* ໝາກມີ້ເປັນໝາກໄມ້ຊະນິດໜຶ່ງທີ່ພວກເຮົາຮູ້ຈັກກັນດີ ແລ້ວບາງຄົນຍັງມັກກິນເຖິງຂັ້ນເປັນໝາກໄມ້ພິເສດຂອງໂຕເອງ. ແຕ່ທ່ານເຄີຍຮູ້ບໍ່ວ່າໝາກມີ້ນອກຈາກຈະເປັນໝາກໄມ້ທີ່ໃຫ້ຄວາມຫອມ,ຫວານ,ແຊບ ແລ້ວຍັງເປັນຢາຮັກສາພະຍາດໄດ້ນຳອີກ.
* ໝາກມີ້ເປັນຕົ້ນໄມ້ຂະໜາດກາງເຖິງໃຫຍ່ ສູງປະມານ 8-15 ແມັດ.ມີລໍາຕົ້ນສີເທົາ ແຕກກິ່ງກ້ານສາຂາຫຼາຍງ່າມ ມີໃບດົກໜາ ທຶບ ລັກສະນະຂອງໃບໜາແຂງ ອອກດອກເປັນຊໍ່ ຊໍ່ໂຕຜູ້ ແລະ ໂຕແມ່ຈະຢູ່ຕົ້ນດຽວກັນ
* ຊັບພະຄຸນທາງຢາ: ເພິ່ນໃຊ້ໃບ.ໝາກ.ຮາກ.ເມັດ ແລະ ຢາງ
– ໃບ: ນຳເອົາໃບມາຕາກແຫ້ງ ຫຼືແຫ້ງທຳມະຊາດ ມາບົດເປັນຝຸ່ນ ໂຮຍໃສ່ບາດແຜ່ເປັນໜອງ ດີ ເຮັດໃຫ້ແຫ້ງໄວ, ຫຼືນຳໃບດິບມາຕົ້ມກິນຕ່າງນ້ຳແກ້ປວດຫົວ
– ໝາກ: ໝາກສຸກມາກິນເປັນຢາຖ່າຍງ່າຍ
– ຕົ້ນ: ເພິ່ນເອົາມາຕົ້ມເປັນສີຍ້ອມຜ້າ ເປັນສີເຫຼືອງ
– ຮາກ: ຕົ້ມພໍປະມານ ແກ້ເຈັບທ້ອງທຽວ,ແກ້ໄຂ້,ຊ່ວຍບຳລຸງເລືອດ
– ຢາງ: ຂັບຖ່າຍພະຍາດ ແລະ ຮັກສາແຜຊ້ຳເຮື້ອ
* ໝາກມີ້ນ້ອຍ (ຫຳໝາກມີ) ແກ້ເຈັບທ້ອງ ຫຼືເອົາມາປຸງແຕ່ງເປັນອາຫານເຊັ່ນ: ຕຳສົ້ມ.ເຮັດຊາຂີ້ເຫຼົ້າ.ພັນມ້ຽງ
1. ແກ່ນ,ນວນ,ຮາກ ຊ່ວຍບຳລຸງເລືອດ ເຮັດໃຫ້ເລືອດເຢັນ
2. ນວນຫຸ້ມໝາກສຸກແກ່ນດິບ ແລະ ແກ່ນສຸກ ໝາກມີ້ມີສັບພະຄຸນ ຊ່ວຍບຳລຸງກຳລັງ ຊູຫົວໃຈໃຫ້ສົດຊື່ນ
3. ແກ່ນຊ່ວຍບຳລຸງຮ່າງກາຍ
4. . ໝາກມີ້ເປັນໝາກໄມ້ທີ່ມີວິຕາມິນອີສູງຕິດອັນດັບ 10 ຂອງໝາກໄມ້ ແລະ ຍັງມີວິຕາມິນສູງ. ຊ່ວຍຕໍ່ຕ້ານອະນຸມູນອິດສະຫຼະ ແລະ ຊ່ວຍປ້ອງກັນບໍ່ໃຫ້ເກີດມະເຮັງ
5. ໝາກສຸກ ຊ່ວຍແກ້ອາການຫີວນ້ຳ
6. ໝາກມີ້ມີປະໂຫຍດຊ່ວຍຫຼຸດນ້ຳຕານໃນເສັ້ນເລືອດໃຫ້ຜູ້ປ່ວຍເບົາຫວານໄດ້ ໂດຍມີຜົນການວິໄຈຂອງປະເທດສີລັງກາ ທີ່ໄດ້ຮັບການທົດລອງກັບຜູ້ປ່ວຍເບົາຫວານ. ເຊິ່ງຜົນການທົດລອງພົບວ່າ ສາມາດຫຼຸດລະດັບນ້ຳຕານໃນເລືອດໄດ້ເປັນຢ່າງດີ ກວ່າການໃຊ້ຢາ Tolbutamide ພາຍໃນເວລາ 5 ຊົ່ວໂມງ
7. ໃບຊ່ວຍລະງັບປະສາດ,ແກ້ລົມຊັກ
8. ໃບ ແລະ ຮາກໃຊ້ຕົ້ມກິນແກ້ເຈັບທ້ອງ,ຂັບແມ່ພະຍາດ
9. ໃບ ແລະ ຮາກຊ່ວຍແກ້ພະຍາດຜີວໜັງ
10. ແກ່ນໝາກມີ້ຊ່ວຍເພີ່ມນ້ຳນົມໃຫ້ແມ່ລູກອ່ອນ
ທີ່ມາ:ສຸຂະພາບ ອັບເດດ | Health Update
ความคิดเห็น
แสดงความคิดเห็น