ຍີ່ງອ່ານຍີ່ງໄດ້ປະໂຫຍດ…!!! ວິທີແລະຂັ້ນຕອນການປູກ ” ໝາກຫຸ່ງ ” ປູກງ່າຍໆ ເປັນໝາກຫຼາຍໝາກດົກ ເຮັດແນວໃດໄປເບີ່ງເລີຍ…???

ການປູກໝາກຫຸ່ງ ຍີ່ງອ່ານຍີ່ງໄດ້ປະໂຫຍດ…!!! ວິທີແລະຂັ້ນຕອນການປູກ ” ໝາກຫຸ່ງ ” ປູກງ່າຍໆ ເປັນໝາກຫຼາຍໝາກດົກ ເຮັດແນວໃດໄປເບີ່ງເລີຍ…???

* ໝາກຫຸ່ງເປັນພືດລົ້ມລຸກຂະໜາດກາງ ລຳຕົ້ນມີລັກສະນະອວບນ້ຳ ເປັນພືດທີ່ປູກງ່າຍ ແລະ ໃຫຍ່ໄວ, ເປັນໝາກໄດ້ຕະຫຼອດທັງປີ ໂດຍທົ່ວໄປໝາກຫຸ່ງເປັນພືດທີ່ບໍ່ຄ່ອຍມີແມງໄມ້ລົບກວນ ແລະ ສາມາດປູກໄດ້ໃນດິນທົ່ວໄປ ດີແທ້ຕ້ອງເປັນດິນທີ່ລະບາຍນ້ຳໄດ້ດີ.

* ໝາກຫຸ່ງກິນໄດ້ທັງສຸກ ແລະ ດິບ, ໝາກດິບກໍ່ສາມາດໄປປະກອບອາຫານໄດ້ຫຼາຍຢ່າງເຊັ່ນ: ຕຳສົ້ມໝາກຫຸ່ງ, ເຮັດດອງ ແລະ ນຳໄປຕົ້ມ ຫຼື ໜຶ້ງກິນກັບແຈ່ວຊະນິດຕ່າງໆ, ຈະເອົາໄປຂົ້ວ, ແກງ ກໍ່ແຊບຄືກັນ; ສ່ວນໝາກສຸກນັ້ນ

ເປັນໝາກໄມ້ເພື່ອສຸຂະພາບໄດ້ດີສົມຄວນ ເພາະໃນໝາກຫຸ່ງສຸກນັ້ນ ອຸດົມສົມບູນໄປດ້ວຍວິນຕາມິນເອ, ບີ1, ບີ2, ແຄລຊຽມ ແລະ ທີ່ສຳຄັນຄືສານເບຕາແຄໂລທີນເປັນສານ ຕ້ານອະນຸມູນອິດສະຫຼະຊ່ວຍບຳລຸງ ແລະ ເຮັດໃຫ້ຜີວພັນ

ດີຍິ່ງຂຶ້ນລວມທັງຊ່ວຍຢຸດຢັ້ງຄວາມແກ່ ແລະ ຮອຍຕີນກາກ່ອນໄວອັນຄວນ ແລະ ຍັງຊ່ວຍບໍາລຸງອະໄວຍະວະຕ່າງໆຢູ່ໃນຮ່າງກາຍ, ພາຍໃນຮ່າງກາຍຊ່ວຍການກະຫາຍນ້ຳ, ບຳລຸງເລືອດ, ບຳລຸງລະບົບປະສາດ, ບຳລຸງສາຍຕາ ແລະ ທີ່ສຳຄັນໝາກຫຸ່ງສຸກນັ້ນຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີ, ແກ້ທ້ອງຜູກ, ປ້ອງກັນໂລກມະເລັງລຳໄສ້ໃຫຍ່ໄດ້ອີກດ້ວຍ.

* ຕົ້ນໝາກຫຸ່ງມີ 3 ປະເພດຄື: ຕົ້ນແມ່ມີລັກສະນະໝາກກົມ ແລະ ປ້ອມ, ຕົ້ນກະເທີຍໝາກຈະຍາວ ແລະ ຕົ້ນຜູ້ມີແຕ່ດອກເປັນສາຍຍາວ. ການເລືອກແນວພັນແມ່ນການເລືອກເອົາແກ່ນຈາກຕົ້ນກະເທີຍທີ່ໃຫ້ຜົນຜະລິດດີ,

ຮູບຮ່າງໝາກງາມດີ ເລືອກເອົາໝາກທີ່ເລີ່ມສຸກແກ້ມແດງແລ້ວບົ່ມໃຫ້ສຸກ ໂດຍການຫໍ່ດ້ວຍເຈ້ຍໜັງສືພິມແລ້ວຈຶ່ງຜ່າເອົາແກ່ນມາລ້າງເມືອກຫຸ້ມແກ່ນອອກ ແລ້ວຕາກແຫ້ງເກັບໄວ້ເປັນສາຍພັນ.

+ ການກ້າເບ້ຍ: ໃຫ້ແຊ່ແກ່ນໝາກຫຸ່ງແຫ້ງໃນນ້ຳ 2 ຄືນ ແລ້ວນຳໄປກ້າເບ້ຍໃນຖົງກ້າເບ້ຍ ຫຼື ໜານກ້າເບ້ຍ.

1. ດິນປູກ: ໃຊ້ດິນລ້ວນ ຫຼື ດິນໜຽວ ( ດິນແຄມແມ່ນ້ຳ, ດິນໂພນປວກ ) ມີ 3 ສ່ວນປະສົມຄື: ຝຸ່ນຄອກ, ຂີ້ໄກ່ 1 ສ່ວນ ແລະ ແກບເຜົາ 3 ສ່ວນ ໃສ່ຖົງຂະໜາດ 3×14 ຊັງຕີແມັດ.

2. ເອົາແກ່ນທີ່ແຊ່ນ້ຳແລ້ວນັ້ນລົງຖົງ, ຖົງລະ 3-4 ແກ່ນ ປະມານ 7 ວັນຈະເລີ່ມແຕກງອກ, ເມື່ອອາຍຸໄດ້ 30 ວັນ ໃຫ້ຈົ່ງເບ້ຍປະໄວ້ 1 ຕົ້ນ ( ເລືອກຕົ້ນງາມທີ່ສຸດປະໄວ້ ) ເບ້ຍທີ່ເຫຼືອຕ້ອງຖອນອອກຖິ້ມ ແລະ ເມື່ອອາຍຸໄດ້ 60 ວັນນຳເບ້ຍໄປປູກ, ຄວນກ້າເບ້ຍຢູ່ບ່ອນຮົ່ມມີແສງແດດປະມານ 50-70% ຄວນຫົດນໍ້າໃຫ້ສະໝໍ່າສະເໝີບໍ່ໃຫ້ຊຸ່ມເກີນໄປ.

3. ວິທີປູກໝາກຫຸ່ງອິນຊີ: ໃຫ້ໃສ່ຝຸ່ນຄອກໂດຍສະເພາະແມ່ນຂີ້ງົວ, ຂີ້ຄວາຍ ຫ້າມໃສ່ຂີ້ໄກ່ຟາມ ເພາະມີຢາປະຕິຊີວະນະ ຕົກຄ້າງຫຼາຍ ( ຂີ້ໄກ່ບ້ານແມ່ນສາມາດໃຊ້ໄດ້ ) ຫຼື ຝຸ່ນຊີວະພາບ ( ໄລ່ລະ 200 – 300 ກິໂລກຼາມ ) ນໍ້າໜັກຊີວະພາບ ຫຼື ອີເອັມ ( ສີດພົ່ນທຸກໆ 10 ວັນ ). ໂດຍໃສ່ຝຸ່ນຄອກປະມານ ໄລ່ລະ 1 ຫາ 2 ໂຕນ, ການເລັ່ງຄວາມຫວານ

ໃຫ້ໃຊ້ຂີ້ເຈຍ ຕົ້ນລະ 1-2 ກໍາມື ເລີ່ມໃສ່ໃນໄລຍະອອກດອກ ແລະ ໃສ່ເດືອນລະເທື່ອ, ການປົກຄຸ້ມໜານປູກດ້ວຍເຟືອງ ຈະມີຄວາມສຳຄັນຫຼາຍ ໃນການປູກແບບອິນຊີ, ນັ້ນເປັນການປູກແບບການຄ້າຕ້ອງມີການໃຫ້ນ້ຳ, ໃຫ້ຝຸ່ນ ແລະ ເບິ່ງແຍງເອົາໃຈໃສ່ພໍສົມຄວນ.

4. ການເກັບກ່ຽວ: ຖ້າເກັບກ່ຽວໝາກດິບສາມາດເກັບກ່ຽວໄດ້ຫຼັງປູກປະມານ 5 ຫາ 6 ເດືອນ, ແຕ່ຖ້າຈະເກັບໝາກສຸກແມ່ນ ພາຍຫຼັງທີ່ປູກໄດ້ປະມານ 8-10 ເດືອນຈຶ່ງສາມາດເກັບກ່ຽວໄດ້ ໃຫ້ເລືອກເກັບໝາກທີ່ກຳລັງເລີ່ມສຸກທີ່ມີສີເຫຼືອງປົນຂຽວໜ້ອຍໜຶ່ງ.

ທີ່ມາ:laoedaily.com.la

ความคิดเห็น