ສາລະພັດປະໂຫຍດ…!!! 6 ສູດສະໝຸນໄພແກ້ ” ເລັບຂົບ ” ເຮັດງ່າຍຫາຍປວດແນ່ນອນ
ສຳລັບຄົົນທີ່ກຳລັງປະສົບບັນຫາເລັບຂົບເລັບເສຍ ເຮົາຂໍແນະນຳ 6 ສູດສະໝຸນໄພແກ້ເລັບຂົບ ວິທີຮັກສາງ່າຍໆ ດ້ວຍຕົວເຈົ້າເອງມາຝາກກັນ.
ສູດທີ່ 1 ຕຳໃບໝາກສີດາສົດ 2 ໃບ ເກືອ 1/2 ບ່ວງຊາ ເຂົ້າສຸກ 2 ບ່ວງໂຕະ ໃຫ້ເຂົ້າກັນ ນຳມາພອກກົງໜອງບໍລິເວນທີ່ເລັບຂົບຈະຊ່ວຍບັນເທົາອາການປວດໄດ້.
ສູດທີ່ 2 ຕຳໄພມາ 1 ແງ່ງ (ຍາວປະມານ 2 ນິ້ວ) ເກືອຕົວຜູ້ (ເກືອທີ່ເປັນເມັດຍາວໆ) 7 ເມັດ ເຂົ້າສຸກ 1 ກຳມືໃຫ້ລະອຽດ ພອກບໍລິເວນທີ່ເປັນແຜພາຍໃນ 20 ນາທີຈະເຮັດໃຫ້ໜອງແຕກອອກມາແລະຫາຍປວດໄດ້.
ສູດທີ່ 3 ຝານໝາກນາວສ່ວນຫົວອອກ ຂະໜາດພໍສອດນິ້ວເຂົ້າໄປໄດ້ ໃຊ້ມີດຄວ້ານເອົາເນື້ອໃນອອກນ້ອຍໆ ທາປູນແດງບາງໆ ບໍລິເວນທີ່ເລັບຂົບ ແລ້ວສອດນິ້ວທີ່ເປັນເລັບຂົບເຂົ້າໄປຂ້າງໃນໝາກນາວທີ່ຝານແລ້ວ ປະໄວ້ປະ
ມານ 5-10 ນາທີ ວິທີນີ້ເຮັດມື້ລະ 2-3 ເທື່ອ ເຊົ້າ-ແລງ.
ສູດທີ່ 4 ໃຊ້ໃບທຽນດອກ 7-10 ໃບ (ຊ່ວງມີດອກໃຊ້ດອກກໍ່ໄດ້) ຕຳໃຫ້ລະອຽດ ນຳມາພອກບໍລິເວນເລັບຂົບ ປ່ຽນຢາມື້ລະ 2 ເທື່ອ ເຊົ້າ-ແລງ.
ສູດທີ່ 5 ໃຊ້ເກືອປົ່ນອັດໃສ່ຕາມຊອກເລັບຕີນທີ່ເຈັບ ແລະ ຖ້າເຈັບຫລາຍໆ ໃຫ້ໃສ່ເກືອທຸກເຊົ້າ–ແລງ ຈົນກວ່າຈະ
ເຊົາຫາຍ.ສູດທີ່ 6 ໃຊ້ໃບພູ 3-5 ໃບ ຕຳປະສົມກັບເກືອ
ແລ້ວພອກບໍລິເວນທີ່ເລັບຂົບ ປ່ຽນຢາມື້ລະ 2 ເທື່ອ ຊ່ວງເຊົ້າແລະແລງ ພອກໄວ້ 5-7 ມື້ກໍເຊົາສະ ນິດ ພຽງເທົ່ານີ້ ຮັບ ຮອງວ່າອາການເລັບຂົບຈະບໍ່ກັບມາວົນໃຈເຈົ້າອີກຕໍ່ໄປ.
ຂອບໃຈຂໍ້ມູນຈາກ :www.laoshealthupdate.com
ความคิดเห็น
แสดงความคิดเห็น