ເທັກນິກຊ່ວຍໃຫ້ນອນຫຼັບງ່າຍພາຍໃນ 60 ວິນາທີ
ເທັກນິກຫາຍໃຈແບບ 4-7-8 ຈະຊ່ວຍໃຫ້ເຮົານອນຫຼັບພາຍໃນເວລາ 60 ວິນາທີ ໂດຍມີຫຼັກການຄື ການປອຍວາງລະບົບປະສາດໃຫ້ຢູ່ໃນພາວະສະຫງົບໂດຍທໍາມະຊາດ ຊຶ່ງກໍຄືການຜ່ອນຄາຍຄວາມຄຽດ ແລະ ຄາຍພະວະຕຶງຂອງຮ່າງກາຍ ມີວິທີດັ່ງນີ້:
1. ກະຕຸກປາຍລິ້ນຂຶ້ນແຕະເພດານປາກໃຫ້ຢູ່ໃນລະດັບເທິງແຂ້ວ ແລະ ວາງປາຍລິ້ນຢູ່ໃນຕໍາແໜ່ງນັ້ນຕະຫຼອດ.
2. ຜ່ອນລົມຫາຍໃຈຜ່ານຊ່ອງປາກໃຫ້ເຕັມທີ່ ຈົນມີສຽງ.
3. ງັບຮີມປາກແລ້ວຫາຍໃຈເຂົ້າຢ່າງຊ້າໆ ຜ່ານທາງດັງແລ້ວນັບໃນໃຈ 1-4.
4. ກັ້ນລົມຫາຍໃຈແລ້ວນັບ 1-7.
5. ຈາກນັ້ນຜ່ອນລົມຫາຍໃຈຜ່ານຊ່ອງປາກໃຫ້ເຕັມທີ່ ຈົນເກີດສຽງ ໂດຍນັບໃນໃຈ 1-8.
6. ຈາກນັ້ນງັບຮີມປາກແລ້ວຫາຍໃຈເຂົ້າຊ້າໆ ຜ່ານທາງດັງແລ້ວນັບ 1-4 ເຮັດຂັ້ນຕອນນີ້ 4-6 ແບບນີ້ອີກ 3 ຄັ້ງ.
ຂໍ້ດີຂອງເທັກນິກການຫາຍໃຈແບບນີ້ຄື:
1. ຊ່ວຍໃຫ້ຮ່າງກາຍໄດ້ຮັບອອກຊີເຈນໃນປະລິມານທີ່ເພີ່ມຂຶ້ນ ຈະຊ່ວຍໃຫ້ຜ່ອນຄາຍລະບົບປະສາດໃຫ້ຄາຍຄວາມຄຽດ ແລະ ທັງເປັນການຝຶກສະມາທິ.
2. ຊ່ວຍປັບຄວາມສົມດຸນລະບົບ ການທໍາງານຂອງລະບົບປະສາດ ທີ່ຖືກກະຕຸ້ນໃຫ້ເຄັ່ງຄຽດຈາກການເຮັດວຽກງານ.
3. ຊ່ວຍໃຫ້ເຊື່ອມຕໍ່ລົມຫາຍໃຈກັບຮ່າງກາຍໃຫ້ເປັນໜຶ່ງດຽວ ແລະ ຊ່ວຍດຶງອອກຈາກຄວາມຄິກມົກມຸ່ນຢູ່ ຊຶ່ງເປັນສາເຫດທີ່ເຮັດໃຫ້ນອນບໍ່ຫຼັບ
Cr:ແຊຣ໌ຕໍ່
ความคิดเห็น
แสดงความคิดเห็น