜືອ ທຳມະຊາດ ແຕ່ ເກີດ ຈາກ ຮ່າງກາຍ ແລະ ຈິດ ໃຈ ທີ່ ບໍ່ ສົມ ດຸນ ພຽງ ແຕ່ປັບ ປ່ຽນ ພຶດຕິກຳ ບາງຢ່າງ ກໍ ຈະ ບໍ່ ມີ ບັນຫາ ນີ້ ມາກວນ ໃຈ
CR: http://skapbpb.com
ความคิดเห็น
แสดงความคิดเห็น