ເຈົ້າກຳມືແບບໃດ ບົ່ງບອກ “ບຸຄະລິກແທ້ຈິງທີ່ສຸດ” ໃນຕົວເຈົ້າ ກົງກັບເຈົ້າຊ້ຳໃດ
ກ່ອນອື່ນລອງກຳມືຂອງຕົນເອງເບິ່ງວ່າ ເຈົ້າກຳມືໃນລັກສະນະແບບໃດ?!
1. ນິ້ວໂປ້ມືຢູ່ຂ້າງເທິ່ງ ວາງຮຽງ
ເຈົ້າເປັນຄົນທີ່ກິຕືລືລົ້ນຫຼາຍທີ່ສຸດໃນໂລກ ມັກຈະສະແຫວງຫາຄວາມຮູ້ ແລະ ປະສົບການໃໝ່ໆຢູ່່ຕະຫຼອດຕ້ອງການຢາກເປັນເຈົ້າຂອງທັ້ງໝົດພ້ອມໆກັນ ເຈົ້າເປັນຄົນບໍ່ເສຍເວລາໄປນັ່ງຢູ່ໜ້າຈໍໂທລະທັດ ເຈົ້າເປັນຄົນເຫັນແກ່ຜູ້ອື່ນຕະຫຼອດ ແລະ ມັກຊ່ວຍເຫຼືອຄົນອ້ອມຕົວ ໂດຍທີ່ຕ້ອງໝັ່ນໃຈກ່ອນວ່າຕົນເອງສາມາດຊ່ວຍເຫຼືອໄດ້ຫຼືບໍ ການເຮັດຫຼາຍກວ່າຄຳເວົ້າ ດັ່ງນັ້ນເຮັດໃຫ້ຄົນສ່ວນໃຫຍ່ມັກຄິດວ່າເຈົ້າເປັນຄົນທີ່ເພີ່ງພາໄດ້ ແລະ ມີນ້ຳໃຈ ພວກເຂົາເຄົາລົບເຈົ້າຫຼາຍ ເຈົ້າຍັງມີພະລັງໃນການສ້າງຮງບັນດານໃຈໃຫ້ຄົນອ້ອມຂ້າງ ດັ່ງນັ້ນເຈົ້າຈື່ງມີຄຸນສົມບັດເປັນຜູ້ນຳໃນຊຸມຊົນ
2. ນິ້ວໂປ້ມືຖືກນິ້ວທັ້ງ 4 ກຳໄວ້
ເຈົ້າເປັນຄົນສະຫຼາດ ແຕ່ບໍ່ມັກຄົບເພື່ອນ ເຮັດໃຫ້ຄົນອ້ອມຂ້າງແນມວ່າເຈົ້າເປັນຄົນມິດໆ ບຸກຄະລິກເສົ້າໆ ແຕ່ຄົນທີ່ສະນິດກັບເຈົ້າແລ້ວ ຮູ້ວ່າທີ່ແທ້ແລ້ວກໍ່ມີດ້ານອົບອຸ່ນຢູ່ ບາງເທື່ອກໍ່ອ່ອນແອ ເຈົ້າເປັນຄົນມີພອນສະຫວັນພິເສດຢູ່ ໃນບາງມຸມ ເຈົ້າເປັນຄນົຈັບຈຸດ ຮູ້ຕົ້ນສາຍປາຍເຫດຂອງປັນຫາໄດ້ເປັນຢ່າງດີເຮັດໃຫ້ສາມາດຫາວິທີແກ້ໄຂ້ໄດ້ ວິໄສທັດຂອງເຈົ້າເຮັດໃຫ້ສາມາດຕັດສິນໃຈແບບຖືດຕ້ອງສະເໝີ ມີນ້ຳໃຈ ຮອບຄອບເປັນຂໍ້ດີຂອງເຈົ້າແຕ່ຫຼາຍເທື່ອເຈົ້າກໍ່ຄິດຫຼາຍຈົນເກິນໄປ ຈົນກາຍເປັນຄົນຂີ້ກົງວົນ ເພາະສະນັ້ນເຈົ້າຕ້ອງການເພື່ອນທີ່ສາມາດເຂົ້າໃຈເຈົ້າໄດ້ໂດຍປາສະຈາກຄຳເວົ້າ
3. ນິ້ວໂປ້ມືຢູ່ດ້ານໜ້າຂອງທັ້ງ 4 ນິ້ວ
ເຈົ້າເປັນຄົນຈິງຈັງໃນໜ້າທີ່ ແລະ ຈິງໃຈ ເຈົ້າເປັັນຄົນຊັດເຈນໃນທາງເລືອກທີ່ຈະຍ່າງ ເພື່ອເປົ້າໝາຍເຈົ້າຈະເຮັດແບບສຸດກັງວົນ ເຮັດໃຫ້ເຈົ້າເປັນຄົນຢ້ານຄວາມລົ້ມເຫຼວ ຈົນເຮັດໃຫ້ກາຍເປັນຈຸດສະດຸດ ບໍ່ກ້າຕັດສິນໃຈໄດ້ຢ່າງເດັດຂາດ ເພາະສະນັ້ນໃນບາງເທື່ອເຈົ້າຕ້ອງການກຳລັງໃຈ ແລະ ແຮງບັນສະໜັບສະໜູນຈາກຄົນອ້ອມຂ້າງ ເພື່ອນຂອງເຈົ້າຈະເຄົາລົບໃນຄວາມຈິງໃຈ ເຊື່ອຖືໄດ້ ແລະ ຄວາມລະອຽດອ່ອນຂອງເຈົ້າທີ່ມີຕໍ່ຄົນອ້ອມຂ້າງເຮັດໃຫ້ພວກເຂົາຮູ້ສຶກປອດໄພເມື່ອຢູ່ກັບເຈົ້າ ຈຳໄວ້ວ່າ ຂໍພຽງແຕ່ກຳລັງໃຈ ແລະ ແຮງສະໜັບສະໜູນຂອງເພື່ອນໆ ຍາດຕິພີ່ນ້ອງ ບໍ່ມີຫຍັງທີ່ເຈົ້າຈະເຮັດບໍ່ໄດ້
4. ນິ້ວໂປ້ມືຢູ່ດ້ານເທິ່ງ ຊີ້ຂຶ້ນ
ເຈົ້າໃຫ້ຄົນອື່ນມີຄວາມຮູ້ສຶກວ່າມີຄວາມອ່ອນນ້ອມຖ່ອມຕົນ ໃນຄວາມເປັນຈິງແລ້ວ ມັນເຮັດໃຫ້ເຈົ້າໄດ້ຮຽນຮູ້ຫຼາກຫຼາຍຂຶ້ນ ທັກສະການຄິດຂອງເຈົ້າວ່ອງໄວຂຶ້ນ ຈົນເຮັດໃຫ້ເຈົ້າສາມາດສ້າງໄອເດຍຈຳນວນຫຼາຍໃນຊ່ວງເວລາສັ້ນໆ
ເຈົ້າມັກສຳຫຼວດໂລກ ຈົນບາງເທື່ອເຮັດໃຫ້ເຈົ້າພົບວ່າມັນຍາກທີ່ເຮົາຈະເນັ້ນ ຈົດຈໍ່ຢູ່ກັບສິ່ງໜຶ່ງສິ່ງໃດພຽງຢ່າງດຽວ ເພາະເຈົ້າຢາກໄດ້ເປັນເຈົ້າຂອງຂອງທັ້ງໝົດ ຄົນອ້ອມຕົວເຈົ້າມັກຈະສະແຫວງຫາຄວາມຄິດເຫັນຂອງເຈົ້າ ເພາະໃນສາຍຕາຂອງຄົນອ້ອມຂ້າງເຈົ້າຄື “ສາລານຸກົມ”
ທີ່ມາ//ລາວໄລ໌
ความคิดเห็น
แสดงความคิดเห็น