ອັນຕະລາຍທີ່ຢູ່ໃນນ້ຳດື່ມ ທ່ານຄວນຮູ້!!!

ອັນຕະລາຍທີ່ຢູ່ໃນນ້ຳດື່ມ ທ່ານຄວນຮູ້!!!

ອັນຕະລາຍທີ່ຢູ່ໃນນ້ຳດື່ມ

ຮູ້ຫຼືບໍ່ວ່າ ມີສານເຄມີອັນຕະລາຍປົນເປື້ອນຢູ່ໃນນ້ຳດື່ມ ໂດຍຕົວກອງທີ່ໃຊ້ອາດບໍ່ສາມາດກຳຈັດອອກໄປໄດ້ ເຊິ່ງ

– ສານໜູ: ຖ້ານ້ຳທີ່ດື່ມມີປະລິມານສານໜູສູງ ສາມາດເຮັດໃຫ້ປອດເສຍຫາຍ ທຽບເທົ່າກັບການສູບຢາສູບນານ 10 ປີ ເຖີງຈະຢູ່ໃນລະດັບປະລິມານປານກາງ ແຕ່ກໍ່ສາມາດຫຼຸດປະສິດທິພາບການເຮັດວຽກຂອງປອດໄດ້ເຊັ່ນກັນ.

– ທອງແດງ: ກໍ່ເປັນໄພຮ້າຍທີ່ມັກປົນເປື້ອນໃນນ້ຳດື່ມ ເພາະເປັນສານທີ່ໃຊ້ໃນທໍ່ນ້ຳ ອາດເຮັດໃຫ້ເກີດການສະສົມຂອງແອມີລອຍບີຕາ ເຊິ່ງເປັນໂປຕີນທີ່ພັບໂຕຜິດຮູບແບບໃນສະໝອງ ຈົນນຳໄປສູ່ໂລກຄວາມຈຳເຊື່ອມ ພະຍາດກ້າມເນື້ອອັກເສບ ແລະ ພະຍາດທີ່ກ່ຽວກັບເສັ້ນເລືອດໃນສະໝອງອີກດ້ວຍ.

– ຄໍລໍຣີນ: ເປັນສານເຄມີທີ່ໃຊ້ຂ້າແບັກທີເລຍໃນນ້ຳດື່ມ ແລະ ນ້ຳໃນສະລອຍນໍ້າ, ແຕ່ນ້ຳທີ່ໄດ້ຮັບສານເຄມີນີ້ຫຼາຍເກີນໄປ ກໍ່ມີຄວາມສ່ຽງທີ່ຈະເກີດພະຍາດກ່ຽວກັບມະເຮັງໃນລະດັບສູງ.

– ສານຕະກົ່ວ: ໂລຫະເປັນສານທີ່ສາມາດຂື້ນໃນນ້ຳ ແລະ ໄຫຼໄປຕາມສາຍເຄື່ອງຈັກ ສ່ຽງຕໍ່ການເປັນພະຍາດຄວາມດັນເລືອດສູງ ແລະ ພະຍາດໄຕ

ດັ່ງນັ້ນ ການເລືອກນ້ຳດື່ມທີ່ສະອາດ ຈຶ່ງຖືເປັນສິ່ງທີ່ສຳຄັນ ເພາະການບໍລິໂພກນ້ຳທີ່ສະອາດ ແລະ ເໝາະສົມເປັນ

ສິ່ງສຳຄັນ ທີ່ຮ່າງກາຍຕ້ອງການ

ຂອບໃຈທີ່ມາຈາກ: sites.google.com

ความคิดเห็น