ຜົວ-ເມຍຜິດກັນ ຫ້າມເວົ້າ 5 ເລື່ອງນີ້ ຖ້າຢາກມີຊີວິດຄູ່ທີ່ສົດໃສ
ຊີວິດຄູ່ທີ່ສົດໃສ
ເຊື່ອວ່າທຸກຄົນຄົງຢາກມີຊີວິດຄູ່ທີ່ລົງໂຕ ບໍ່ມີບັນຫາໃດໆ ແຕ່ຈະໃຫ້ສົດໃສ ແລະ ມີຄວາມສຸກຕະຫຼອດເວລາຄົງເປັນໄປບໍ່ໄດ້ ທຸກຄູ່ຕ້ອງຜ່ານບັນຫາ ບົດຮຽນໃນຊີວິດ ເພື່ອປະຄັບປະຄອງຄອບຄົວໃຫ້ແຂງແກ່ນຂຶ້ນ.
ທ່ານຄົງເຄີຍໄດ້ຍິນຄຳເວົ້າທີ່ວ່າ “ບັນຫາບໍ່ສຳຄັນ ແຕ່ວິທີແກ້ຕ່າງຫາກທີ່ສຳຄັນທີ່ສຸດ” ເພາະສະນັ້ນ ບາງເລື່ອງເວົ້າໄປກໍ່ໍ່ບໍ່ມີປະໂຫຍດ ມີແຕ່ຈະເຮັດໃຫ້ທຸກຢ່າງໜັກໄປກວ່າເກົ່າ ງຽບໄວ້ ແລະ ປ່ອຍໃຫ້ຜ່ານໄປຕາມຈັງຫວະເວລາຂອງມັນ ບັນຫານັ້ນກໍ່ຈະຍານລົງເອງ ມື້ນີ້ທາງ ມ່ວນ ແລະ ສະໜຸກຂອງເຮົາ ໄດ້ລວບລວມເລື່ອງທີ່ເວລາຜິດກັນຫ້າມເວົ້າເດັດຂາດ ເພື່ອເປັນແນວທາງໃນການໃຊ້ຊີວິດຄູ່ ຮັບຮອງວ່າຖ້າຕ່າງຄົນຕ່າງບໍ່ເວົ້າເຖິງທັງ 5 ຂໍ້ນີ້ ຊີວິດຄອບຄົວຈະໄປໄດ້ດີ ແລະ ມີຄວາມສຸກແນ່ນອນ.
1. ແຟນເກົ່າ
ເລື່ອງເລັກໆນ້ອຍໆ ຢ່າວ່າແຕ່ເວົ້າອອກມາເລີຍ ພຽງແຕ່ມີຄວາມກ່ຽວຂ້ອງກໍ່ຍັງບໍ່ໄດ້ແລ້ວ ເພາະບໍ່ມີໃຜຢາກໃຫ້ອີກຄົນຄິດຮອດແຟນເກົ່າຢ່າງແນ່ນອນ ບໍ່ວ່າຈະເປັນເລື່ອງໃດກໍ່ຕາມ ຍິ່ງຖ້າເປັນການປຽບທຽບແລ້ວ ກໍ່ຍິ່ງທະວີຄູນຄວາມໃນໃຈຂຶ້ນໄປອີກ ແຟນເກົ່າກໍ່ຄືອະດີດທີ່ມີບັນຫາເຮັດໃຫ້ຕ້ອງເລີກກັນໄປ, ສະນັ້ນ ຈະໄປຄິດເຖິງກັນອີກກໍ່ຄົງບໍ່ແມ່ນເລື່ອງທີ່ຖືກທີ່ຄວນ.
2. ຄອບຄົວຂອງອີກຝ່າຍ
ເປັນເລື່ອງບອບບາງທີ່ສຸດໃນຄວາມສຳພັນຂອງ ຜົວ-ເມຍ ແລະ ບໍ່ແມ່ນເລື່ອງທີ່ນຳມາເວົ້າບໍ່ວ່າຈະກໍລະນີໃດກໍ່ຕາມ ໂດຍສະເພາະ ເມື່ອເກີດການຜິດຖຽງກັນທີ່ມີສາເຫດມາຈາກຄອບຄົວອີກຝ່າຍໜຶ່ງ ຈະເອົາມາໂທດກັນບໍ່ໄດ້ຢ່າງເດັດຂາດ ເຊັ່ນ: “ເປັນຍ້ອນແມ່ຂອງເຈົ້າ” ຄຳເວົ້ານີ້ທີ່ບໍ່ຄວນຢ່າງຍິ່ງ ເພາະບໍ່ວ່າໃຜກໍ່ຮັກຄອບຄົວຄືກັນທັງນັ້ນ ໂດຍສະເພາະຜູ້ຊາຍແລ້ວຄຳເວົ້ານີ້ສຳຄັນທີ່ສຸດ ຝ່າຍຍິງບໍ່ຄວນເວົ້າເດັດຂາດ.
3. ເງິນເດືອນຫຼື ລາຍໄດ້
ເປັນອີກເລື່ອງທີ່ບໍ່ຄວນຍົກມາເວົ້າ ເມື່ອກຳລັງເກີດບັນຫາ ເພາະຄົນທີ່ມີລາຍໄດ້ໜ້ອຍກວ່າມັກຈະມີຄວາມນ້ອຍເນື້ອຕຳ່ໃຈຢູ່ແລ້ວ ການເວົ້າເລື່ອງນີ້ຂຶ້ນມາ ມີແຕ່ຈະເຮັດໃຫ້ຮູ້ສຶກບໍ່ດີ ເຖິງວ່າຈະກຳລັງພົບບັນຫາເລື່ອງເງິນຢູ່ກໍ່ຕາມ.
4. ໂທລະສັບ
ທຸກຄົນມັກຈະຕ້ອງການພື້ນທີ່ສ່ວນຕົວເລັກນ້ອຍ ໂທລະສັບກໍ່ຄືໂລກສ່ວນຕົວອີກໂລກໜຶ່ງທີ່ບາງຄົນບໍ່ຢາກໃຫ້ມີໃຜເຂົ້າໄປຫຍຸ້ງ ເຖິງວ່າຈະບໍ່ມີຄວາມລັບໃດໆເລີຍກໍ່ຕາມ ບາງຄອບຄົວເຖິງຂັ້ນຕັ້ງກົດວ່າຫ້າມກວດໂທລະສັບຂອງກັນແລະກັນ ເຫດຜົນນີ້ອາດຂຶ້ນຢູ່ກັບການຕົກລົງກັນໄວ້ກ່ອນໜ້ານີ້ ແຕ່ຖ້າບໍ່ເຄີຍມີການຕົກລົງກັນມາກ່ອນເລີຍ ກໍ່ບໍ່ຄວນເປັນຢ່າງຍິ່ງທີ່ຈະມາເຊັກໂທລະສັບຂອງກັນແລະກັນ.
5. ວຽກ
ອີກເລື່ອງຕ້ອງຫ້າມທີ່ບໍ່ຄວາມເອົາມາເວົ້າບໍ່ວ່າກໍລະນີໃດໆກໍ່ຕາມ ນັ້ນຄືເລື່ອງວຽກ, ເຖິງວ່າຕ່າງຄົນຕ່າງຮູ້ດີກັນຢູ່ແລ້ວວ່າ ວຽກທີ່ເຮັດຢູ່ນັ້ນ ມີຄວາມໝັ້ນຄົງ ຈະເລີນກ້າວໜ້າ ແລະ ລາຍໄດ້ຫຼາຍໜ້ອຍສຳ່ໃດ ແຕ່ເມື່ອອີກຄົນເລືອກທີ່ຈະເຮັດວຽກນັ້ນແລ້ວ ຄົງບໍ່ມີປະໂຫຍດຫຍັງທີ່ຈະເອົາເລື່ອງວຽກມາເວົ້າໃນຄອບຄົວ, ແຕ່ຖ້າອີກຝ່າຍທຸ້ມເທກັບວຽກຫຼາຍຈົນບໍ່ມີເວລາໃຫ້ຄອບຄົວ ທາງທີ່ດີທີ່ສຸດກໍ່ຄືຕ້ອງເວົ້າກັນໃຫ້ເຂົ້າໃຈເຖິງຄວາມສົມດຸນຂອງການເຮັດວຽກ ແລະ ຊີວິດຄອບຄົວ ລົມກັນດ້ວຍເຫດຜົນ ບອກເຖິງບັນຫາທີ່ເກີດຂຶ້ນ ອາດຄ່ອຍໆປັບປ່ຽນເຂົ້າຫາກັນທີລະໜ້ອຍ ເພື່ອໃຫ້ຊີວິດສົມດຸນ.
ຂອບໃຈທີ່ມາຈາກ www.heyhar.com
ความคิดเห็น
แสดงความคิดเห็น