ມີການອ້າງວ່າ ການດື່ມໂຊດາ ຊ່ວຍຫລຸດໄຂມັນໃນເລືອດໄດ້
ແພດຜູ້ຊ່ຽວຊານໄດ້ໃຫ້ຄຳຕອບດັ່ງນີ້:
“ນ້ຳໂຊດາ ເປັນການນຳແກສ໌ຄາຣ໌ບອນໄດອອກໄຊດ໌ (Carbon Dioxide) ມາອັດລົງໃນນ້ຳ ເຮັດໃຫ້ນ້ຳມີລິດເປັນກົດ ເມື່ອເປີດຝາອອກແລ້ວຈຶ່ງເກີດຟອງແກສ໌ຂຶ້ນມາ ນິຍົມໃຊ້ປະສົມກັບເຄື່ອງດື່ມແອນກໍຮໍລ໌ຊະນິດຕ່າງໆ ນ້ຳຫມາກໄມ້ ຫລື ນ້ຳຫວານ
“ປະໂຫຍດຂອງໂຊດາ ຄື ຊ່ວຍເຮັດໃຫ້ເຄື່ອງດື່ມ ຫລື ອາຫານມີຣົດຊ່າ ເພີ່ມຄວາມແຊບ ແລະ ຄວາມແປກໃໝ່ ແຕ່ໂຊດາບໍ່ມີຄຸນສົມບັດໃນການຫລຸດໄຂມັນໃນເລືອດ ຂໍ້ມູນການໃຊ້ໂຊດາໃນຂ່າວນັ້ນ
ຄືການນຳໄປປະສົມກັບນ້ຳໝາກນາວ ເຊິ່ງມີລິດເປັນກົດ ອາດມີສັບພະຄຸນເພີ່ມການຫຼັ່ງກົດຂອງໃນກະເພາະອາຫານ ຊ່ວຍໃນການຍ່ອຍອາຫານ ແຕ່ບໍ່ໄດ້ມີສັບພະຄຸນໃນການຫລຸດໄຂມັນ
“ສຸດທ້າຍແລ້ວ ການເລືອກກິນອາຫານ ຄວນຫລຸດອາຫານມັນ ແລະ ຂອງທອດລົງ ຮ່ວມກັບກິນຜັກຫລາຍໆ ເພາະຈະຊ່ວຍຫລຸດການດູດຊຶມໄຂມັນໄດ້ຫລາຍກວ່າການກິນໂຊດາ ຫລື ໂຊດາໝາກນາວແນ່ນອນ”
ຮູ້ແບບນີ້ແລ້ວ ຫັນມາອອກກຳລັງກາຍ ແລະ ເລືອກຮັບປະທານອາຫານທີ່ມີໄຂມັນຕ່ຳ ແລະ ເປັນໄຂມັນບໍ່ອິ່ມຕົວ ອີກທັງປ່ຽນມາກິນຜັກຫມາກໄມ້ໃຫ້ຫລາຍຂຶ້ນ ໜ້າຈະຊ່ວຍໄດ້ຫລາຍກວ່າ
ທີ່ມາ:ສຸຂະພາບ ອັບເດດ | Health Update
ความคิดเห็น
แสดงความคิดเห็น